ຮອງນາຍົກ ເນັ້ນຂະແໜງການເງິນ ສະກັດກັ້ນ-ຕ້ານການສໍ້ລາດບັງຫລວງ

ປັດຈຸບັນ ປະກົດການ ​ພະຍາດ​ອາດ​ຍາ​ສິດ ​ແລະ ລະ​ເມີດ​ສິດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ນັບທັງການສວຍ​ໃຊ້ໜ້າທີ່​ຕຳ​ແໜ່ງ, ລະ​ເມີດ​ລະ​ບຽບ-ກົດໝາຍ ​ແລະ ການ​ສໍ້​ລາດ​ບັງ​ຫຼວງ ແມ່ນ​ມີ​ລັກສະນະ​ຮ້າຍ​ແຮງ, ​ແກ່ຍາວ​ມາ​ຫຼາຍ​ປີ ​ເກີດ​ຂຶ້ນ​ຢ່າງ​ແຜ່ຫລາຍ ​ໃນ​ຖັນ​ແຖວ​ສະມາຊິກ​ພັກ-ພະນັກງານ ທຸກ​ລະດັບ ເຊິ່ງມີ​ທ່າ​ອ່ຽງສັບ​ສົນ, ​ແກ້​ໄຂ​ໄດ້​ຍາກ, ບາງ​ກໍລະນີ ​ເຈົ້າໜ້າທີ່ຂອງ​ພັກ, ລັດ ຍັງ​ກ່ຽວຂ້ອງ​ໂດຍ​ກົງ​ກັບ​ການ​ຄ້າ​ຂາຍ​ເຖື່ອນ​ເປັນ​ຕົ້ນ ບັນຫາ​ໄມ້, ຢາ​ເສບ​ຕິດ ​ແລະ ອື່ນໆ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ​ໄດ້​ມີ​ຄຳ​ເຫັນ​ໂອ້​ລົມ ​ຕໍ່ກອງ​ປະຊຸມສະຫຼຸບ​ວຽກງານ​ການຈັດ​ຕັ້ງ ກໍ່ສ້າງ​ພັກ-​ພະນັກງານ ​ແລະ ວຽກງານ​ກວດກາ​ປະຈໍາປີ 2018 ​ໃນ​ວັນ​ທີ 13 ມີນາ 2019 ​ໂດຍ​ໄດ້​ເນັ້ນ​ໃຫ້ ຄະນະ​ພັກ, ຄະນະ​ນຳກະຊວງ ກໍ​ຄືພະນັກງານ-ລັດຖະກອນຂະ​ແໜງການ​ເງິນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ​ຈົ່ງມີຄວາມໜັກແໜ້ນ ເຂັ້ມແຂງ ແລະ ພ້ອມກັນແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນດັ່ງກ່າວ ໃຫ້ຫຼຸດໜ້ອຍຖອຍລົງ, ທັງເອົາ​ໃຈ​ໃສ່ສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດບັນດາຄາດໝາຍ ກໍຄືເນື້ອໃນມະຕິ, ຄໍາສັ່ງ ຂໍ້ກໍານົດຕ່າງໆຂອງພັກ, ກົດໝາຍ, ນິຕິກໍາລຸ່ມກົດໝາຍຕ່າງໆ ໂດຍສະເພາະແມ່ນມະຕິຄໍາສັ່ງ ແລະ ນິຕິກໍາຕ່າງໆ ກ່ຽວກັບວຽກງານຕິດຕາມກວດກາ, ການສະກັດກັ້ນ ແລະ ການສໍ້ລາດບັງຫຼວງ ຕ້ອງໄດ້ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນກອງຂອງປະຊຸມວຽກງານກວດກາເທື່ອນີ້ໃຫ້ເກີດຜົນເປັນຈິງ. ພ້ອມນັ້ນ ຕ້ອງມີການສະຫຼຸບຕີລາຄາຊອກຫາສາເຫດ ແລະ ຖອດຖອນບົດຮຽນວຽກງານຕິດຕາມ ກວດກາຢູ່ບັນດາກົມ ແລະ ທ້ອງຖິ່ນຂອງຕົນ ໃຫ້ເລິກເຊິ່ງຖືກຕົວຈິງ ເພື່ອວາງທິດທາງແຜນການແກ້ໄຂ. ສຳລັບວຽກງານຈຸດສຸມທີ່ຕ້ອງສືບຕໍ່ສູ້ຊົນປະຕິບັດໃນປີ 2019, ພາກສ່ວນກ່ຽວຂ້ອງ ຕ້ອງຈິດໃຈບຸກບືນກວ່າເກົ່າ ເຮັດໃຫ້ວຽກງານຕິດຕາມ ກວດກາ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າ; ກົມກວດກາ ຂະແໜງກວດກາ ຕ້ອງມີແຜນເຄື່ອນໄຫວຕິດຕາມກວດກາ, ຊຸກຍູ້ບັນດາກົມກອງ ແລະ ທ້ອງຖິ່ນ ປະຕິບັດໜ້າທີ່ຕິດຕາມ ກວດກາ ດ້ວຍຄວາມຮັບຜິດຊອບຢ່າງເປັນປົກກະຕິ.

