spot_img
Homeຂ່າວທ້ອງຖິ່ນອາເມລິກາບໍ່ພໍໃຈ ຫຼັງ WTO ຄັດ ຄ້ານການຮຽກເກັບພາສີສິນຄ້າຈີນທີ່ສູງເກີນໄປ

ອາເມລິກາບໍ່ພໍໃຈ ຫຼັງ WTO ຄັດ ຄ້ານການຮຽກເກັບພາສີສິນຄ້າຈີນທີ່ສູງເກີນໄປ

Published on

ເວັບໄຊ bangkokbiznews ລາຍງານວ່າ ລັດຖະບານ ສ.ອາເມລິກາ ສະແດງຄວາມບໍ່ພໍໃຈ ຫຼັງຈາກທີ່ອົງການການຄ້າໂລກ (WTO) ມີຄຳຕັດສິນໃນວັນນີ້ວ່າ ການທີ່ ສ.ອາເມລິກາ ຮຽກເກັບພາສີເພີ່ມເຕີມຕໍ່ສິນຄ້ານຳເຂົ້າຈາກຈີນມູນກວ່າ 2 ແສນລ້ານໂດລາໃນປີ 2018 ຖືເປັນການລະເມີດກົດລະບຽບການຄ້າລະຫວ່າງປະເທດ.

ທ່ານ ໂຣເບີດ ໄລໄຮເຊີ ຕົວແທນການຄ້າສະຫະລັດອາເມລິກາ (USTR) ອອກຖະແຫຼງການລະບຸວ່າ “ຄຳຕັດສິນດັ່ງກ່າວສະແດງໃຫ້ເຫັນວ່າ WTO ບໍ່ໄດ້ຊ່ວຍຮັກສາການດຳເນີນການທີ່ບໍ່ຖືກຕ້ອງຂອງຈີນ ໂດຍ ສ.ອາເມລິກາ ຄວນໄດ້ຮັບໂອກາດໃນການປົກປ້ອງຕົວເອງຈາກການດຳເນີນການທາງການຄ້າທີ່ບໍ່ເປັນທຳ ແລະ ລັດຖະບານຂອງປະທານາທິບໍດີ ໂດນັລ ທຣໍ້າ ຈະບໍ່ປ່ອຍໃຫ້ຈີນອາໄສ WTO ເພື່ອມາເອົາລັດເອົາປຽບແຮງງານ ພາກທຸລະກິດ ແລະ ຊາວໄຮ່ຂອງອາເມລິກາ”.

ຄະນະກຳມະການສອບສວນຂອງ WTO ມີການຕັດສິນໃຈວ່າ ການທີ່ ສ.ອາເມລິກາ ຮຽກເກັບພາສີຕໍ່ສິນຄ້ານຳເຂົ້າຈາກຈີນຖືເປັນການລະເມີດກົດລະບຽບທາງການຄ້າ ເນື່ອງຈາກ ສ.ອາເມລິກາ ຮຽກເກັບພາສີຈາກສິນຄ້ານຳເຂົ້າຈາກຈີນເທົ່ານັ້ນ ແລະ ອາເມລິກາບໍ່ສາມາດຊີ້ແຈງໃຫ້ເຫັນວ່າສິນຄ້າຈີນທີ່ຖືກຮຽກເກັບພາສີດັ່ງກ່າວ ໄດ້ຮັບປະໂຫຍດຈາກການດຳເນີນການທາງການຄ້າທີ່ບໍ່ເປັນທຳຂອງຈີນ.

ກ່ອນໜ້ານີ້, ອາເມລິກາຮຽກເກັບພາສີເພີ່ມເຕີມຈາກສິນຄ້ານຳເຂົ້າຈາກຈີນ ໂດຍອ້າງວ່າຈີນໄດ້ດຳເນີນທາງການຄ້າທີ່ກະທົບຕໍ່ຜົນປະໂຫຍດຂອງ ອາເມລິກາ ເຊິ່ງລວມເຖິງການລັກຊັບສິນທາງປັນຍາ ແລະ ການຖ່າຍໂອນເທັກໂນໂລຢີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...