ເຈົ້າສາວແວມພາຍ..ຕອນທີ 2:  ກິ່ນທີ່ພໍໃຈ

ຕອນທີ 2:  ກິ່ນທີ່ພໍໃຈ

ຂ້ອຍມີຊື່ວ່າ ອາຣ໌ມັນ ຣິສຊາສ໌ ເປັນແວ່ມພາຍ ອາຍຸ 700ປີ ສາຍາເພລ໌ບອຍຕົວພໍ່ແຫ່ງແວມພາຍ ເຊິ່ງສາຍານີ້ຂ້ອຍໄດ້ມາຈາກການທີ່ຂ້ອຍເປັນຄົນຫຼໍ່… ແລະ ບໍ່ມັກຂັດໃຈສາວໆ ບໍ່ວ່າຈະເປັນຍິງສາວມະນຸດ ຫຼື ຍິງສາວແວມພາຍ ເມື່ອສະເໜີມາຂ້ອຍຍ່ອມສະໜອງໃຫ້ຕາມຄວາມປະສົງຂອງພວກນາງ ແຕ່ສ່ວນຫຼາຍຂ້ອຍມັກສົມສູ່ກັບຍິງສາວມະນຸດຫຼາຍກວ່າເພາະພວກນາງມີສິ່ງທີ່ຂ້ອຍຕ້ອງການນັ້ນກໍ່ຄືເລືອດ ເຖິງຂ້ອຍຈະດື່ມເລືອດຈາກພວກນາງພຽງເລັກນ້ອຍແຕ່ມັນກໍ່ຊ່ວຍກະຫາຍຄວາມຍາກຂອງຂ້ອຍໄດ້ ສ່ວນຍິງສາວແວມພາຍດົນໆຂ້ອຍຈະສົມສູ່ນຳພວກນາງ ເພາະພວກນາງເປັນເຜົ່າພັນດຽວກັນກັບຂ້ອຍບໍ່ມີຫຍັງຕອບແທນນອກຈາກການປົດປ່ອຍກຣາມຂອງຂ້ອຍ ແລະ ພວກນາງເທົ່ານັ້ນ ເຖິງຂ້ອຍຈະມີສາຍາທີ່ບໍ່ໜ້າຟັງປານໃດ ແຕ່ແວມພາຍເກືອບທຸກຕົວກໍ່ຍອມຮັບໃນຕົວຂ້ອຍ ເພາະດ້ວຍອຳນາດ ແລະ ພະລັງເວດມະຫາສານທີ່ມີຢູ່ໃນຕົວຂ້ອຍມາຕັ້ງແຕ່ເກີດ ຂ້ອຍຈິ່ງໄດ້ຮັບຕຳແໜ່ງຂຶ້ນເປັນຜູ້ນຳເຜົ່າແວ່ມພາຍຕໍ່ຈາກຜູ້ເປັນບິດາຕັ້ງແຕ່ຍັງໜຸ່ມ  ເປັນວລາ 400 ປີແລ້ວທີ່ຂ້ອຍໄດ້ຮັບຕຳແໜ່ງທີ່ມາພ້ອມກັບພາລະໜ້າທີ່ອັນໜັກອຶ້ງນີ້ໄວ້ ຫຼັກໆຕອນນີ້ຂ້ອຍມີພາລະກິດສອງສິ່ງທີ່ຕ້ອງເຮັດໃຫ້ສຳເລັດຄື: 1. ຕ້ອງຫາຍິງສາວມາແຕ່ງງານເພື່ອເປັນເຈົ້າສາວເສີມບາຣາມີ ແລະ ມີລູກໃຫ້ຂ້ອຍ ສ່ວນເລື່ອງທີ 2 ຄື: ອອກຕາມລ່າກຸ່ມແວມພາຍທີ່ຮຸກຮານພວກມະນຸດພ້ອມກຳຈັດພວກມັນໃຫ້ສິ້ນຊາກ ແລະ ວັນນີ້ພໍ່ຂອງຂ້ອຍ “ອາຣ໌ມັນ  ຣອສເບລ” ຮຽກໃຫ້ຂ້ອຍເຂົ້າພົບ ແຕ່ບໍ່ຕ້ອງເດົາກໍ່ຮູ້ແລ້ວວ່າພໍ່ຂອງຂ້ອຍຈະກ່າວສິ່ງໃດ

