spot_img
Homeຂ່າວຕ່າງປະເທດອາເມຣິກາ ກຽມສົ່ງທະຫານ 5 ພັນຄົນ ເຂົ້າເກາະກວມ ເພື່ອຄານອຳນາດຈີນ ດ້ານປະຊາຊົນທ້ອງຖິ່ນຄັດຄ້ານ!

ອາເມຣິກາ ກຽມສົ່ງທະຫານ 5 ພັນຄົນ ເຂົ້າເກາະກວມ ເພື່ອຄານອຳນາດຈີນ ດ້ານປະຊາຊົນທ້ອງຖິ່ນຄັດຄ້ານ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 2 ສິງຫານີ້ວ່າ ລັດຖະບານ ແລະ ກອງທັບສະຫະລັດອາເມຣິກາ ກຽມເດີນໜ້າແຜນການ ສົ່ງທະຫານຈຳນວນ 5,000 ຄົນ ເຂົ້າໄປປະຈຳການຢູ່ເກາະກວມ ຊຶ່ງເປັນດິນແດນທີ່ປົກຄອງໂດຍອາເມຣິກາ ໃນມະຫາສະໝຸດປາຊີຟິກ ໂດຍກຳລັງພົນສ່ວນໃຫຍ່ ຈະຖືກຍົກຍ້າຍອອກຈາກ ຖານທັບອາກາດອາເມຣິກາ ເທິງເກາະໂອກີນາວາ ປະເທດຍີ່ປຸ່ນ.

ດ້ານປະຊາຊົນເທິງເກາະກວມ ໄດ້ສະແດງຄວາມຄັດຄ້ານ ໂດຍລະບຸວ່າ ເຖິງແມ່ນເກາະກວມ ຈະເປັນດິນແດນຂອງອາເມຣິກາກໍຕາມ ແຕ່ການຕັດສິນໃຈເດີນໜ້າ ສົ່ງທະຫານອາເມຣິກາ ຈຳນວນເຄິ່ງໝື່ນ ເຂົ້າມາປະຈຳການ ໂດຍບໍ່ໄດ້ຮັບການເຫັນດີຂອງຊາວເກາະກວມ ຖືເປັນພຶດຕິກຳທີ່ບໍ່ແຕກຕ່າງ ຈາກສິ່ງທີ່ເກີດຂຶ້ນ ໃນຍຸກລ່າອານານິຍົມ ຊຶ່ງເປັນສິ່ງທີ່ປະຊາຊົນເທິງເກາະແຫ່ງນີ້ ບໍ່ອາດຍອມຮັບໄດ້ ແລະ ກຽມຄັດຄ້ານເລື່ອງນີ້ ຢ່າງສຸດຂີດ.

ດ້ານແຫລ່ງຂ່າວຈາກກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ອອກມາລະບຸວ່າ ການຍົກຍ້າຍທະຫານ ຈຳນວນເຄິ່ງໝື່ນ ຈາກເກາະໂອກີນາວາ ໄປຍັງເກາະກວມ ເປັນສິ່ງຈຳເປັນຕໍ່ການຮັກສາ ບົດບາດທາງທະຫານຂອງ ສະຫະລັດອາເມຣິກາ ໃນພາກພື້ນອາຊີ-ປາຊີຟິກ ຊຶ່ງໃນເວລານີ້ ກຳລັງປະເຊີນກັບ ໄພຄຸກຄາມທາງທະຫານ ຈາກກອງທັບຈີນ ໃນບັນຫາຂໍ້ຂັດແຍ່ງທະເລຈີນໃຕ້.

559000007890303

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...