ເທັກນິກໃນການຄິດຫາວິທີແກ້ໄຂບັນຫາ

ການ​ຄິດ​ຫາ​ວິທີ​ແກ້​ໄຂ​ບັນຫານັ້ນ ຈະ​ຕ້ອງ​ໃຊ້​ຄວາມ​ຄິດ​ສ້າງສັນ​ຢ່າງ​ເຕັມທີ່ ​ເພື່ອ​ຫາ​ວິທີ​ທີ່​ມີ​ຄວາມ​ແຕກ​ຕ່າງ ​ແລະ ຫຼາກ​ຫຼາຍ ​ໂດຍ​ຄວນ​ຈະ​ວິ​ເຄາະ​ຫາ​ສາ​ເຫດ​ທີ່​ແທ້​ຈິງ​ກ່ອນ​ ​ແລ້ວ​ພະຍາຍາມ​ໃຊ້​ຄວາມ​ຄິດ​ສ້າງສັນຊ​ອກຫາ​ວິທີ​ແກ້​ໄຂ​ໄວ້​ຫຼາຍໆ”

ku-xlarge  iStock_000015376452XSmall

ການ​ຄິດ​ຫາ​ວິທີ​ແກ້​ໄຂ​ບັນຫານັ້ນ ຈະ​ຕ້ອງ​ໃຊ້​ຄວາມ​ຄິດ​ສ້າງສັນ​ຢ່າງ​ເຕັມທີ່ ​ເພື່ອ​ຫາ​ວິທີ​ທີ່​ມີ​ຄວາມ​ແຕກ​ຕ່າງ ​ແລະ ຫຼາກ​ຫຼາຍ ​ໂດຍ​ຄວນ​ຈະ​ວິ​ເຄາະ​ຫາ​ສາ​ເຫດ​ທີ່​ແທ້​ຈິງ​ກ່ອນ​ ​ແລ້ວ​ພະຍາຍາມ​ໃຊ້​ຄວາມ​ຄິດ​ສ້າງສັນຊ​ອກຫາ​ວິທີ​ແກ້​ໄຂ​ໄວ້​ໃຫ້​ຫຼາຍ ຢ່າງ​ໜ້ອຍ 20 ວິທີ ຊຶ່ງ​ມີ​ຫຼັກ​ງ່າຍໆ​ໃຫ້​ເຮົາ​ຄິດ​ໄດ້​ຫຼາຍຂຶ້ນດັ່ງ​ນີ້:

ພະຍາຍາມ​ຄິດ​ນອກ​ກ​ອບປະສົບ​ການ ​ແລະ ຄວາມ​ຊຳນານ​ທີ່​ເຮົາ​ມີ​ຢູ່​ ໃຫ້​ຄວາມ​ສຳຄັນ​ກັບ​ທຸກ​ຄວາມ​ຄິດ ຫຼື ທຸກໆ​ວິທີ​​ເທົ່າໆ​ກັນ ຫຼີກ​ລ້ຽ​ການ​ວິພາກ​ວິຈານ ຫຼື ຕັດສິນ​ຄວາມ​ຄິດ​ໃໝ່ໆ ທີ່​ຫາ​ກໍ່​ຄິດ​ອອກ ​ແຕ່​ຄວນ​ໃຊ້​ຄວາມ​ຄິດ​ນັ້ນ​ເປັນ​ຕົວ​ກະ​ຕຸ້ນ​ໃຫ້​ເກີດ​ຄວາມ​ຄິດ​ສ້າງສັນ ​ເພື່ອ​ຫາ​ວິທີ​ແກ້​ໄຂທີ່​ຕໍ່ເນື່ອງຈາກ​ຄວາມ​ຄິດ​ນັ້ນ ​ເຖິງ​ວ່າ​ຈະ​ຄິດ​ຫາ​ທາງ​ແກ້​ໄດ້​ດີ​ທີ່​ສຸດ​ແລ້ວ​ກໍ່​ບໍ່​ຄວນ​ຢຸດ​ຄວາມ​ພະຍາຍາມ​ທີ່​ຈະ​ຄິດ​ຫາ​ວິທີຕໍ່​ໄປ ພະຍາຍາມ​ສ້າງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວິທີ​ແກ້​ທຸກ​ວິທີ​ໃຫ້​ຊັດ​ເຈນ​ ​ເພາະ​ຈະ​ຊ່ວຍ​ເຮັດ​ໃຫ້​ເຮົາ​ເກີດ​ຄວາມ​ຄິດ​ໃໝ່ໆ​ຂຶ້ນມາ​ໄດ້