ຣິສຊາສ໌ ຍ່າງເຂົ້າມາຫາ ຣອສເບລ ທີ່ຫ້ອງເຮັດວຽກສ່ວນຕົວຂະໜາດໃຫຍ່ກ່ອນທີ່ເຂົາຈະໄປຢືນຢູ່ຕໍ່ໜ້າຜູ້ເປັນບິດາທີ່ກຳລັງນັ່ງອີງຕັ່ງຢ່າງສະບາຍໃຈ ມີພຽງໂຕະໄມ້ສີດຳເງົາທີ່ຂັ້ນກາງລະຫວ່າງພວກເຂົາ

“ເລື່ອງເຈົ້າສາວ…ເຈົ້າຫາໄດ້ແລ້ວ ຫຼື ຍັງ” ຣອສເບລ ຜູ້ເປັນພໍ່ຈ້ອງໜ້າລູກຊາຍກ່ອນເອີ່ຍຖາມ ດ້ວຍນ້ຳສຽງລຽບງ່າຍແຕ່ມີພະລັງ

“ລູກຍັງບໍ່ພົບນາງໃດທີ່ຖືກໃຈລູກ” ຣິສຊາສ໌ ເອີ່ຍຕອບຜູ້ເປັນພໍ່ດ້ວຍສີໜ້ານິ້ງເດົາອາລົມຍາກ

“ເຈົ້າຂຶ້ນຄອງຕຳແໜ່ງມາ 400 ປີແລ້ວ ແລະ ຜ່ານຜູ້ຍິງມານັບເປັນຮ້ອຍເປັນພັນຄົນ ທັງຍິງມະນຸດ, ຍິງແວມພາຍ ເຈົ້າ…” ຜູ້ເປັນພໍ່ຍັງບໍ່ທັນໄດ້ກ່າວຈົບ ແຕ່ກໍ່ຖືກຕັດບົດຈາກຜູ້ເປັນລູກ

“ຍິງສາວພວກນັ້ນເປັນພຽງສິ່ງບຳເລີກຣາມໃນຕົວລູກເທົ່ານັ້ນ ຫາໄດ້ມີຍິງສາວຄົນໃດຖືກໃຈລູກເລີຍຈັກຄົນ” ຣິສຊາສ໌ ກ່າວອອກໄປດ້ວຍນ້ຳສຽງໜັກແໜ້ນ

“ເຮີ!!!” ຣອສເບລເຖິງກັບຖອນລົມຫາຍໃຈໃສ່ລູກຊາຍດ້ວຍສີໜ້າລຽບ “ແລ້ວ…ເລື່ອງກຸ່ມແວມພາຍທີ່ອອກລ່າມະນຸດເຈົ້າຈັດການເລື່ອງນີ້ໄປຮອດໃສແລ້ວ”

“ລູກໄດ້ສົ່ງກຳລັງອອກໄລ່ລ່າຈັບກຸມພວກມັນມາໄດ້ຈຳນວນໜຶ່ງ ແຕ່ລູກຍັງຕ້ອງສືບຕໍ່ໄປເພື່ອໃຫ້ໄດ້ຕົວຜູ້ບົງການຢູ່ເບື້ອງຫຼັງ ແລະ ຈະພະຍາຍາມຈັດການເລື່ອງນີ້ໃຫ້ຈົບລົງໂດຍໄວທີ່ສຸດ”

“ດີ” ຣອສເບລເອີ່ຍກ່າວກັບລູກຊາຍພຽງຄຳສັ້ນໆ

ຫຼັງສິ້ນສຸດບົດສົນທະນາ ຣິສຊາສ໌ ກໍ່ຍ່າງອອກຈາກຫ້ອງເຮັດວຽກຂອງພໍ່ ແລະ ຍ່າງມຸ່ງໜ້າລົງໄປທີ່ຄຸກໃຕ້ດິນທັນທີ

