spot_img
Homeຂ່າວຕ່າງປະເທດອິນເດຍເລີກໃຊ້ເງິນໃບ 500-1,000 ຣູປີ

ອິນເດຍເລີກໃຊ້ເງິນໃບ 500-1,000 ຣູປີ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວເດລີ ປະເທດອິນເດຍ ເມື່ອວັນທີ 8 ພະຈິກ ວ່າ. ນາຍົກລັດຖະ ມົນຕີ ເຣນທຣາ ໂມດີ ແຫ່ງອິນເດຍ ຖະແຫຼງການຜ່ານໂທລະພາບເຜີຍແຜ່ໄປທົ່ວປະເທດວ່າ ເພື່ອເປັນການແກ້ໄຂບັນຫາຄໍຣັບຊັ່ນ ແລະ ບັນຫາທຸລະກິດທີ່ຜະລິດເງິນຜິດກົດໝາຍ ດັ່ງນັ້ນລັດຖະບານອິນເດຍ ຈິ່ງຕັດສິນໃຈສັ່ງຖອນທະນະບັດລາຄາ 500 ແລະ 1,000 ຣູປີວ່າເປັນ ທະນະບັດທີ່ໃຊ້ຊຳລະໜີ້, ໃຊ້ຈ່າຍ ຫຼື ໝູນວຽນໃນລະບົບການເງິນຕາມກົດໝາຍບໍ່ໄດ້ອີກຕໍ່ໄປແລ້ວ ໂດຍມີຜົນບັງບຄັບໃຊ້ຕັ້ງແຕ່ຄືນຂອງວັນທີ 8 ພະຈິກ ເປັນຕົ້ນໄປ ແຕ່ປະຊາຊົນສາມາດນຳທະນະບັດດັ່ງກ່າວໄປແລກປ່ຽນເປັນທະນະບັດໃໝ່ທີ່ທະນາຄານໄດ້ຈົນຮອດທ້າຍປີນີ້

ຂ່າວຈາກເວັບໄຊ໌ ເດລິ
ຕິດຕາມຂ່າວເສດຖະກິດລາວ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...