spot_img
Homeຂ່າວທ້ອງຖິ່ນເຈົ້າໜ້າທີ່ເມືອງຫົງສາ ສະກັດຈັບຜູ້ຂົນສົ່ງຢາເສບຕິດພ້ອມຂອງການຫຼາຍຮ້ອຍກິໂລ

ເຈົ້າໜ້າທີ່ເມືອງຫົງສາ ສະກັດຈັບຜູ້ຂົນສົ່ງຢາເສບຕິດພ້ອມຂອງການຫຼາຍຮ້ອຍກິໂລ

Published on

ໃນລະຫວ່າງ ວັນທີ 11 ແລະ 12 ເມສາ 2022 ທີ່ຜ່ານມາ ເຈົ້າໜ້າທີ່ ປກສ ເມືອງຫົງສາ ສາມາດຢຶດລົດໃຫຍ່ໄດ້ 2 ຄັນ, ຜູ້ຕ້ອງຫາ 1 ຄົນ ພ້ອມຂອງກາງຢາບ້າ 952 ກິໂລກຼາ ແລະ ໄອສ 534 ກິໂລກຼາມ.

ທ່ານ ພັທ ທອງໄຫຼ ເພັດດາວົງ ຫົວໜ້າ ປກສ ເມືອງຫົງສາ ແຂວງໄຊຍະບູລີກ່າວວ່າ: ໃນວັນທີ 11 ເມສາ 2022, ເຈົ້າໜ້າທີ່ໄດ້ຮັບລາຍງານຈາກພົນລະເມືອງດີວ່າ ຈະມີກຸ່ມຄົນຈຳນວນໜຶ່ງເຄື່ອນຍ້າຍຂົນສົ່ງຢາເສບຕິດຜ່ານ ເມືອງຫົງສາ, ປກສ ເມືອງຈິ່ງໄດ້ຈັດຕັ້ງກຳລັງ ແລະ ວາງແຜນການເພື່ອສະກັດຈັບລົດເປົ້າໝາຍ. ພໍຮອດເວລາ 12 ໂມງຂອງວັນດຽວກັນ ເຈົ້າໜ້າທີ່ກໍພົບເຫັນລົດເປົ້າໝາຍ 1 ຄັນ ຈິ່ງເຂົ້າສະກັດລົດຄັນດັ່ງກ່າວ ເປັນລົດວີໂກ້ແຊັມ ໝາຍເລກທະບຽນ ກວ ກຳແພງນະຄອນ 5869 ເຊິ່ງຂັບຂີ່ລົດດັ່ງກ່າວ ຊື່ທ້າວ ສີແພງ ລີຢົງວ່າງ ອາຊີບພະນັກງານ ຢູ່ບ້ານແດນກາງ ເມືອງລອງ ແຂວງຫຼວງນ້ຳທາ ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າຈັບກຸມພ້ອມກວດຄົ້ນພາຍໃນລົດ ພົບເຫັນຢາບ້າ 1.690 ມັດ ເທົ່າກັບ 380 ກິໂລກຼາມ, ຢາໄອສ໌ 531 ຫໍ່ ເທົ່າກັບ 534 ກິໂລກຼາມ, ຢຶດໂທລະສັບມືຖື 2 ເຄື່ອງ ແລະ ນຳຕົວຜູ້ຖືຫາມາດຳເນີນການສືບສວນ-ສອບສວນ.

ຈາກຄຳໃຫ້ການຂອງຜູ້ຖືກຫາ, ເຈົ້າໜ້າທີ່ຈິ່ງໄດ້ຈັດວາງກຳລັງອອກຊອກໄລ່ຈັບຜູ້ຮ່ວມຂະບວນການທັນທີ ຈົນຮອດເວລາ 11 ໂມງ ຂອງວັນທີ 12 ເມສາ 2022 ເຈົ້າໜ້າທີ່ກໍພົບເຫັນລົດກະບະຣີໂວ້ ບໍ່ມີລົດເລກທະບຽນຈອດຖິ້ມໄວ້ແຄມທາງເຂດບ້ານພູແລ້ງກາງ ເມືອງຫົງສາ, ເຈົ້າໜ້າທີ່ເຂົ້າກວດຄົນບໍລິເວນໃກ້ຄຽງພົບຮ່ອງຮອຍຂອງກຸ່ມຄົນຈຳນວນໜຶ່ງຫຼົບໜີເຂົ້າປ່າ ແລະ ພົບເຫັນຢາບ້າຈຳນວນ 21 ເປົາ ນໍ້າໜັກ 572 ກິໂລກຼາມ ແລະ ກົດລົດພົບເຫັນຮ່ອງຮອຍການແກະປ້າຍທະບຽນອອກ ເຈົ້າໜ້າທີ່ຈິ່ງກວດຄົ້ນບໍເວນໃກ້ຄຽງອີກຄັ້ງກໍພົບເຫັນ ປ້າຍທະບຽນລົດ ກລ ກຳແພງນະຄອນ 6328, ເຈົ້າໜ້າທີ່ຈິ່ງນຳເອົາຢາບ້າ ແລະ ລົດ ມາກອງບັນຊາການ ປກສ ເມືອງເພື່ອສືບຕໍ່ສືບສວນ-ສອບສວນຂະຫຍາຍຜົນ.

ທີ່ມາ: ໜັງສືພິມຄວາມສະຫງົບ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...