ຄຸກໃຕ້ດິນທີ່ມືດ ແລະ ອັບຊື້ນເໝັນສາບສາກໜູຕາຍ ປະປົນກັບກິ່ນຄາວເລືອດຊວນປວດຮາກ  ໃນເວລານີ້ມັນເຕັມໄປດ້ວຍສຽງຮ້ອງໂຫຍຫວນຈາກຄວາມເຈັບປວດທໍລະມານດັ່ງກ້ອງໄປທົ່ວບໍລິເວນຟັງແລ້ວຊວນຂົນລຸກ ແຕ່ເຖິງຢ່າງນັ້ນແວມພາຍຜູ້ທີ່ຖືກທໍລະມານຍັງຄົງປາກແຂງບໍ່ຍອມເອີ່ຍປາກກ່າວສິ່ງໃດທີ່ເປັນປະໂຫຍດອອກມາ

“ໄດ້ຄວາມວ່າແນວໃດແນ່?” ຣິສຊາຣ໌ຫັນໄປກ່າວກັບບໍລິວານຜູ້ທີ່ຮັບໜ້າທີ່ສອບສວນນັກໂທດດ້ວຍນ້ຳສຽງເຄັ່ງຄິມ

“ທ່ານຜູ້ນຳ…ມັນບໍ່ຍອມສາລະພາບໃດໆອອກມາເລີຍ” ແວມພາຍບໍລິວານກົ້ມກ່າວຄວາມຈິງໃຫ້ຜູ້ນຳຂອງເຂົາໄດ້ຮັບຊາບດ້ວຍສີໜ້າກັງວົນເລັກໜ້ອຍ

“ດີ…ທໍລະມານມັນຕໍ່ໄປ…ທໍລະມານມັນໃຫ້ໜັກໆ…ຈົນກວ່າມັນຈະຍອມເວົ້າ” ຣິສຊາຣ໌ສັ່ງການດ້ວຍສີໜ້າເຢັນຊາແຕ່ນ້ຳສຽງແຝງໄປດ້ວຍຄວາມດຸດັນ

“ຖ່ຍ” ແວມພາຍໜຸ່ມຜູ້ທີ່ກຳລັງຖືກທໍລະມານຢ່າງສາຫັດຢູ່ເຊິ່ງໜ້າ ຣິສຊາສ໌ ໄດ້ຖຸຍນ້ຳລາຍໃສ່ເຂົາ “ແນ່ຈິງມຶງກໍ່ຂ້າກູໃຫ້ຕາຍດຽວນີ້ເລີຍດີກວ່າ…ຢ່າເສຍເວລາທໍລະມານກູໃຫ້ເໝື່ອຍຫຼ້າ…ເພາະກູບໍ່ມີທາງບອກພວກມຶງເດັດຂາດວ່າໃຜເປັນຄົນບົງການຢູ່ເບື້ອງຫຼັງ” ນ້ຳສຽງທີ່ເວົ້າຖາກຖາງພ້ອມກັບສີໜ້າຍິ້ມເຍາະເຍີ້ຍໃນເວລາເວົ້າມັນຊ່າວກວນຕ່ອມປະສາດຂອງຣິສຊາຣ໌ ເປັນຢ່າງດີ

ຣິສຊາສ໌ໂມໂຫເດືອດເກີນທີ່ຈະຄວບຄຸມຕົວເອງໄດ້ ແວວຕາສີຟ້າທະເລຂອງເຂົາກາຍເປັນສີດຳສະໜິດ ເລັບມືຂອງເຂົາທັງສິບຄ່ອຍໆຍາວແຫຼມອອກມາ ແລະ ມີສີດຳເງົາ ເຂົາຍົກມືຂວາຂຶ້ນມາແລ້ວຍັນຝາມືໄປເຊິ່ງໜ້າກັບແວມພາຍນັກໂທດຜູ້ໜ້າສົມເພດ ແສງອາຍຮ້ອນດັ່ງເປວໄຟລາວາຂອງເຂົາໄດ້ພຸ່ງຈາກຝາມືຂອງເຂົາສູ່ແວມພາຍຜູ້ນັ້ນຢ່າງຕໍ່ເນື່ອງ ເຮັດໃຫ້ຮ່າງກາຍຂອງແວມພາຍຜູ້ທີ່ກຳລັງຖືກລົງໂທດຮ້ອນດັ່ງຖືກໄຟເຜົາໄໝ້ດິ້ນຮົນຈົນຕາເຫຼືອກທຸລົນທຸລາຍທໍລະມານດັ່ງຮ່າງຈະແຕກສະລາຍເປັນປ່ຽງໆມີແສງສີທອງສະຫວ່າງພຸ່ງອອກມາຈາກປາກ, ຕາລວມທັງສອງຫູ  ສຽງຮ້ອງຄວນຄາງທໍລະມານສຸດເກີນບັນຍາຍດັ່ງກ້ອງພາຍໃນຄຸກໃຕ້ດິນແຫ່ງນີ້ ຣິສຊາຣ໌ຈ້ອງເບິ່ງດ້ວຍສີໜ້າມີຄວາມສຸກເຂົາຍົກຍິ້ມຂຶ້ນເລັກນ້ອຍ ພຽງບໍ່ເທົ່າໃດນາທີຮ່າງກາຍຂອງແວມພາຍຜູ້ນັ້ນກໍ່ລະເບີດແຕກສະຫຼາຍໄປກັບອາກາດ ທ່າມກາງຄວາມຢ້ານສັ່ນສະທ້ານຂອງແວມພາຍຕົວອື່ນທີ່ຢູ່ບໍລິເວນນັ້ນ

