spot_img
Homeຂ່າວພາຍ​ໃນອາເມຣິກາ ແລະ ລາວ ຮ່ວມມືດ້ານສຸຂະພາບແບບຍືນຍົງ

ອາເມຣິກາ ແລະ ລາວ ຮ່ວມມືດ້ານສຸຂະພາບແບບຍືນຍົງ

Published on

ເມື່ອວັນທີ 5 ພຶດສະພາຜ່ານມາທີ່ນະຄອນຫຼວງວຽງຈັນ ດຣ.ໂຣເບີດ ໂພບ ຫົວໜ້າກົມຮ່ວມມືຫຼຸດຜ່ອນໄພຂົ່ມຂູ່ (CTR) ອົງ ການຫຼຸດຜ່ອນໄພຂົ່ມຂູ່ດ້ານປ້ອງກັນຊາດ (DTRA) ຂອງສະຫະລັດອາເມຣິກາ ໄດ້ພົບກັບບັນດາຄູ່ຮ່ວມງານພາກລັດຖະບານ ແລະ ຝ່າຍທະຫານ ກໍຄືບັນດາຜູ້ຕາງໜ້າອົງການອະນາໄມໂລກ (WHO) ເພື່ອທົບທວນຄືນເບິ່ງຜົນໄດ້ຮັບທີ່ດີຂອງໂຄງການຮ່ວມມືຄວາມໝັ້ນຄົງດ້ານສຸຂະພາບລະຫວ່າງ ສ.ອາເມລິກາ ແລະ ສປປ ລາວ ໂດຍໄດ້ປຶກສາຫາລືກ່ຽວກັບຄວາມສຳຄັນຂອງການອອກແບບລະບົບຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງ ແລະ ຍາວນານ ຊຶ່ງຈະເປັນການເພີ່ມທະວີເຮັດໃຫ້ການເຝົ້າລະວັງ ແລະ ການປ້ອງກັນພະຍາດຢູ່ ສປປ ລາວ ໃຫ້ມີຄວາມເຂັ້ມແຂງ.

ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມຣິກາປະຈຳ ສປປ ລາວ ຮ່ວມກັບ ດຣ. ໂພບ ແລະ ຄະນະຜູ້ແທນຂອງສະຫະລັດອາເມຣິກາ ໄດ້ເຂົ້າພົບປະກັບ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືຄວາມໝັ້ນຄົງດ້ານສຸຂະພາບໂອກາດດຽວກັນຍັງໄດ້ພົບປະ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະ ຊວງກະສິກຳ ແລະ ປ່າໄມ້ ລວມທັງທົບທວນຄືນເຖິງການຮ່ວມມືລະຫວ່າງສະຫະລັດອາເມຣິກາ ແລະ ສປປ ລາວ ເພື່ອຝຶກອົບຮົມເສີມສ້າງງຄວາມຮູ້ຄວາມສາມາດໃຫ້ນັກສັດຕະວະແພດຂອງ ສປປ ລາວ ການເຝົ້າລະວັງກ່ຽວກັບພະຍາດສັດ ຄວາມສໍາຄັນຂອງການປ້ອງກັນສຸຂະພາບຄົນ ແລະ ເສດຖະກິດການກະສິກຳຂອງ ສປປ ລາວ ພ້ອມນີ້ ທ່ານ ດຣ.ໂພບ ຍັງໄດ້ເຂົ້າພົບ ທ່ານພົນຈັດ ຕະວາ ບົວສິງ ອິນທະວົງ ຫົວໜ້າກົມເສນາຮັກ ເພື່ອປຶກສາຫາລືກ່ຽວກັບວິທີທາງໃນການສ້າງຄວາມສາມາດໃຫ້ກັບຂະແໜງການວຽກງານສາທາລະນະສຸກຂອງທະຫານນຳອີກດ້ວຍ ສະຫະລັດອາເມຣິກາຖືເປັນຄູ່ຮ່ວມງານທີ່ສຳຄັນຂອງ ສປປ ລາວ ເພາະວ່າບັນ ດານັກຊ່ຽວຊານທາງດ້ານສາທະລະນະສຸກຂອງທັງສອງປະເທດແມ່ນໄດ້ປະຕິບັດງານຮ່ວມກັນເພື່ອຄວາມໝັ້ນຄົງດ້ານສຸຂະພາບແບບຍືນຍົງທັງໃນໄລຍະສັ້ນ ແລະ ໄລຍະຍາວ.

ໂດຍການປະຕິບັດງານຮ່ວມກັນເພື່ອປັບປຸງຄວາມໝັ້ນຄົງດ້ານສຸຂະພາບແມ່ນການເສີມສ້າງອະທິປະໄຕຂອງລາວໃຫ້ເຂັ້ມແຂງ ແລະ ປ້ອງກັນໄພຂົ່ມຂູ່ສຸຂະພາບຈາກພາຍນອກ ຂະນະທີ່ປະເທດຊາດສືບຕໍ່ພັດທະນາຢ່າງໄວວາ ຊຶ່ງຖືເປັນຄວາມພະຍາຍາມເພື່ອຕ້ານ ແລະ ສະກັດກັ້ນພະຍາດຕິດຕໍ່ ຊຶ່ງລັດຖະບານສະຫະລັດອາເມຣິກາ ກໍໄດ້ໃຫ້ການສະໜັບສະໜູນໂຄງການດ້ານສຸຂະພາບທີ່ ຫຼາກຫຼາຍຢູ່ໃນ ສປປ ລາວ ເພື່ອສົ່ງເສີມວຽກງານດ້ານໂພຊະນາການ ນ້ຳສະອາດ ສຸຂະອານາໄມ ວິດຖ່າຍ ສຸຂະພາບແມ່ ແລະ ເດັກ ລວມທັງໃຫ້ການຊ່ວຍເຫຼືອຄົນພິການ ແລະ ໂຄງການອາຫານໃນໂຮງຮຽນ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...