spot_img
Homeຂ່າວພາຍ​ໃນຮອດປີ 2025 ຈະຂະຫຍາຍເນື້ອທີ່ປູກກາເຟໃຫ້ໄດ້ 130.000 ເຮັກຕາ!

ຮອດປີ 2025 ຈະຂະຫຍາຍເນື້ອທີ່ປູກກາເຟໃຫ້ໄດ້ 130.000 ເຮັກຕາ!

Published on

607c51c54eccb6a31bbdfa2ad618ff09

 

ໃນ​ຍຸດ​ທະ​ສາດ​ການ​ສົ່ງເສີມ​ກາເຟ​ລາວ ໄດ້​ກຳນົດ​ເປົ້າ​ໝາຍ​ຈະ​ຂະຫຍາຍ​ເນື້ອທີ່​ການ​ຜະລິດ​ຈາກ 78.000 ເຮັກຕາ

ໃນ​ປັດຈຸບັນ​ໃຫ້​ໄດ້​ຫຼາຍ​ກວ່າ 130.000 ເຮັກຕາ ໃນ​ປີ 2025 ໂດຍ​ຈະ​ໄດ້​ເອົາໃຈໃສ່​ຕໍ່​ຜູ້​ຜະລິດ​ຂະໜາດ​ນ້ອຍ ພ້ອມ​

ທັງ​ປັບປຸງ​ຜະລິດ​ຕະ​ພັນ​ ເພື່ອ​ໃຫ້​ໄດ້​ປະລິມານ ແລະ ຄຸນະພາບ​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ.

 

ທ່ານ ໄຊ​ປລາ​ເດດ ຈຸລາມະນີ ປະທານ​ກອງ​ເລຂາ​ຄະນະ​ກຳມະການ​ແຫ່ງ​ຊາດ ເພື່ອ​ສົ່ງເສີມ​ກາເຟ​ລາວ ໄດ້​ລາຍ​ງານ​

ໃຫ້​ຮູ້​ໃນ​ໂອກາດ​ເຂົ້າ​ຮ່ວມ​ສຳ​ມະ​ນາ ໃນ​ບຸນມະໂຫລານ​ກາເຟ​ລາວ ຄັ້ງ​ທີ 1 ທີ່ແຂວງ​ຈຳປາ​ສັກ ເມື່ອ​ບໍ່​ດົນ​ມາ​ນີ້​ວ່າ:

ຂະແໜງ​ກາເຟ​ລາວ ໄດ້​ມີ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ​ຂຶ້ນ​ເປັນ​ກ້າວໆ ຄຽງ​ຄູ່​ກັບ​ການ​ເພີ່ມ​ຂຶ້ນ​ຂອງ​ເນື້ອທີ່​ປູກ​ກາ

ເຟ ກໍ່​ຄືຜົນ​ຜະລິດ ແລະ ມູນ​ຄ່າ​ການ​ສົ່ງ​ອອກ​ກາເຟ ກໍ່​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ປັດຈຸບັນ ​ທົ່ວ​ປະເທດ​ມີ​ເນື້ອທີ່​ປູກ​

ກາເຟ​ທັງ​ໝົດ 78.000 ເຮັດ​ຕາ, ໃນ​ນັ້ນ ເຂດ​ພູ​ພຽງ​ບໍລິເວນ ໃນ 3 ແຂວງ​ຄື: ຈຳປາ​ສັກ, ສາລະ​ວັນ ແລະ ເຊ​ກອງ

ກວມ​ເອົາ 95%.