“ຂ້ອຍຈັດການໃຫ້ຄຸກພວກເຈົ້າຫາຍໃຈໂລ່ງຂຶ້ນເລັກໜ້ອຍ! ພວກເຈົ້າພໍໃຈຫຼືບໍ່ ” ຣິສຊາສ໌ກ່າວກັບເຈົ້າໜ້າຜູ້ຄຸມຄັງຢ່າງອາລົມດີ ເຂົາຍົກມຸມປາກຂຶ້ນຍິ້ມເລັກນ້ອຍແລ້ວກັບມາໜ້າລຽບນິ້ງຄືເກົ່າ

“ເອົາໂຕໃໝ່ອອກມາສອບສວນ! ທໍລະມານມັກໃຫ້ໜັກຈົນກວ່າມັນຈະເວົ້າອອກມາ” ເຂົາຫັນໄປສັ່ງຜູ້ຄຸມຂັງດ້ວຍສີໜ້າດຸດັນ ແລະ ນ້ຳສຽງໜັກແໜ້ນ ກ່ອນຈະຍ່າງອອກມາຈາກຄຸກໂດຍມີ ວິນລ້ຽນ ອົງຄະລັກຄົນສະໜິດຍ່າງນຳຫຼັງມາແບບຕິດໆ

“ຄືນນີ້ທ່ານຈະເດີນທາງໄປດິນແດນມະນຸດ ຫຼື ບໍ່” ວິນລ້ຽມເອີ່ຍຖາມຜູ້ນຳດ້ວຍສີໜ້າ ແລະ ນ້ຳສຽງລຽບນິ້ງ

“ຂ້ອຍຄິດວ່າຈະໄປກວດຈັກໜ່ອຍ” ເຂົາຫັນມາຕອບວິນລ້ຽມດ້ວຍສີໜ້ານິ້ງ

ດ້ານ ອາຣິຊ່າ ທີ່ KKK PUB

ເປັນອີກຄືນທີ່ຂ້ອຍມາປະຈຳການທີ່ພັບແຫ່ງນີ້ຫຼັງເລີກຮຽນ  KKK PUB ເປັນອີກໜຶ່ງພັບໃຫຍ່ກາງໃຈນະຄອນລອນດອນ ມີໄວລຸ້ນໜຸ່ມສາວຈຳນວນຫຼາຍທີ່ມາສະແຫວງຫາຄວາມສຸກຢູ່ໃນພັບແຫ່ງນີ້ ແລະ ຄືນນີ້ໍ່ຄຶກຄື້ນຄືກັບທຸກຄືນທີ່ຜ່ານມາ ດ້ວຍແສງໄຟຫຼາກຫຼາຍສີກະທົບສ່ອງລົງມາໃສ່ໜ້າບວກກັບດົນຕີທີ່ຄຶກຄັກ ສັ່ນປະສາດໃຫ້ຊາຍໜຸ່ມຍິງສາວອອກລີລາຂັບເຄື່ອນຮ່າງກາຍອ່ອນໄຫວໄປຕາມສຽງດົນຕີຢ່າງບ້າບິ່ນ ຍິງສາວບາງຄົນສວມບົດບາດນາງແມວຢົ້ວສະຫວາດຮ່ອນເອິກແອວໄປມາໃຫ້ຊາຍຜູ້ຈ້ອງເບິ່ງຕາຄ້າງໄປຕາມໆກັນ ໃນບາງມຸມກໍ່ມີຄູ່ໜຸ່ມສາວກອດຟັດຮັດວ່ຽງແນບສິດປານງູປະສົມພັນ… “ຖ້າຈະຂະໜາດນີ້ເປີດຫ້ອງເອົາກັນດີກ່ອນບໍ້”…ອັນນີ້ຂ້ອຍຄິດໃນໃຈ! ເຖິງມັນຈະວຸ້ນວາຍໄປແນ່ຈັກໜ່ອຍ ແຕ່ທີ່ນີ້ກໍ່ໄດ້ທິບໜາດີ ເພາະສ່ວນຫຼາຍຄົນທີ່ມາທ່ຽວພັບແຫ່ງນີ້ມີແຕ່ຄົນມີຖານະດີ.