  • Mind Mapping ​ແຜນ​ທີ່​ຄວາມ​ຄິດ​ເພື່ອ​​ແກ້​ໄຂ​ບັນຫາ

ການ​ເຮັດ​ແຜນ​ທີ່​ຄວາມ​ຄິດ ຫຼື Mind Mapping ຖື​ເປັນ​ການ​ກະ​ຕຸ້ນ​ສະ​ໝ​ອງ​ໃຫ້​ເກີດ​ຄວາມ​ຄິດ​ທີ່​ເປັນ​ອິດສະຫຼະ​ຈາກ​ບັນຫາ​ທີ່​ເປັນ​ສູນ​ກາງ ອອກ​ໄປ​ສູ່​ວິທີ​ແກ້​ບັນຫາ​ຕ່າງໆ ທີ່​ແປກ ​ແລະ ​ແຕກ​ຕ່າງ​ຈາກ​ເກົ່າ ຊຶ່ງ​ສາມາດ​ເຮັດ​​ໄດ້​ໂດຍ​ເລີ່​ມຈາກ​ການ​ຂຽນ​ສາ​ເຫດ​ຂອງ​ບັນຫາໄວ້​ກາງ​ໜ້າ​ເຈ້ຍ ​ແລ້ວ​ຂີດ​ເສັ້ນ​ເຊື່​ອມຕໍ່ອອກ​ມາ​ຮອບໆ ຖ້າ​ຄິດ​ວິທີ​ແກ້​​ໄຂ​​ໄດ້ ກໍ່​ໃຫ້​ຂຽນວິທີ​ນັ້ນ​ໄວ້​ເທິງ​ເສັ້ນທີ່​ຫາ​ກໍ່​ຂີດອອກ​ມາ ຖ້າ​ຄວາມ​ຄິດ​ໃດ​ສຳພັນ ຫຼື ສະໜັບສະໜູນ​ວິທີ​​ແກ້​ໄຂ​ທີ່​ມີ​ຢູ່​ແລ້ວ ກໍ່​ໃຫ້​ຕື່ມ​ຄວາມ​ຄິດ​ໃໝ່​ນັ້ນຕໍ່​ອອກ​ມາ​ຈາກ​ວິທີ​ແກ້​ເກົ່າ ດ້ວຍ​ການ​ຂີດ​​ເສັ້ນຍ່ອຍ​ອອກ​ຈາກ​ເສັ້ນຫຼັກ​ແລ້ວຂຽນ​ຄວາມ​ຄິດ​ໃໝ່​ລົງ​ໄປ ​ເມື່ອ​ເຮົາ​ໄດ້​ຄວາມ​ຄິດ​ໃໝ່ໆ​ທີ່​ຫຼາກ​ຫຼາຍ​ແລ້ວ ກໍ່​ສາມາດ​ນຳ​ຄວາມ​ຄິດ​ເຫຼົ່ານັ້ນ​ໄປ​ໃຊ້​ໃນ​ຂັ້ນຕອນ​ຂອງ​ການວາງ​ແຜນ​ແກ້​ໄຂ​ບັນຫາ​ໄດ້