 

ທ່ານ ໄຊ​ປລາ​ເດດ ຈຸລາມະນີ ຍັງ​ໃຫ້​ຮູ້​ຕື່ມ​ວ່າ: ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ຕະຫຼາດ ທັງ​

ພາຍ​ໃນ ແລະ ຕ່າງປະເທດ ຄະນະ​ກຳມະການ​ແຫ່ງ​ຊາດ ເພື່ອ​ສົ່ງເສີມ​ກາເຟ​ລາວ ໄດ້​ກຳນົດ 4 ເປົ້າ​ໝາຍ ແລະ ເນື້ອ

​ໃນ​ຕົ້ນຕໍ​ຄື: ພັດທະນາ​ການ​ປູກ​ກາເຟ ຂະຫຍາຍ​ເນື້ອທີ່​ການ​ຜະລິດ, ປັບປຸງ​ຜະລິດ​ຕະ​ພັນ​ເພື່ອ​ໃຫ້​ໄດ້​ທັງ​ປະລິມານ

ແລະ ຄຸນ​ນະ​ພາບ ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ ແລະ ເລັ່ງ​ໃສ່​ການ​ຜະລິດ​ກາເຟທີ່​ມີ​ຄຸນ​ນະພາບ​ສູງ​ ໃນ​ເຂດ​

ພູ​ພຽງ​ບໍ​ລະ​ເວນ; ປັບປຸງ​ຄຸນ​ນະ​ພາບ ແລະ ການ​ຕະຫຼາດ ເພື່ອ​ເພີ່ມ​ມູນ​ຄ່າ ແລະ ກຳໄລຄື: ຍົກ​ສູງ​ດ້ານ​ຄຸນ​ນະ​ພາບ​

ໃນ​ທຸກ​ລະດັບ​ຂອງ​ຕ່ອງ​ໂສ້​ການ​ຜະລິດ​ກາເຟ, ສູ້​ຊົນ​ໃຫ້​ໄດ້​ຄຸນະພາບ ແລະ ມາດຖານ​ຕະຫຼາດ​ສາກົນ, ເລັ່ງ​ໃສ່​ການ​

ຜະລິດ​ເຂດ​ພູ​ພຽງ​ບໍ​ລະ​ເວນ ​ທີ່​ມີ​ທ່າແຮງ​ໃຫ້​ໄດ້​ຄຸນະພາບ​ດີເລີດ ແລະ ປອດ​ສານພິດ; ເພີ່ມ​ສ່ວນ​ແບ່ງຂອງ​ມູນ​ຄ່າ​

ເພີ່ມ​ໃຫ້​ແກ່​ຊາວ​ສວນ​ຜູ້​ປູກ​ກາເຟຄື: ສົ່ງເສີມ​ການຈັດຕັ້ງ​ກຸ່ມ​ການ​ຜະລິດ, ສະມາຄົມ, ສະຫະ​ກອນ​ໃຫ້​ມີ​ສ່ວນ​ຮ່ວມ

​ຜະລິດ​ກາເຟ​ນັບ​ມື້​ຫຼາຍ​ຂຶ້ນ, ສົ່ງເສີມ​ຜູ້​ຜະລິດ​ຂະໜາດ​ນ້ອຍ​ທີ່ຢູ່​ຫ່າງ​ໄກ​ສອກຫຼີກ ແລະ ການ​ຮ່ວມ​ມືລະຫວ່າງຜູ້​

ລົງທຶນ ແລະ ຜູ້​ຜະລິດ ດ້ວຍ​ສັນຍາ​ຜູກ​ພັນ​ສອງ​ສົ້ນ ແລະ ສ້າງ​ຄວາມ​ເຂັ້ມແຂງ​ຂອງ​ຂະແໜງ​ກາເຟ​ລາວ, ຮ່ວມ​

ມື​ກັບ​ທຸກ​ພາກສ່ວນ​ກ່ຽວຂ້ອງ, ປັບປຸງ​ປະສິດທິພາບ ແລະ ຄວາມ​ສາມາດ​ແຂ່ງຂັນຂອງ​ກາເຟ​ລາວ ແລະ ສ້າງ

​ເງື່ອນໄຂ​ໃຫ້​ທຸກ​ພາກສ່ວນ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ຍຸດ​ທະ​ສາດ​ດັ່ງກ່າວ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...