ອາເມຣິກາປະກາດ ກຽມສົ່ງທະຫານເຂົ້າອີຣັກ ເພີ່ມອີກ 400 ຄົນ!

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 7 ກໍລະກົດຜ່ານມານີ້ວ່າ ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໄດ້ປະກາດໃນວັນເສົາທີ 6 ສິງຫາ 2016 ຜ່ານມານີ້ ກຽມສົ່ງກຳລັງທະຫານອາເມຣິກາ ປະມານ 400 ຄົນ ໄປປະຈຳການຢູ່ອີຣັກເພີ່ມ ເພື່ອປະຕິບັດພາລະກິດສຳຄັນ ໃນການບຳລຸງທາງຍຸດທະສາດ ພາຍໃນສະໜາມບິນກາຢາຣາ ທາງພາກໃຕ້ຂອງເມືອງໂມຊູນ ປະເທດອີຣັກ ຊຶ່ງເປັນໜຶ່ງໃນພາລະກິດ ສະໜັບສະໜູນກອງທັບອີຣັກ ໃນການເຂົ້າຕີປົດປ່ອຍເມືອງໂມຊຸນ ຈາກການຍຶດຄອງຂອງກຸ່ມລັດອິດສະລາມ ຫລື ໄອເອັສ.

ແນວໃດກໍຕາມ ຄຳຖະແຫລງການຂອງ ກະຊວງປ້ອງກັນປະເທດອາເມຣິກາ ໄດ້ຢືນຢັນວ່າ ກຳລັງທະຫານທີ່ຈະຖືກສົ່ງໄປເພີ່ມນີ້ ຈະບໍ່ຖືກສົ່ງໄປແນວໜ້າ ເພື່ອຕໍ່ສູ້ກັບກຸ່ມໄອເອັສແຕ່ຢ່າງໃດ.

U.S. soldiers of 2nd Battalion, 35th Infantry Regiment stand at attention during a change of authority ceremony in Samarra

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!