ຣິສຊາຣ໌ @ KKK PUB

ຂ້ອຍກັບວິນລ້ຽມ ຍ່າງຝ່າຝູງຄົນເຂົ້າມາໃນພັບ…ເຮີ້…!! ໂລກມະນຸດນີ້ມັນເຕັມໄປດ້ວຍສີສັນ ແລະ ກິ່ນຫອມຂອງພວກເຂົາມັນຊ່າງຫອມຫວານ ໂດຍສະເພາະກິ່ນກາຍຂອງຍິງສາວ ຄືນນີ້ຂ້ອຍກັບວິນລ້ຽວຄົງບໍ່ພາດທີ່ຈະຫິ້ວສາວກັບຂຶ້ນຫ້ອງເປັນແນ່ແທ້

ຂ້ອຍກັບວິນລ້ຽມຍ່າງມານັ່ງຢູ່ທີ່ໜ້າເຄົ້າເຕີ ທີ່ປະຈຳ

“ຂໍວາຍແດງ 2 ຈອກ” ຂ້ອຍສັ່ງວາຍແດງມາສອງຈອກເພື່ອວິນລ້ຽມມັນໜຶ່ງຈອກ ເຖິງວາຍແດງມັນຈະຣົດຊາດບໍ່ໄດ້ເລື່ອງປານໃດສຳລັບແວມພາຍຢ່າງພວກເຮົາ ແຕ່ມັນກໍ່ພໍດື່ມໄດ້ ເມື່ອໂລກປ່ຽນໄປເພື່ອບໍ່ໃຫ້ຕົນເອງກາຍເປັນຜູ້ຖືກລ່າຈາກມະນຸດ ພວກເຮົາຊາວແວມພາຍເລີຍຕ້ອງຢຸດພຶດຕິກຳຄືເມື່ອຫຼາຍຮ້ອຍປີກ່ອນ ແລະ ປັບຕົວໃຫ້ເຂົ້າສັງຄົມຮຽນຮູ້ການກິນຢູ່ຮ່ວມກັນພວກມະນຸດໃຫ້ໄດ້

ດ້ວນຮູບຮ່າງໜ້າຕາທີ່ໂດດເດັ່ນຂອງແວມພາຍຈິ່ງເຮັດໃຫ້ສາວນ້ອຍສາວໃຫຍ່ໃນພັບແຫ່ງນີ້ຫັນມາຈັບຈ້ອງສອງໜຸ່ມຢ່າງສະເໜ່ ຫາ  ພວກນາງຫາຮູ້ບໍ່ວ່າພາຍໃຕ້ຄວາມງົດງາມທີ່ເຊື່ອງຊ້ອນໃນກາຍໜຸ່ມນັ້ນຄືປີສາດຮ້າຍ

ບໍ່ດົນກໍ່ມີສາວງາມໃຈກ້າສອງນາງທີ່ມີໃບໜ້າສວຍງາມ ຜິວຂາວນວນຜ່ອງ ຫຸ່ນເຊັກຊີ້ຂະຫຍີ້ໃຈຊາຍໜຸ່ມ ຄົນໜຶ່ງແຕ່ງຊຸດເດຣດເກາະເອິກສີດຳສ່ວນລຸ່ມສັ້ນປຣີ໊ດດດດ! ເກືອບເຫັນສະລິບຂ້າງໃນ ສ່ວນທາງເທິງເປັນເກາະເອິກຫັດເຕົ້າໃຫຍ່ທະລັກເຫັນຮ່ອງເນີນຂາວນຸ້ມນວນໂພນຂຶ້ນ ແລະ ອີກຄົນນຸ່ງໂສ້ງຢືນຂາສັ້ນຈຸດດຸດຫັດໂອ່ນໂຕນຈົນເຫັນເນີນສະຫວາດໄດ້ຮູບ ນາງສວມໃສ່ເສື້ອຊົງຄອບສາຍດ່ຽວໂຊລເອວບາງຂາວນວນໜ້າສຳພັດ ສອງສາວຈັບຈອກເຫຼົ້າຍ່າງມຸ່ງໜ້າເຂົ້າມາຫາ ຣິສຊາ໌ ກັບ ວິນລ້ຽມ ດ້ວຍສາຍຕາທີ່ເຢົ້າຢວນ

