ເກີດອຸປະຕິເຫດລົດຕຳກັນ 56 ຄັນ ຢູ່ທາງດ່ວນປັກກິ່ງ-ຄຸນໝິງ ໃນປະເທດຈີນ

0
1900

ອີງຕາມການລາຍງານຈາກສຳນັກຂ່າວຈີນ ລາຍງານເມື່ອວັນທີ 21 ພະຈິກຜ່ານມາວ່າ ເວລາປະມານ 09:00 ໂມງທາງດ່ວນປັກກິ່ງ-ຄຸນໝິງ ອຳເພີຜິງຢາງ ເມືອງໄທ່ຫຍວນ ມົນທົນຊານຊື ໄດ້ເກີດອຸປະຕິເຫດລົດບັນທຸກຫຼາຍກວ່າ 50 ຄັນ ໄດ້ຕໍາກັນ ຈົນເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ, ບາດເຈັບ 37 ຄົນ ແລະລົດ 56 ຄັນໄດ້ຮັບຄວາມເສຍຫາຍ ສົ່ງຜົນເຮັດໃຫ້ສະພາບຈະລາຈອນ ຕິດເປັນເວລາດົນຈົນໝົດມື້

ຕາມການລາຍງານໄດ້ບອກອີກວ່າ ເນື່ອງຈາກສະພາບອາກາດ ມີທັງຝົນ ແລະຫິມະ ເຮັດໃຫ້ເກີດອຸປະຕິເຫດລົດຍົນ, ລົດບັນທຸກ ຕໍາກັນຫຼາຍຄັນ, ເຮັດໃຫ້ສິນຄ້າ ແລະສິ້ນສ່ວນລົດກະຈາຍເຕັມຖະໜົນ