spot_img
Homeຄວາມງາມເຄັດລັບຄວາມງາມ ເບິ່ງແຍງແຂນສອກແລະຫົວເຂົ່າດ້ວຍນ້ຳເຜິ້ງ

ເຄັດລັບຄວາມງາມ ເບິ່ງແຍງແຂນສອກແລະຫົວເຂົ່າດ້ວຍນ້ຳເຜິ້ງ

Published on

BEE

ແຂນສອກແລະຫົວເຂົ່າ ຕ້ອງໃດ້ຮັບການເບິ່ງແຍງຕະຫຼອດ ເຖິງບໍ່ແມ່ນລະດູໜາວກໍ່ຕາມ ເພື່ອໃຫ້ຜິວບໍລິເວນນັັ້ນນຸ່ມນວນ ແລະບໍ່ແຫ້ງແລ້ງ ໂດຍສະເພາະລະດູໜາວ ຫຼືຄົນທີ່ເຮັດວຽກໃນຫ້ອງແອຕະຫຼອດ…

ແຂນສອກແລະຫົວເຂົ່ານັ້ນ ຈະແຫ້ງກະດ້າງແລະມີຮອຍຊ້ຳເຫັນ ໃດ້ຈະແຈ້ງກວ່າບ່ອນອື່ນໆ ເຄັດລັບຄວາມງາມ ໃນຕອນນີ້ເຮົາມາ ເບິ່ງແຍ້ງຜິວພັນບໍລິເວນແຂນສອກແລະຫົວເຂົ່າ ດ້ວຍນ້ຳເຜິ້ງດີກວ່າ.

* ຂັ້ນຕອນທຳອິດ ກຽມນ້ຳເຜິ້ງແທ້ປະມານ 6-7 ບ່ວງ ແລ້ວນຳໄປອຸ່ນໃຫ້ພໍດີ ຢ່າໃຫ້ຮ້ອນເກີນໄປ

* ຂັ້ນຕອນທີສອງ ທຳຄວາມສະອາດແຂນສອກ ມືແລະຫົວເຂົ່າ ໃຫ້ສະອາດດ້ວຍນ້ຳອຸ່ນແລະສະບູ ແລ້ວເຊັດໃຫ້ແຫ້ງດ້ວຍຜ້າແພ

* ຂັ້ນຕອນສຸດທ້າຍ ໃຊ້ນິ້ວມືແຕະນ້ຳເຜິ້ງອຸ່ນໆ ທີ່ກຽມໄວ້ ມາທາໃຫ້ທົ່ວແຂນສອກແລະຫົວເຂົ່າທັງ 2 ຂ້າງ ຂະນະກຳລັງທານ້ຳເຜິ້ງນັ້ນ ກໍ່ໃຫ້ອອກແຮງນວດບໍລິເວນນັ້ນໄປພ້ອມ ທາຈົນນ້ຳເຜິ້ງທີ່ກຽມໄວ້ໝົດແລ້ວປະໄວ້ປະມານ 30 ນາທີ ແລ້ວລ້າງອອກໃຫ້ສະອາດ ດ້ວຍນ້ຳອຸ່ນແລະສະບູ ເປັນອັນວ່າຮຽບຮ້ອຍ ເຄັດລັບຄວາມງາມ ດ້ວຍນ້ຳເຜິ້ງນີ້ຄວນເຮັດເປັນປະຈຳ ທຸກອາທິດເພື່ອຜິວພັນທີ່ ນຸ່ນນວນ ບໍ່ແຫ້ງແຂງກະດ້າງ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...