spot_img
Homeຂ່າວຕ່າງປະເທດຮັກແຮງ! ບ່າວກາຊັກສະຖານ ປອມໂຕເປັນຜູ້ຍິງ ເຂົ້າຫ້ອງເສັງແທນຜູ້ສາວ ໂຊກຮ້າຍຖືກຈັບໄດ້!

ຮັກແຮງ! ບ່າວກາຊັກສະຖານ ປອມໂຕເປັນຜູ້ຍິງ ເຂົ້າຫ້ອງເສັງແທນຜູ້ສາວ ໂຊກຮ້າຍຖືກຈັບໄດ້!

Published on

dog

ບ່າວກາຊັກສະຖານ ອາຍຸ 20 ປີ ປອມໂຕເປັນຜູ້ຍິງເພື່ອເຂົ້າສອບເສັງແທນຜູ້ສາວ ແຕ່ປອມບໍ່ນຽນເລີຍຖືກກຳມະການຄຸມຫ້ອງເສັງກວດຈັບໄດ້.

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ມິຖຸນາຜ່ານມານີ້ວ່າ ເຫດການດັ່ງກ່າວເກີດຂຶ້ນຢູ່ໂຮງຮຽນແຫ່ງໜຶ່ງ ໃນປະເທດກາຊັກສະຖານ ໂດຍ ທ້າວ ອາຍັນ ຊາເດມອບ ອາຍຸ 20 ປີ ລາວຮູ້ສຶກເປັນຫ່ວງຢ້ານແຟນເສັງບໍ່ໄດ້ ຍ້ອນແຟນບອກວ່າບໍ່ມີຄວາມໝັ້ນໃຈເລີຍ ລາວຈິ່ງເກີດແນວຄິດປອມໂຕເປັນຜູ້ຍິງ ເຮັດໃຫ້ຄ້າຍຄືກັບແຟນຂອງຕົນເອງ ດ້ວຍການເອົາວິກຝົມປອມມາໃສ່ ພ້ອມທັງໃສ່ເສື້ອ ແລະ ກະໂປງຂອງແຟນ ແລ້ວໄປເຂົ້າຫ້ອງສອບເສັງແທນ.

ແຕ່ພາຍຫລັງທີ່ລາວໄດ້ຍື່ນບັດປະຈຳຕົວນັກຮຽນ ໃຫ້ແກ່ກຳມະການຄວບຄຸມຫ້ອງເສັງ ກໍເລີຍເຮັດໃຫ້ກຳມະການຫົນຫວຍມຶນງົງທັນທີ ເມື່ອເບິ່ງຮູບໃນບັດປະຈຳຕົວ ແລະ ຕົວຈິງຂອງລາວແລ້ວ ແມ່ນເປັນຄົນລະເລື່ອງກັນເລີຍ ເຮັດໃຫ້ລາວໄດ້ຖືກນຳຕົວໄປສອບສວນ.

ຜ່ານການສອບສວນຈິ່ງໃຫ້ຮູ້ວ່າ ທ້າວ ຊາເດມອບ ໄດ້ຖືກປັບໃໝເງິນຕາມກົດລະບຽບ ຈາກຂໍ້ຫາພະຍາຍາມທຸຈະລິດການສອບເສັງ, ແນວໃດກໍຕາມ ຫລາຍຄົນໄດ້ໃຫ້ຄວາມເຫັນຕໍ່ເລື່ອງນີ້ວ່າ ເຖິງແມ່ນຈະເປັນການຕັດສິນໃຈທີ່ໂງ່ຈ້າ ແຕ່ການກະທຳດັ່ງກ່າວນີ້ ຊ້ຳພັດເປັນເລື່ອງໂຣແມນຕິກສຸດໆ ສຳລັບຜູ້ສາວຄົນດັ່ງກ່າວ ທີ່ມີແຟນອາດຫານຊານໄຊສ່ຽງເຮັດເລື່ອງຄືແນວນີ້ ຍ້ອນຄວາມຮັກແຮງ.

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...