  • Brainstorming ລະດົມ​ສະໝອງ​ເພື່ອ​ແກ້​ໄຂ​ບັນຫາ

ການ​ລະດົມ​ສະໝອງ ຫຼື Brainstorming ຄືການ​ລະດົມ​ຄວາມ​ຄິດ​ຈາກ​ຫຼາຍ​ໆ​ຄົນ ​ເພື່ອ​ຄິດ​ຫາ​ສາ​ເຫດ ​ແລະ​ ວິທີ​ແກ້​ໄຂ​ບັນ​ຫາ​ທີ່​ຖືກຕ້ອງ ​ເໝາະ​ສົມ ​ແລະ ​ໄດ້​ຜົນ​ດີ ຊຶ່ງ​ຈຳ​ເປັນ​ຕ້ອງ​ມີການວາງ​ກົດ​ພື້ນຖານ​ໃນ​ການ​ລະດົມ​ສະໝອງ​ໄວ້ ​ເພື່ອ​ເປັນກ​ອບ ຫຼື ​ແນວທາງ​ພື້ນຖານ​ເຊັ່ນ: ບໍ່​ມີ​ການ​ວິພາກ​ວິຈານ ຫຼື ຕັດສິນ​ວ່າຄວາມ​ຄິດ​ໃດ​ດີ ຫຼື ບໍ່​ດີ ຖ້າ​ໃຜ​ຄິດ​ວິທີ​ການ​ຫຍັງ​ໄດ້​ຕ້ອງ​ກ້າເວົ້າອອກ​ມາ ​ແລະ ຢ່າ​ອາຍ​ທີ່​ຈະ​ນຳ​ຄວາມ​ຄິດ​ຂອງ​ຄົນ​ອື່ນ​ມາ​ປະສົມ​ປະສານ​ກັບ​ຄວາມ​ຄິດ​ຂອງ​ຕົນ ​ເພື່ອ​ສ້າງ​ເປັນ​ຄວາມ​ຄິດ​ໃໝ່ ນອກຈາກ​ນີ້​ຍັງ​ຕ້ອງ​ມີ​ການວາງ​ຂັ້ນຕອນ​ໃນ​ການ​ລະດົມ​ສະໝອງ​ໃຫ້​ເປັນ​ລຳດັບ​ເຊັ່ນ: ກຳໜົດ​ເວລາ​ໃນ​ການ​ລະດົມ​ສະໝອງ ກຳນົດ​ໃຫ້​ມີ​ຄົນ​ຈົດ​ວິ​ທີ​ແກ້​ບັນຫາ ຂຽນ​ສາ​ເຫດ​ຂອງ​ບັນຫາ​ທີ່​ຕ້ອງການ​ຈະ​ແກ້​ໃຫ້​ເຫັນ​ຊັດ​ເຈນ ​ແລະ ​ໃຫ້ ສະມາຊິກ​ທຸກ​ຄົນ​ສະ​ແດງ​ຄວາມ​ຄິດ​ເຫັນ​ລຽງ​ກັນ​ໄປ​ເທື່ອ​ລະ​ຄົນ ທີ່​ສຳຄັນ​ຕ້ອງ​ຈົດ​ທຸກ​ຄວາມ​ຄິດ ບໍ່​ວ່າ​ຈະ​​ແປກ​ປະຫຼາດ​ຂະໜາດ​ໃດ​ກໍ່ຕາມ ​ເພື່ອ​ນຳ​ໄປ​ປະ​ເມີນ ​ແລະ ຄັດ​ເລືອກ​ໃນ​ພາຍຫຼັງ

  • Modified Delphi ​ເທັກ​ນິກ​ເພື່ອ​ແກ້​ໄຂ​ບັນຫາ

ເທັກ​ນິກ​ໂມ​ດິຟາຍ​ດ໌ ​ເດລຟີ ​ເໝາະ​ກັບ​ທີ​ມງານ​ທີ່​ມີ​ສະມາຊິກບໍ່​ຄ່ອຍ​ມັກ​ເວົ້າ ຫຼື ບາງ​ຄົນ​ເວົ້າຈົນ​ບໍ່​ເປີດ​ໂອກາດ​ໃຫ້​ຄົນ​ອື່ນ​ເວົ້າ ​ເທັກ​ນິກນີ້​ມີ​ຂະ​ບວນການ​ງ່າຍໆ ດັ່ງ​ນີ້: ​ເລີ່​ມຈາກ​ໃຫ້​ຫົວໜ້າ​ທີ​ມ ຫຼື ຜູ້​ປະສານ​ງານ​ແຈ້ງ ຫຼື ທົບ​ທວນ​ສາ​ເຫດ ຜົນ​ການ​ວິ​ເຄາະ ​ແລະ ຂໍ້​ມູນ​ຕ່າງໆກ່ຽວ​ກັບ​ບັນຫາ​ທີ່​ເກີດ​ຂຶ້ນ ​ໃຫ້​ທຸກ​ຄົນຮູ້ ຈາກ​ນັ້ນກໍ່​ແຈກ​ເຈ້ຍ​ເປົ່າ ​ເພື່ອ​ໃຫ້​ສະມາຊິກ​ທຸ​ກຄົນ​ຂຽນ​ວິທີ​ແກ້​ບັນຫາ​ຢ່າງ​ສ້າງສັນ ​ໂດຍ​ຂຽນ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ ​ເມື່ອ​ຂຽນ​ແລ້ວ​ກໍ່​ເກັບ​ເຈ້ຍ​ທັງ​ໝົດ ມາ​ຈົດ​​ໃສ່​ກະດານ ​ແລ້ວ​ໃຫ້​ຫົວໜ້າ​ທີ​ມອ່ານ​ໃຫ້​ທຸກ​ຄົນ​ຟັງ ຈາກ​ນັ້ນກໍ່​ແຈກ​ເຈ້ຍ​ເປົ່າ​ອີກ​ຄັ້ງ ​ໃຫ້​ທຸກ​ຄົນ​ລຳດັບ​ຄວາມ​ສຳ​ຄັນ​ຂອງ​ວິທີ​ແກ້​ໄຂ ຊຶ່ງ​ອາດຈະ​ໃຫ້​ຈັດ​ມາ 5 ​ອັນ​ດັບ​ຈາກ​ວິທີ​ແກ້​ໄຂ​ທີ່ຢູ່​ກະດານ​ທັງ​ໝົດ 20 ວິທີ ຈາກ​ຂໍ້​ມູນ​ນີ້​ເຮົາ​ກໍ່​ນຳ​ມາ​ຈັດ​ອັນ​ດັບ​ຄວາມ​ສຳຄັນ​ຂອງ​ວິທີ​ແກ້​ບັນຫາ​ໃໝ່​ອີກ​ຄັ້ງ ​ແລະ ສຸດ​ທ້າຍ​ກໍ່​ຄື ພິຈາລະນາ​ວ່າ​ຄວນ​ມີ​ກາ​ນ​ແກ້​ໄຂ​ອັນ​ດັບ​ທີ່​ໄດ້ ຫຼື ບໍ່ ​ແລ້ວ​ຮ່ວມ​ກັນ​ລົງ​ຄວາມ​ເຫັນ​ເລືອກ​ກຸ່ມ​ວິທີ​ແກ້​ທີ່​ດີ​ທີ່​ສຸດ

