spot_img
Home​ຂ່າວບັນເທິງຮູບເງົາລາວ-ຍີ່ປຸ່ນ “ສາຍນ້ຳໄຫຼ” ຈະອອກສາຍໃນທ້າຍເດືອນພະຈິກ

ຮູບເງົາລາວ-ຍີ່ປຸ່ນ “ສາຍນ້ຳໄຫຼ” ຈະອອກສາຍໃນທ້າຍເດືອນພະຈິກ

Published on

ຄໍລຳໜັງໃໝ່ມື້ນີ້ ແອັດມິນຈະມານຳສະເໜີ ຮູບເງົາລາວເລື່ອງໃໝ່ “ສາຍນ້ຳໄຫຼ ຫຼື The River Flow” ເຊິ່ງເປັນການຈັບມືກັນສ້າງລະຫວ່າງ ອົງການ Japan Laos Creative Partners ຈາກປະເທດຍີ່ປຸ່ນ ແລະ ບໍລິສັດ New Wave Cinema ຈາກລາວ ເຊີ່ງຮູບເງົາດັ່ງກ່າວແມ່ນສ້າງຂຶ້ນມາເພື່ອເປັນການສະເຫຼີມສະຫຼອງ ສາຍພົວພັນລະຫວ່າງ ລາວ-ຢິປຸ່ນ ຄົບຮອບ 60 ປີ

ທີມນັກສະແດງຈາກ First Modeling ມີ 3 ຄົນ:
– ຕູ່ ທິດາ Thida Sitthixay ຮັບບົດເປັນນາງເອກ
– ທອນນີ້ Thonny Stpm ຮັບບົດເປັນໝູ່ຂອງນາງເອກ
– ໂຣບອ໋ດ Ro Bottoy ຮັບບົດເປັນທະຫານ
– ພະເອກ Yuta Inoue ເປັນນັກສະແດງນາຍແບບ ຊື່ດັງຈາກປະເທດຍິປຸ່ນ

ເລື່ອງນີ້ມີແຜນກຳນົດສາຍໃນໂຮງຮູບເງົາໃນວັນທີ 30 ພະຈິກ 2017 ທ່ານສາມາດເຂົ້າຊົມຮູບເງົາເລື່ອງດັ່ງກ່າວໄດ້ທີ່ ເມເຈີຊິເນເພຼັກ ແພຼັດທິນຳ ທີ່ວຽງຈັນເຊັນເຕີ ແລະ ໄອເຕັກ ມໍ ໃນວັນທີ 30 ພະຈິກ ກ່ອນຈະລົງໄປສາຍທີ່ປາກເຊ ແຂວງຈຳປາສັກ.

ເພື່ອໃຫ້ທ່ານເຂົ້າໃຈເນື້ອເລື່ອງຫຼາຍຂຶ້ນ ເຮົາມາເບິ່ງຕົວຢ່າງຮູບເງົາໄປພ້ອມກັນເລີຍ

https://www.facebook.com/modelingagencyinlaos/videos/1464511333645950/?fref=mentions

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...