ເຈົ້າໜ້າທີ່ຕຳຫຼວດອົດສະຕາລີໄດ້ສອບສວນເຫດການທີ່ຍິງຖືພາຄົນໜຶ່ງພົບເຂັມໃນໝາກລະແຊັງທີ່ຊື້ມາຈາກຊຸບເປີມາເກັດແຫ່ງໜຶ່ງໃນເມືອງ ເມລເບິນ.
ໂດຍຂ່າວລະບຸວ່າທ້າວ ສະແກນເດີ ຮາຊາ ແລະ ນາງ ແຊມ ອັລຊູເບຍ ຜູ້ເປັັນເມຍທີ່ກຳລັງຖືພາໄດ້ຊື້ໝາກລະແຊັງຈາກຊຸບເປີມາເກັດວູດເວີຣ໌ ໃນເມືອງເມລເບິນ ເມື່ອວັນທີ 1 ມັງກອນ 2019ທີ່ຜ່ານມາ ແລະ ໄດ້ນຳອອກມາກິນ ເມື່ອຜ່າໝາກລະແຊັງອອກມາກໍ່ພົບວ່າມີເຂັມຢູ່ໃນໝາກລະແຊັງ ຫຼັງຈາກນັ້ນຈິ່ງໄດ້ຜ່າໝາກລະແຊັງທຸກໜ່ວຍກໍ່ພົບວ່າມີເຂັມຝັງຢູ່ໃນໝາກລະແຊັງ 2ໜ່ວຍ.
ເຈົ້າໜ້າທີ່ຕຳຫຼວດອອກມາຢືນຢັນວ່າເກີດເຫດການແບບນີ້ຂຶ້ນແທ້ ແລະ ຢູ່ໃນລະຫວ່າງການສອບສວນ ເຊິ່ງທາງຊຸບເປີມາເກັດວູດເວີຣ໌ຖະແຫຼງການວ່າ ໄດ້ຮັບຮູ້ເລື່ອງທີ່ເກີດຂຶ້ນແລ້ວ ແລະ ກຳລັງເຮັດວຽກຢ່າງໃຫ້ຊິດຮ່ວມກັບທາງການໃນການສອບສວນເຫດການທີ່ເກີດຂຶ້ນ.
ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ ແລະ ຮູບປະກອບ: matichon