spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ຈັບສອງຜົວເມຍ ສໍ້ໂກງຊັບພົນລະເມືອງ ຢູ່ແຂວງຈຳປາສັກ

ເຈົ້າໜ້າທີ່ຈັບສອງຜົວເມຍ ສໍ້ໂກງຊັບພົນລະເມືອງ ຢູ່ແຂວງຈຳປາສັກ

Published on

 

ວັນ​ທີ 19 ກັນຍາ 2014 ທີ່ຜ່ານ​ມາ ເຈົ້າ​ໜ້າທີ່​ພະ​ແນກ​ສືບສວນ-ສອບ​ສວນ ກອງ​ບັນຊາການ ​ປກສ ແຂວງ​ຈຳປາ​ສັກ

ໄດ້ມອບ​ຄຳນ້ຳໜັກ​ຈຳນວນ 2 ບາດ ແລະ 5 ຫຸນ ໃຫ້​ແກ່​ນາງ ອຳພອນ ປະຊາຊົນບ້ານ​ເວີນແຄນ ເມືອງ​ມຸນ​ລະ​ປາ​ໂມກ

ແຂວງ​ຈຳປາ​ສັກ ເຊິ່ງ​ຖືກທ້າວ ເຕື່ອຍ ຟອງ​ຄຳ​ແດງ ແລະ ເມຍ ສໍ້​ໂກງ​ເອົາ ແຕ່​ສຸດ​ທ້າຍ​ໄປ​ບໍ່ລອດ ຖືກ​ເຈົ້າ​ໜ້າທີ່​ກັກ

​ຕົວ​ໄວ້​ໄດ້ທັນ.

 

ສຳລັບ​ຮູບ​ແບບ​ຂອງ​ການ​ສໍ້ໂກງ​ນັ້ນ ເຈົ້າ​ໜ້າທີ່​ຕຳຫຼວດແຂວງ​ຈຳປາ​ສັກ ໄດ້​ກ່າວ​ວ່າ: ທ້າວ ເຕື່ອຍ ແລະ ເມຍ ຂີ່​ລົດ

ເກັງ​ສີຂາວ​ເລາະ​ຈ່າວ​ໃຫ້​ດາວ​ລົດກະບະ Vigo ໃນ​ມູນ​ຄ່າ 148 ລ້ານ​ກີບ ໃຫ້​ນາງ ອຳພອນ ໂດຍຈ່າຍ​ຜ່ອນ​ໃນ​ກຳນົດ 6 ປີ

ແລະ ໃຫ້ນາງ ອຳພອນ ຈ່າຍ​ກ່ອນ​ປະມານ 10 ລ້ານ​ກີບ ແຕ່​ຍ້ອນນາງ ອຳພອນ ບໍ່​ມີ​ເງິນ ເລີຍ​ເອົາ​ຄຳ​ໃຫ້ 2 ບາດ ກັບ

5 ຫຸນ ໃນ​ນີ້ມີ​ສາຍຄໍ 1 ບາດ ສາຍ​ແຂນ 1 ບາດ ແລະ ແຫວນ​ອີກ 5 ຫຸນ ເມື່ອ​ຕົກລົງ​ກັນ​ໄດ້​ແລ້ວ ​ຈຶ່ງ​ພາກັນ​ຂຶ້ນ​ມາປາກ

​ເຊ ເພື່ອ​ໄປ​ເບິ່ງ​ລົດ ພໍ​ຮອດປາກ​ເຊ​ແລ້ວ ທ້າວ ເຕື່ອຍ ໄດ້ຊວນ​ໄປ​ກິນ​ເຂົ້າ​ຢູ່​ຕະຫຼາດ​ສູນການ​ຄ້າ ໂດຍ​ໃຫ້​ນາງ ອຳພອນ

ກັບ​ຜົວ​ລົງ​ກ່ອນ ເພາະ​ຕົນ​ເອງຈະ​ເອົາ​ລົດ​ໄປ​ຈອດ ຈາກ​ນັ້ນ ທ້າວ ເຕື່ອຍ ແລະ ເມຍ ຈຶ່ງ​ໄດ້ສວຍໂອກາດ​ຂັບ​ລົດ ແລະ

ເອົາຄຳ​ຈຳນວນ​ດັ່ງກ່າວ​ຫຼົບໜີ​ໄປ ໂດຍ​ທີ່ນາງ ອຳພອນ ແລະ ຜົວຂອງ​ລາວ ​ໄດ້​ນັ່ງ​ຖ້າ​ຢູ່​ຮ້ານ​ອາຫານ​ທີ່​ເວົ້າ​ກັນ​ໄວ້ ຜ່ານ​

ໄປ​ປະມານ 10 ນາທີ ບໍ່​ເຫັນ​ພວກ​ກ່ຽວເຂົ້າ​ມາ​ຮ້ານ​ອາຫານ ນາງ ອຳພອນ ຮູ້ສຶກ​ຜິດ​ປົກກະຕິ​ ຈຶ່ງ​ໃຫ້ຜົວ​ໄປ​ນຳ​ເບິ່ງ​ຢູ່​ສະ

ຖານທີ່​ຈອດລົດ​ ແຕ່​ກໍ່​ບໍ່​ພົບ​ເຫັນ​ທັງ​ລົດ​ທັງ​ຄົນ ຈາກ​ນັ້ນ ນາງ ອຳພອນ ແລະ ຜົວ ຈຶ່ງ​ໄດ້​ເຂົ້າ​ແຈ້ງ​ຄວາມ​ຕໍ່​ເຈົ້າໜ້າທີ່

​ຢູ່​ບໍລິເວນ​ໃກ້​ຄຽງ ແລະ ໃນເວລາ​ຕໍ່​ມາ ​ເຈົ້າ​ໜ້າທີ່​ກໍ່​ສາມາດກັກ​ຕົວ​ສອງຜົວເມຍ​ທີ່​ສໍ້​ໂກງ​ໄດ້ ຢູ່ເສັ້ນທາງ​ຫຼັກ 9 ເມືອງ​

ຊະນະ​ສົມບູນ ປັດຈຸບັນຄະດີ​ດັ່ງກ່າວ​ນີ້ ທາງ​ເຈົ້າ​ໜາ​ທີ່ໆ​ກ່ຽວຂ້ອງ​ກຳລັງດຳເນີນ​ຄະດີ​ຢູ່ ແລະ ອາດ​ຍັງ​ມີອີກ​ຫຼາຍ​ຄົນ​ທີ່​

ຖືກ​ສອງຜົວເມຍ​ນີ້ສໍ້​ໂກງ​ຕື່ມ​ອີກ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...