spot_img
Homeຂ່າວທ້ອງຖິ່ນເກີດເຫດຟ້າຜ່າງົວ ປະຊາຊົນ ຕາຍ 26 ໂຕ!

ເກີດເຫດຟ້າຜ່າງົວ ປະຊາຊົນ ຕາຍ 26 ໂຕ!

Published on

ເກີດເຫດຟ້າຜ່າເຮັດໃຫ້ງົວຂອງປະຊາຊົນຕາຍສ້າງຄວາມເສຍຫາຍເກືອບ 200.000.000 ກີບ, ເນື່ອງຈາກຝົນຕົກໜັກ ລົມພັດແຮງໃນຄໍ່າຄືນຂອງວັນທີ 20 ກັນຍາ 2022ຜ່ານມານີ້ ຢູ່ທີ່ບ້ານຫ້ວຍງ້ວນເມືອງງາແຂວງອຸດົມໄຊ ໄດ້ເກີດເຫດມີຟ້າຜ່າງົວຂອງປະຊາຊົນຕາຍຈໍານວນ 26 ໂຕ ເຊິ່ງຄາດວ່າໄດ້ສ້າງຄວາມເສຍຫາຍເກືອບ 200.000.000ລ້ານກີບ.

ອີງຕາມການໃຫ້ຂໍ້ມູນເບິ່ງຕົ້ນຂອງທ່ານ ບຸນແພງ ເຊຍເຍລີ ຫົວຫນ້າຫນ່ວຍງານລ້ຽງສັດ ຫ້ອງການກະສິກຳແລະປ່າໄມ້ເມືອງໃຫ້ຮູ້ວ່າ ງົວດັ່ງກ່າວແມ່ນງົວຂອງ ທ້າວ ໄມ່ແສງ ມີທັງໝົດ 30ໂຕ ຖືກຟ້າຜາ 26ໂຕ ຕໍ່ເຫດການດັ່ງກ່າວພາກສ່ວນກ່ຽວຂ້ອງໄດ້ລົງກວດກາຕົວຈິງເຫັນວ່າຂົງເຂດດັ່ງກ່າວແມ່ນສ່ວນຫຍ້າລ້ຽງງົວ ສ່ວນຂົງເຂດຖືກຟ້າຜ່າເປັນເຂດຮາບພຽງ ມີສຸມໄມ້ຊາງໄພເປັນບ່ອນຢູ່ຂອງງົວສັງເກດເຫັນຫນໍ່ໄມ່ຢູ່ຂົງເຂດດັ່ງກ່າວແຕກຫມູ່ນທັງຫມົດ ແລະ ຕາມຕົນຕົວຂອງງົວມີຫລັກສະນະແຫຼ້ກໍ່າ ເຊິ່ງວິຊາການຫ້ອງການກະສິກຳແລະປ່າໄມ້ເມືອງງາໄດ້ແນະນໍາໃຫ້ຝັງງົວທີ່ຕາຍທັງຫມົດຕາມຫລັກວິຊາການແລະຫ້າມນໍາມາບໍໂພກເພາະອາດຈະມີຄວາມສ່ຽງໃນການຕິດເຊື້ອຈາກສັດສູ່ຄົນໄດ້
Cr. Media Laos

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...