ເດືອນມິຖຸນານີ້! ດ່ານສາກົນຍັງສືບຕໍ່ປິດສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ

ຫ້ອງການສຳນັກງານນາຍົກລັດຖະມົນຕີ ອອກແຈ້ງການ ໃນວັນທີ 29 ພຶດສະພາ 2020 ວ່າດ່ວຍການສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການປ້ອງກັນ, ຄວບຄຸມສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນໄລຍະແຕ່ວັນທີ 02-30 ມິຖຸນາ 2020 ນີ້.

ການຜ່ອນຜັນມາດຕະການຕ່າງໆ ແມ່ນນະໂຍບາຍຂອງພັກ-ລັດທີ່ເປັນຫ່ວງເປັນໄຍຕໍ່ຜົນກະທົບດ້ານຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນ ແລະ ດ້ານເສດຖະກິດ-ສັງຄົມ ແຕ່ພ້ອມດຽວກັນນີ້ກໍ່ເປັນໂອກາດທີ່ຈະມີຄວາມສ່ຽງທີ່ຈະເກີດການລະບາດຮອບໃໝ່.  ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ, ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານໃຫ້ລົດຂົນສົ່ງສິນຄ້າເຂົ້າ-ອອກໄດ້, ສ່ວນດ່ານສາກົນກໍ່ສືບຕໍ່ປິດສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ, ຍົກເວັ້ນພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຄວາມຈຳເປັນຮີບດ່ວນໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ສຳລັບລົດຂົນສົ່ງສິນຄ້າຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ.

ສະນັ້ນ, ຄົນລາວ ຫຼື ຄົນຕ່າງປະເທດ ມີຈຸດປະສົງຢາກເດີນທາງ ເຂົ້າ-ອອກ ປະເທດ ໃນໄລຍະນີ້ ຍັງຕ້ອງສືບຕໍ່ປະຕິບັດຕາມຄຳແນະນຳ ກະຊວງການຕ່າງປະເທດ ແລະ ລະບຽບການຂອງປະເທດທີ່ຈະເດີນທາງໄປ.

ສຳລັບຜູ້ທີ່ຕ້ອງການເດີນທາງເຂົ້າ-ອອກປະເທດໃຫ້ອ່ານຂໍ້ແນະນຳໃນລິ້ງນີ້: ເອກະສານທີ່ຄົນລາວຕ້ອງມີຖ້າຢາກເດີນທາງໄປປະເທດໄທໃນໄລຍະໂຄວິດ-19

ຮຽບຮຽງຂ່າວ: ພຸດສະດີ