spot_img
Home​ຂ່າວທ່ອງທ່ຽວເທດສະການຜີໂຂນທີ່ເມືອງ ປາກລາຍ ແຂວງ ໄຊຍະບູລີ

ເທດສະການຜີໂຂນທີ່ເມືອງ ປາກລາຍ ແຂວງ ໄຊຍະບູລີ

Published on

ານເທດສະການບຸນຜີໂຂນຕິດພັນກັບການເປີດປີທອ່ງທ່ຽວປີ 2018 ທີ່ເມືອງປາກລາຍ ແຂວງໄຊຍະບູລີຈະຈັດຂຶ້ນໃນວັນທີ 27 ກຸມພາ ຫາ 2 ມີນາ 2018 ທີ່ຈະມາເຖິງນີ້ ພໍ່ແມ່ພີ່ນ້ອງຜູ້ທີ່ມີເງື່ອນໄຂ, ສົນໃຈເຂົ້າຮ່ວມເຊີນໄດ້ເດີ.

ທ່ານ ນາງ ພິມປະໄພ ສຸຂະລາດ ຮອງເຈົ້າເມືອງໆ ປາກລາຍ ສະມາຊິກສະພາ ປະຊາຊົນແຂວງ ປະຈຳເມືອງປາກລາຍ ທັງເປັນປະທານຈັດເທດສະການດັ່ງກ່າວໄດ້ຖະແຫ່ລງຂ່າວຕໍ່ສື່ມ່ວນຊົນໃຫ້ພວກເຮົາຮູ້ວ່າ: ສໍາລັບເທດສະການ ບຸນຜີໂຂນ ຢູ່ເມືອງປາກລາຍ ແມ່ນຈະໄດ້ຈັດຂື້ນໃນລະຫວ່າງເດືອນ 4 ລາວຂອງແຕ່ລະປີ ແຕ່ລະບ້ານຂອງເມືອງໄດ້ຜັດປ່ຽນ ກັນເປັນເຈົ້າພາບ ຈັດບຸນພະເວດແຫ່ຜີໂຂນນີ້ຂື້ນ ເປັນງານບຸນປະເພນີໜຶ່ງທີ່ເປັນເອກະລັກຂອງເມືອງ ສະເພາະປີ 2018 ນີ້ອົງການປົກຄອງເມືອງໄດ້ຕົກລົງ ຈັດເທດສະການບຸນຜີໂຂນ ຕິດພັນກັບການເປີດ ປີທ່ອງທ່ຽວລາວ ຊື່ງພາຍໃນງານປະກອບມີຫຼາຍກິດຈະກໍາ, ຫຼາຍສີສັນ ທີ່ສະແດງໃຫ້ເຫັນເຖິງວິຖີຊີວິດ ຮີດຄອງປະເພນີ ແລະ ວັດທະນະທໍາຂອງຊາວເມືອງປາກລາຍ.

ສໍາລັບກິດຈະກໍາພາຍໃນງານປະກອບມີ ວັນທີ 27 ກຸມພາ 2018 ແມ່ນມື້ພິທີປ່ອຍຂະບວນຜີໂຂນ, ເປີດງານຕະຫຼາດນັດຊົມຮ້ານວາງສະແດງສິນຄ້າ, ຊົມການແຂ່ງຂັນເຮືອແຈັດສະກີ່ ຈາກສະຫະພັນແຈັດສະກີລາວ, ຕອນຄໍ່າມີການເດີມແບບອາພອນເທບຊົງລາວ, ການເດີນແບບເດັກໜ້າຮັກ ແລະ ການປະກວດທິດາພະເຫວດສັນດອນ.

ມື້ວັນທີ 28 ກຸມພາ 2018 ແມ່ນເປີດງານເທດສະການບຸນຜີໂຂນຢ່າງເປັນທາງການ, ແຫ່ພະເຫວດສັນດອນເຂົ້າເມືອງ, ຂີ່ເຮືອທ່ອງທ່ຽວຊົມທິວທັດສອງຝາກຝັ່ງແມ່ນໍ້າຂອງ, ຕອນຄໍ່າມີການສະແດງສິນລະປະວັນນະຄະດີ, ຈູດບັ້ງໄຟດອກຂອງແຕ່ລະບ້ານ ແລະ ປ່ອຍໂຄມໄຟ.

ວັນທີ 1 ມີນາ 2018 ແມ່ນພິທີກໍາທາງສາສະໜາ, ແຂ່ງຂັນຊ່ວງເຮືອ 12 ສີພາຍຕາມລຳແມ່ນໍ້າຂອງ ຕອນຄໍ່າມີງານຄອນເສີດຈາກນັກຮອ້ງຊື່ດັງຂອງສປປລາວ ແລະ ວັນທີ 2 ມີນາ 2018 ຕອນເຊົ້າມີການຕັກບາດ ຖະຫວາຍ ສັງຄະທານແດ່ພະສົງສາມາເນນຖືວາຈົບພິທີ.

ໂອກາດດັງກ່າວທ່ານ ພິມປະໄພ ສຸຂະລາດ ຍັງໄດ້ແຈ້ງຂ່າວເຊີນຊວນ ເຖີງອົງການຈັດຕັ້ງທຸກພາກສ່ວນ ທັງພາກລັດ ແລະ ເອກະຊົນ, ປະຊາຊົນລາວບັນດາເຜົ່າທັງພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍພໍ່ແມ່ປະຊາຊົນ ໃນທົ່ວເມືອງປາກລາຍ ເພື່ອມາທ່ຽວຊົມເທດສະການບຸນຜີໂຂນ ຕິດພັນກັບງານເປີດປີທອ່ງທ່ຽວລາວ 2018 ໃນທ້າຍເດືອນກຸມພາ-ຕົ້ນເດືອນມີນາ 2018 ທີ່ຈະມາເຖິງນີ້.

 

ແຫລ່ງຂ່າວ: ລາວອັບເດດ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...