spot_img
Homeຂ່າວເຫດການອົງການປົກຄອງ ນ.ວ ມອບເງິນຊ່ວຍເຫຼືອ ຄອບຄົວຜູ້ທີ່ປະສົບອຸບັດຕິເຫດເຮືອຫຼົ້ມ!

ອົງການປົກຄອງ ນ.ວ ມອບເງິນຊ່ວຍເຫຼືອ ຄອບຄົວຜູ້ທີ່ປະສົບອຸບັດຕິເຫດເຮືອຫຼົ້ມ!

Published on

20150528123933

ວັນ​ທີ 27 ພຶດສະພາ 2015 ທ່ານ ​ດຣ. ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ (ນວ) ພ້ອມ​ດ້ວຍ​ຄະນະ​ ໄດ້​ລົງຕິດຕາມ​ຄວາມ​ຄືບ​ໜ້າ​ຂອງ​ການຊອກ​ຫາ​ຜູ້​ສູນຫາຍ​ ຈາກ​ອຸບັດ​ຕິເຫດ​ເຮືອ​ຫຼົ້ມ​ໃນ​ວັນ​ທີ 26 ພຶດ​ສະພາ​ທີ່​ຜ່ານ​ມາ ທີ່​ທ່າ​ບັກ​ບ້ານນາ​ບົງ ຫາບ້ານ​ທ່າ​ກົກ​ໄຮ ເມືອງປາກ​ງື່ມ ນະຄອນຫຼວງ​ວຽງ​ຈັນ ໃນ​ໂອກາດ​ດັ່ງກ່າວ ທ່ານ​ເຈົ້າຄອງ​ໄດ້​ຕາງໜ້າ​ໃຫ້​ອົງການ​ປົກຄອງ​ນະຄອນຫຼວງ​ ມອບ​ເງິນ​ຊ່ວຍເຫຼືອ​ຄອບຄົວ​ຜູ້​ປະສົບ​ເຄາະ​ຮ້າຍໃນ​ເບື້ອງ​ຕົ້ນ ຈຳນວນ 50 ລ້ານກີບ ແລະ ກ່າວ​ສະແດງ​ຄວາມ​ເສຍ​ໃຈຕໍ່​ກັບ​ຄອບຄົວ​ທີ່​ປະສົບ​ເຄາະ​ຮ້າຍ ພ້ອມ​ທັງ​ໃຫ້​ກຳລັງ​ໃຈ​ ທັງ​ນີ້ໄດ້ໃຫ້ການ​ແນະນຳ​ອຳນາດ​ການປົກຄອງ​ເມືອງ ແລະ ພາກສ່ວນກ່ຽວຂ້ອງ ​ເພື່ອ​ເອົາໃຈໃສ່​ໃນ​ການ​ຊອກ​ຫາ​ຜູ້​ທີ່​ສູນຫາຍ​ໃຫ້​ຄົບ​ໂດຍໄວ.

ສຳລັບ​ເຮືອ​ທີ່​ປະສົບ​ອຸບັດ​ຕິເຫດ​ມີ​ຄົນ​ບັນຈຸ​ຄົນ​ໂດຍສານ 40 ຄົນ ໃນ​ນີ້ມີ​ນັກຮຽນ 35 ຄົນ ຄູ-ອາຈານ 4 ຄົນ ຜູ້​ຂັບ​ເຮືອ 1 ຄົນ ແລະ ລົດຈັກ 1 ຄັນ ສູນຫາຍ 10 ຄົນ ຍິງ 8 ຄົນ ເມື່ອ​ເຫດການເກີດ​ຂຶ້ນ ທາງ​ອຳນາດ​ການ​ປົກຄອງ​ເມືອງ​ປາກ​ງື່ມ ​ກໍ່​ໄດ້​ສົມທົບກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ ໃນການ​ຊອກ​ຫາ​ຜູ້​ສູນຫາຍ ເຊິ່ງ​ໄດ້ສົມທົບ​ກັບ​ອຳນາດ​ການ​ປົກຄອງບ້ານ ​ທີ່ຢູ່​ລຽບ​ຕາມ​ນ້ຳ​ງື່ມ ​ເພື່ອຊ່ວຍ​ກັນ​ຊອກ​ຫາ ແລະ ມື້​ທີ 3 ຂອງ​ການ​ຊອກ​ຫາ​ຜູ້​ເຄາະ​ຮ້າຍ ທີມ​ໜ່ວຍ​ກູ້​ໄພ​ນະຄອນຫຼວງ​ວຽງຈັນ ທີ່​ໄດ້​ຕັ້ງ​ຈຸ​ຊອກ​ຫາ​ທາງ​ໜ້ານ້ຳ​ຢູ່​ເຂດ​ບ້ານ​ທ່າ​ຊ້າງ ເມືອງປາກ​ງື່ມ ຫ່າງ​ຈາກ​ຈຸດ​ເກີດ​ເຫດ 5 ກີ​ໂລ​ແມັດ ພົບ​ເຫັນ​ສົບ​ຕື່ມ 5 ສົບ ເປັນ​ຍິງ 5 ລວມ​ແລ້ວ​ປັດ​ຈຸບັນ​ນີ້ 6 ສົບ ໃນ​ຈຳນວນ​ຜູ້​ສູນຫາຍ 10 ຄົນ ແມ່ນ​ຢູ່ 2 ບ້ານ ບ້ານ​ຫົວ​ນາ​ທົ່ງ 7 ຄົນ ພົບ​ແລ້ວ 4 ສົບ ບ້ານ​ໂພນ​ຂາມ 3 ຄົນ ພົບ​ແລ້ວ 2 ສົບ ຊາຍ 1 ຕາມການ​ລາຍ​ງານ​ຂອງ​ທ່ານ ​ຄຳ​ປຸ່ນ ພິມ​ພາ​ດີ ນາຍບ້ານ​ຫົວ​ນາ​ທົ່ງ ເວລາ 15:00 ໂມງຂອງ​ວັນ​ທີ 28 ພຶດສະພາ 2015 ປັດຈຸບັນ ໜ່ວຍ​ກູ້​ໄພພ້ອມ​ພາກສ່ວນ​ກ່ຽວຂ້ອງ​ ໄດ້​ໃຊ້​ຄວາມ​ພະຍາຍາມທັງເວນ ແລະ ຄືນ ​ຊອກ​ຫາ​ຈຳນວນ​ຜູ້ສູນຫາຍ​ທີ່​ຍັງ​ບໍ່​ພົບ.

ເພື່ອ​ເປັນ​ການ​ແບ່ງ​ເບົາ​ຄວາມທຸກ​ໂສກ​ກັບ​ພໍ່​ແມ່​ຜູ້​ປົກຄອງ ແລະ ຍາດຕິ​ພີ່ນ້ອງ​ຂອງ​ຜູ້​ເສຍ​ຊີວິດ​ຈຳນວນ​ດັ່ງກ່າວ ສະນັ້ນ ວັນທີ 29 ພຶດສະພາ​ນີ້ ອຳນາດ​ການປົກຄອງ ນວ ແລະ ອຳນາດ​ການປົກຄອງ​ເມືອງ​ ຈະ​ໄດ້​ຈັດ​ພິທີ​ໄວ້ອາໄລ ແລະ ຊາ​ປະ​ນາ​ກິດ​ສົບ​ຢ່າງເປັນ​ທາງ​ການ​ຂຶ້ນ.

 

ແຫລ່ງຂ່າວ: ວຽງ​ຈັນ​ໃໝ່

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...