“ພວກເຮົາທັງສອງຂໍນັ່ງດື່ມເປັນເພື່ອນພວກເຈ້າໄດ້ຫຼືບໍ່?” ສອງສາວເອີ່ຍຖາມໃນຂະນະທີ່ພວກນາງນັ່ງລົງຂ້າງໆ ຮິສຊາຣ໌ ແລະ ວິນລ້ຽມ

ສອງຊາຍສຸດຫຼໍ່ບໍ່ໄດ້ເອີ່ຍຄຳໃດອອກໄປ ສອງຊາຍໜຸ່ມເບິ່ງສາວທີ່ນັ່ງຂ້າງຕົນຕັ້ງແຕ່ໃບໜ້າລຸກລາມລົງໄປຮອດກົກຂາຂາວໆດ້ວຍສາຍຕາທີ່ເດົາອາລົມໄດ້ຍາກ…”ອາຫານຄືນນີ້ພໍໃຊ້ໄດ້” ນີ້ຄືຄວາມຄິດຂອງສອງຊາຍໜຸ່ມກ່ອນທີ່ພວກເຂົາຈະຍົກຍິ້ມໃຫ້ຍິງສອງທັງສອງເລັກນ້ອຍ ເພື່ອເປັນການຕອບຮັບ ແລະ ໃນຂະນະທີ່ສອງໜຸ່ມແວມພາຍກຳລັງຈິບວາຍແດງເຂົ້າປາກ ຢູ່ໆປະສາດສ່ວນດັງຂອງ ຣິສຊາຣ໌ກໍ່ໄດ້ສຳພັນເຂົ້າກັບກິ່ນຫອມແປກໆ ກິ່ນຫອມທີ່ເຮັດໃຫ້ເຂົາຮູ້ສຶກຫວັ່ນໄຫວ

“ກິ່ນນັ້ນ…ກິ່ນນັ້ນມັນ…!!!” ຣິສຊາສ໌ເອີ່ຍພຶມພຳໃນໃຈກ່ອນຈະລຸກຍ່າງປຽດສຽດຝູງຊົນໄປຕາມຫາເຈົ້າຂອງກິ່ນນັ້ນ

ວິນລ້ຽມເມື່ອເຫັນຜູ້ເປັນເຈົ້ານາຍລຸກຈາກຕັ້ງຍ່າງໄປເຂົາກໍ່ວາງຈອກວາຍແດງລົມແລ້ວຍ່າງຕາມຫຼັງໄປຕິດໆໂດຍບໍ່ໄດ້ສົນໃຈສຽງຮຽກຮ້ອງຈົນເຮັດໃຫ້ຍິງສາວທັງສອງ ເກີດຄວາມມຶນງົງກັບພຶດຕິກຳຂອງສອງຊາຍໜຸ່ມ

ຣິສຊາສ໌ ຍ່າງແກະຮອຍໄປຕາມກິ່ນທີ່ໂຊຍມາແບບບໍ່ສົນໃຈສິ່ງອ້ອມຂ້າງ ແລະ ໃນທີ່ສຸດເຂົາກໍ່ພົບກັບເຈົ້າຂອງກິ່ນທີ່ເຂົາຕາມຫາ

“ນາງ” ຣິສຊາສ໌ເອີ່່ຍດ້ວຍນ້ຳສຽງສັ່ນເຄືອໃນລຳຄໍ ຕາເຂົາເປີດກວ້າງຂຶ້ນດ້ວຍຄວາມຕົກໃຈ ແລະ ເຕັມໄປດ້ວຍຄວາມສົງໃສ