spot_img
Homeຂ່າວຕ່າງປະເທດເດັກຍິງ 8 ປີຈາກບຣາຊິນໄດ້ເປັນນັກດາລາສາດອາຍຸນ້ອຍທີ່ສຸດຂອງໂລກ

ເດັກຍິງ 8 ປີຈາກບຣາຊິນໄດ້ເປັນນັກດາລາສາດອາຍຸນ້ອຍທີ່ສຸດຂອງໂລກ

Published on

ເວັບໄຊ BBC ລາຍງານ: ນິໂຄນ ໂອລິເວຣາ, ເດັກຍິງອັດສະລິຍະໄວ 8 ປີຈາກປະເທດບຣາຊິນ ໄດ້ນັບການຍົກຍ້ອງໃຫ້ເປັນນັກດາລາສາດອາຍຸນ້ອຍທີ່ສຸດຂອງໂລກຢ່າງເປັນທາງການ ພາຍຫຼັງຕົກລົງເຂົ້າເຮັດວຽກໃນໂຄງການ “ນັກລ່າດາວເຄາະນ້ອຍ” ຂອງອົງການນາຊາ.

ດ້ວຍໄວອາຍຸຍັງນ້ອຍ ທີ່ຄວນຈະມີຄວາມຮູ້ດ້ານວິທະຍາສາດສະເພາະຊັ້ນປະຖົມສຶກສາເທົ່ານັ້ນ ແຕ່ນິໂຄນຊໍ້າພັດມີໂອກາດໄດ້ສະແດງຄວາມສາມາດສູງ ໂດຍສະເພາະກໍແມ່ນ ຄວາມສາມາດໃນການວິເຄາະຂໍ້ມູນຈາກກ້ອງສ່ອງທາງໄກ ເພື່ອຄົ້ນຫາວັດຖຸອາວະກາດຕ່າງໆ ຂະນະທີ່ປັດຈຸບັນ ນິໂຄນໄດ້ຄົ້ນພົບດາວເຄາະນ້ອຍເຖິງ 18 ດວງ, ຖ້າຫາກມີການຢືນຢັນຮັບຮອງຄວາມຖືກຕ້ອງຂອງການຄົ້ນພົບເຫຼົ່ານີ້ໃນອີກຫຼາຍປີຂ້າງໜ້າ ແນ່ນອນວ່າ ນິໂຄນຈະກາຍເປັນບຸກຄົນທີ່ມີອາຍຸນ້ອຍທີ່ສຸດຂອງໂລກທີ່ຄົ້ນພົບດາວນ້ອຍຢ່າງເປັນທາງການ ໂດຍຈະສາມາດລົ້ມແຊັ້ມເກົ່າຢ່າງ ລຸຍຈີ ຊານນີໂນ, ໄວຮຸ່ນຊາວອີຕາລີໄວ 18 ປີໄດ້.

ພໍ່ຂອງນິໂຄນມີອາຊີບເປັນນັກວິທະຍາສາດຄອມພິວເຕີ ສ່ວນແມ່ແມ່ນເຮັດວຽກໃນສາຍອຸດສາຫະກຳຫັດຖະກຳ ເຊິ່ງທັງສອງຕ່າງກໍໃຫ້ການສະໜັບສະໜູນຜູ້ເປັນລູກຢ່າງເຕັມທີ່ໃນການເດີນທາງຕາມຄວາມຝັນນັ້ນກໍຄື ອາຊີບນັກດາລາສາດ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...