ອີຢູຕັດສິດການຄ້າພິເສດກຳປູເຈຍ ສົ່ງຜົນກະທົບຕໍ່ການສົ່ງອອກ

ເວັບໄຊ bangkokbiznews ລາຍງານວ່າ ສະຫະພາບເອີຣົບ ປະກາດຕັດສິດທິພິເສດທາງການຄ້າຕໍ່ກຳປູເຈຍ ເມື່ອວັນທີ 12 ສິງຫາ ທີ່ຜ່ານມາ ແລະ ສະແດງຄວາມກັງວົນຕໍ່ສະຖານະການການລະເມີດສິດທິມະນຸດໃນປະເທດນີ້.

ມາດຕະການດັ່ງກ່າວຂອງອີຢູຈະສົ່ງຜົນກະທົບຕໍ່ການສົ່ງອອກເສື້ອຜ້າ, ເກີບ ແລະ ສິນຄ້າດ້ານການເດີນທາງທ່ອງທ່ຽວຂອງກຳປູເຈຍ ສົ່ງຜົນໃຫ້ກຳປູເຈຍຕ້ອງເສຍພາສີໃນອັດຕາດຽວກັບປະເທດອື່ນໆ ທີ່ເປັນສະມາຊິກອົງການການຄ້າໂລກ (WTO)

ມາດຕະການຂອງອີຢູເຮັດໃຫ້ກຳປູເຈຍສູນເສຍສິດທິພິເສດທາງການຄ້າປະມານ 20% ຈາກທີ່ເຄີຍໄດ້ຮັບພາຍໃຕ້ໂຄງການ “Everything but Arms” (EBA) ເຊິ່ງ່ອີຢູອະນຸຍາດໃຫ້ກຳປູເຈຍສາມາດສົ່ງອອກສິນຄ້າໄປອີຢູທຸກລາຍການໂດຍບໍ່ຖືກຮຽກເກັບພາສີນຳເຂົ້າ ຍົກເວັ້ນສິນຄ້າປະເພດອາວຸດ.

EBA ເປັນໂຄງການທີ່ອີຢູໃຫ້ສິດທິພິເສດທາງການຄ້າແກ່ປະເທດທຸກຍາກທີ່ສຸດໃນໂລກ ຈຳນວນ 48 ປະເທດ.

ທັງນີ້, ອີຢູຖືເປັນຄູ່ຄ້າລາຍໃຫຍ່ທີ່ສຸດຂອງກຳປູເຈຍ ໂດຍກຳປູເຈຍສົ່ງອອກສິນຄ້າໃນສັດສ່ວນ 45% ໄປທີ່ອີຢູ ໃນປີ 2018 ຄິດເປັນມູນຄ່າສະເລ່ຍ 5,400 ລ້ານຢູໂຣ.

ຮຽບຮຽງຂ່າວ: ພຸດສະດີ