spot_img
Homeນານາສາລະເຄື່ອງດື່ມທີ່ມີນ້ຳຕານສູງມີສ່ວນເຮັດໃຫ້ຜົມລົ່ນ

ເຄື່ອງດື່ມທີ່ມີນ້ຳຕານສູງມີສ່ວນເຮັດໃຫ້ຜົມລົ່ນ

Published on

ໃຜທີ່ມັກດື່ມນ້ຳອັດລົມຕ້ອງລະວັງ “ເຄື່ອງດື່ມທີ່ມີນ້ຳຕານສູງ” ມີສ່ວນເຮັດໃຫ້ຜົມລົ່ນ.

ຜົນການວິໄຈຈາກ ມະຫາວິທະຍາໄລຊິງຫົວ ໃນກຸງປັກກິ່ງ ພົບວ່າ ເຄື່ອງດື່ມທີ່ມີນ້ຳຕານສູງມີການສຳພັນກັນກັບອາການຜົມລົ່ນໃນກຸ່ມໄວລຸ້ນຜູ້ຊາຍ.

ອາການຜົມລົ່ນແບບຜູ້ຊາຍ (MPHL) ເປັນຮູບແບບຜົມລົ່ນທີ່ພົບໄດ້ຫຼາຍໃນກຸ່ມຜູ້ຊາຍ ປະມານ 95% ໂດຍອາການຈະມີຜົມລົ່ນ ຜົມບາງ ແລະ ເສັ້ນຜົມນ້ອຍລົງ.

ນັກວິໄຈວິເຄາະວ່າ ຜູ້ຊາຍຈາກປະເທດຈີນ 1.028 ຄົນ ທີ່ມີອາຍຸສະເລ່ຍ 27,8 ປີ ມີພຶດຕິກຳດື່ມເຄື່ອງດື່ມ ທີ່ມີນ້ຳຕານ ຫຼາຍປະເພດເຊັ່ນ ນ້ຳໝາກໄມ້ ນ້ຳອັດລົມ ຊາໃສ່ນ້ຳຕານຫຼື ຊານົມ ແລະ ກາເຟ ພົບວ່າ 57,6% ຂອງຜູ້ເຂົ້າຮ່ວມສຳຫຼວດມີອາການຜົມລົ່ນແບບຜູ້ຊາຍ.

ກຸ່ມຜູ້ເຂົ້າຮ່ວມສຳຫຼວດ 44,6% ພວກເຂົາດື່ມເຄື່ອງດື່ມທີ່ມີນ້ຳຕານຫຼາຍກວ່າ 7 ຄັ້ງຕໍ່ອາທິດ ເຊິ່ງຄະນະວິໄຈພົບວ່າ ຜູ້ທີ່ບໍລິໂພກເຄື່ອງດື່ມທີ່ມີນ້ຳຕານສູງຂຶ້ນຈະມີຄວາມສ່ຽງປະເຊີນກັບອາການຜົມລົ່ນແບບຜູ້ຊາຍຫຼາຍຂຶ້ນ ລະດັບການບໍລິໂພກເຄື່ອງດື່ມທີ່ມີນ້ຳຕານຂອງກຸ່ມທີ່ຜົມລົ່ນ ສະເລ່ຍ 4,293 ມິນລີລິດຕໍ່ອາທິດ ສູງກວ່າລະດັບກຸ່ມປົກກະຕິ ທີ່ມີແຕ່ 2.513 ມິນລີລິດຕໍ່ອາທິດ.

ທີ່ມາຈາກ futurism

 

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...