  • ​ຈະເຮັດ​ແນວ​ໃດ​ ​ເພື່ອບໍ່​ໃຫ້​ເສັ້ນຕາຍ​ກາຍ​ເປັນ​ບັນຫາ

ບາງ​ຄັ້ງ​ເສັ້ນ​ຕາຍ ຫຼື Deadline ທີ່​ເປັນ​ຕົວ​ກຳນົດ​ເວລາ​ຂອງ​ວຽກ​ແຕ່ລະ​ຢ່າງ​ ກາຍ​ເປັນ​ຈຸດ​ທີ່​ເພີ່ມ​ບັນຫາ​ໃຫ້​ກັບ​ຕົວ​ເຮົາ​ເອງ ສະ​ນັ້ນ​, ຕ້ອງ​ຫາ​ທາງ​ແກ້​ໄຂ​ດ້ວຍ​ວິທີ​ຕ່າງໆ​ດັ່ງ​ນີ້: ປະ​ເມີນ​ເວ​ລາ​ໃນ​ການ​ເຮັດ​ວຽກ ​ເພື່ອ​ກຳນົດ​ເວລາ​ທີ່​ຈະ​ເຮັດ​ສຳ​ເລັດ​ໃຫ້​ໃກ້​ຄຽງ​ກັບ​ຄວາມ​ເປ​ັນຈິງ​ຫຼາຍ​ທີ່​ສຸດ​ແລ້ວ​ລອງ​ບວ​ກ​ຕື່ມ​ອີກ 5-10% ​ເສັ້ນຕາຍ​ໃຫຍ່ໆ​ຂອງ​ທັງ​ໂຄງການ​ຖື​ເປັນ​ເລື່ອງທີ່​ອາດ​ເຮັດ​ໃຫ້​ເຮົາ​ຄຽດ​ໄປ​ຕະຫຼອດ ສະນັ້ນ, ຄວນ​ຫຼີກ​ລ້ຽງ​ຈາກ​ຄວາມ​ຄຽດ​ດ້ວຍ​ການ​ແບ່ງອອກ​ເປັນ​ເສັ້ນຕາຍ​ຍ່ອຍໆ​ຂອງ​ແຕ່​ລະ​ໜ້າວຽກ ຫຼື ​ແຕ່​ລະ​ກິດຈະກຳ ​ເລື່ອງ​ໃຫຍ່​ກໍ່​ຈະ​ກາຍ​ເປັນ​ເລື່ອງ​ນ້ອຍ​ໄປ​ທັນທີ ຢ່າ​ເລື່ອນກຳນົດ​ເສັ້ນຕາຍ​ທີ່​ໄດ້​ຕົກລົງ​ກັນ​ໄວ້​ອອກ​ໄປ ​ເພາະ​ຖ້າ​​ເລື່ອນ​​ແລ້ວ​ຈະ​ຕິດ​ເປັນນິ​ໄສ ຕໍ່​ໄປ​ຈະ​ບໍ່​ມີ​ໃຜ​ເຊື່ອ​ຖື ​ແລະ ຍັງ​ເຮັດ​ໃຫ້​ສູນ​ເສຍ​ສັດທາ​ຈາກ​ຜູ້​ຄົນ​ຮອບ​ຂ້າງ​ອີກດ້ວຍ.

 

ຂໍ້​ມູນຈາກ: http://th.jobsdb.com/TH/EN/