ທ່ານ ຮອງນາຍົກລັດຖະມົນຕີ ຍັງຢ້ຳໃຫ້ເອົາໃຈໃສ່ຊີ້ນໍາ ແລະ ສຸມໃສ່ຕິດຕາມ ກວດກາການຄຸ້ມຄອງບໍລິຫານລັດໃນແຕ່ລະກົມ ເຊັ່ນ: ຕິດຕາມ, ກວດກາ, ການປະຕິບັດພາລະບົດບາດ ໜ້າທີ່ການໃຊ້ສິດອໍານາດຂອງແຕ່ລະຂະແໜງການ ແລະ ທ້ອງຖິ່ນ; ການເກັບລາຍຮັບເຂົ້າງົບປະມານ-ແກ້ໄຂການຮົ່ວໄຫລ, ການຄຸ້ມຄອງລາຍຈ່າຍ ລວມທັງບ້ວງທຶນແກ້ໄຂໄພພິບັດຕ່າງໆ; ສືບຕໍ່ປະຕິບັດມາດຕະການ ຕິດຕາມ, ກວດກາເລີ່ມແຕ່ຫົວທີ ຕໍ່ການປະຕິບັດໂຄງການລົງທຶນຂອງລັດ ໂດຍສະເພາະ ໂຄງການກໍ່ສ້າງພື້ນຖານໂຄງລ່າງປີ 2019; ເພີ່ມທະວີການຕິດຕາມ ກວດກາ ຢູ່ດ່ານຕ່າງໆ ແລະ ການລັກລອບຢູ່ລຽບຕາມຊາຍແດນ ເມື່ອພົບເຫັນຜູ້ລະເມີດຕ້ອງແກ້ໄຂຢ່າງເຂັ້ມງວດ ທັນການ ຕາມລະບຽບກົດໝາຍ; ສືບຕໍ່ກວດກາຕິດຕາມ ແກ້ໄຂຜົນການກວດສອບ ສົກປີ 2018 ແລະ ບັນດາສົກປີທີ່ຍັງຄົງຄ້າງຕາມການຮັບຮອງຂອງສະພາແຫ່ງຊາດ; ກວດກາ-ເກັບກູ້ການເສຍຫາຍຈາກການຍົກເວັ້ນພາສີ-ອາກອນ ພ້ອມທັງເຂັ້ມງວດ ຕໍ່ການປະຕິບັດກົດໝາຍພາສີ-ອາກອນ ແລະ ລະບຽບ-ກົດໝາຍ ອື່ນໆ ທີ່ກ່ຽວຂ້ອງ ສ້າງກົນໄກການປະສານງານໃຫ້ມີຄວາມຊັດເຈນ.

ສິ່ງສຳຄັນຕ້ອງເອົາໃຈໃສ່ ຕໍ່ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ທີ່ເປັນໄພຂົ່ມຂູ່ຕໍ່ສະຖຽນລະພາບຂອງການຈັດຕັ້ງ ແລະ ສະມາຊິກພັກ-ພະນັກງານ ສົ່ງຜົນກະທົບເຖິງຄວາມເຫລື້ອມໃສ ແລະ ຄວາມເຊື່ອໜັ້ນຂອງມະຫາຊົນ ຕໍ່ການນໍາພາຂອງພັກ ຄວາມສັກສິດຂອງການຄຸ້ມຄອງລັດ ແລະ ຄວາມໜັ້ນຄົງຂອງລະບອບ ປະຊາທິປະໄຕ ປະຊາຊົນ; ຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຍຸດທະສາດຕ້ານການສໍ້ລາດບັງຫລວງ ໂດຍການອອກເປັນກົນໄກ ລະບຽບການລະອຽດ ເພື່ອເປັນເຄື່ອງມືຄຸ້ມຄອງ-ອັດຊ່ອງວ່າງທີ່ຈະເກີດມີການສໍ້ລາດບັງຫລວງ ສືບຕໍ່ເອົາໃຈໃສ່ຈັດຕັ້ງເຜີຍແຜ່  ແລະ ເຊື່ອມຊຶມມະຕິ ວ່າດ້ວຍການແກ້ໄຂພະຍາດອາດຍາສິດສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ກົດໝາຍ ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງ ໃຫ້ມີຜົນສໍາເລັດສູງກວ່າເກົ່າ.

 

 

 

 

 

ຂຽນໂດຍ: ແຟນຊິສ ສະຫວັນຄຳ