Homeຂ່າວພາຍ​ໃນອັບເດດລ່າສຸດ! ອະນຸຍາດເພີ່ມ 14 ປະເທດ ລວມ 31 ປະເທດທີ່ສາມາດເຂົ້າມາທ່ຽວໃນລາວໄດ້

ອັບເດດລ່າສຸດ! ອະນຸຍາດເພີ່ມ 14 ປະເທດ ລວມ 31 ປະເທດທີ່ສາມາດເຂົ້າມາທ່ຽວໃນລາວໄດ້

Published on

ວັນທີ 1 ມັງກອນ 2022 ສໍານັກຂ່າວເສດຖະກິດ-ການຄ້າ ໄດ້ລາຍງານວ່າ ລ່າສຸດ ຄະນະຮັບຜິດຊອບໄດ້ເພີ່ມລາຍຊື່ອີກ 14 ປະເທດໃສ່ 17 ປະເທດທີ່ໄດ້ປະກາດໄປກ່ອນໜ້ານີ້ລວມແລ້ວເປັນ 31 ປະເທດທີ່ສາມາດເຂົ້າປະເທດເຮົາໃນໄລຍະທີ 1 ແມ່ນສາມາດເດີນທາງເຂົ້າມາທ່ອງທ່ຽວຢູ່ປະເທດເຮົາໃນເຂດທ່ອງທ່ຽວສີຂຽວ.

ສຳລັບ 14 ປະເທດທີ່ເພີ່ມເຂົ້າມາໃໝ່ນີ້ປະກອບດ້ວຍ ບຣູໄນ, ອິນໂນເນເຊຍ, ຟີລິບປີນ, ນອກແວ, ຊູແອັດ, ແຟງລັງ, ອິດສະເອນ, ເອກລັງ, ຮົງກາລີ, ໂອຕຣິດ, ນີວຊີແລນ, ໂປໂລຍ, ດານມາກ ແລະເບັນຊິກ.

ສຳລັບກຸ່ມນັກທ່ອງທ່ຽວເປົ້າໝາຍທີ່ກຳນົດກ່ອນໜ້ານີ້ປະກອບດ້ວຍ 17 ປະເທດ ຄື: ສປ ຈີນ, ສ.ສ ຫວຽດນາມ, ກຳປູເຈຍ, ໄທ, ມາເລເຊຍ, ສິງກະໂປ, ສ. ເກົາຫຼີ, ຍີ່ປຸ່ນ, ຝຣັ່ງ, ອັງກິດ, ເຢຍລະມັນ, ໂຮນລັງ, ສະເປນ,ອີຕາລີ, ອາເມລິກາ, ການາດາ ແລະ ອົດສະຕາລີ.

ບັນດາປະເທດເຫຼົ່ານີ້ແມ່ນສາມາດມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽນຂອງລາວໄດ້ ໄລຍະທີ 1 ທີ່ເລີ່ມ 1 ມັງກອນ 2022 ນີ້ເປັນຕົ້ນໄປ ໂດຍມີ 3 ເຂດທ່ອງທ່ຽວຄື: ນະຄອນຫຼວງວຽງຈັນ, ນະຄອນຫຼວງພະບາງ ແລະ ເມືອງຕ່າງໆ ຂອງເເຂວງ ຫຼວງພະບາງ ແລະ ເມືອງ ວັງວຽງ ແຂວງ ວຽງຈັນ. ແຕ່ໃນນັ້ນ ເງື່ອນໄຂຂອງນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າມາທ່ອງທ່ຽວເຂດທ່ອງທ່ຽວສີຂຽວຕ້ອງປະຕິບັດຕາມເງື່ອນໄຂ 4 ຂໍ້ນີ້:
1. ຕ້ອງແມ່ນນັກທ່ອງທ່ຽວທີ່ມາເປັນໝູ່ຄະນະ, ຜ່ານການບໍລິການ ຂອງບໍລິສັດທ່ອງທ່ຽວຕາມລາຍການທີ່ໄດ້ກຳນົດໃນຂອບເຂດທ່ອງທ່ຽວສີຂຽວ. ຫ້າມບໍ່ໃຫ້ນຳເຂົ້ານັກທ່ອງທ່ຽວແບບກະແຈກກະຈາຍໂດຍບໍ່ຜ່ານການບໍລິການຂອງບໍລິສັດທ່ອງທ່ຽວ ໂດຍທີ່ບໍ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ.

  1. ນັກທ່ອງທ່ຽວທີ່ມີຈຸດປະສົງເຂົ້າມາທ່ອງທ່ຽວ ຢູ່ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບໂດສຫຼາຍກວ່າ 14 ວັນຂຶ້ນໄປ, ມີປະກັນໄພຊີວິດ, ມີຢັ້ງຢືນການກວດຫາເຊື້ອດ້ວຍລະບົບ RT- PCR ທີ່ມີຜົນເປັນລົບ (ບໍ່ມີເຊື້ອ) ບໍ່ເກີນ 72 ຊົ່ວໂມງກ່ອນວັນເດີນທາງ, ເມື່ອມາເຖິງ ສປປ ລາວ ຕ້ອງໄດ້ຮັບກວດຫາເຊື້ອໂຄວິດ-19 ຢູ່ ຕາມດ່ານສາກົນເຂົ້າ-ອອກ ແລະ ຈຳກັດບໍລິເວນ 01 ວັນ ຫຼື 24ຊົ່ວໂມງ ເພື່ອລໍຖ້າຜົນກວດ, ເມື່ອຜົນກວດເປັນລົບ ສາມາດເດີນທາງທ່ອງທ່ຽວຕາມລາຍການໄດ້.

3. ກ່ອນເດີນທາງມາເຖິງ ສປປ ລາວ ນັກທ່ອງທ່ຽວຕ້ອງດາວໂຫຼດແອບ LaoStaySafe ເພື່ອ
ລົງທະບຽນ ແລະ ແຈ້ງຂໍ້ມູນການສັກວັກຊີນຄົບໂດສ ແລະ ການກວດກາໂຄວິດກ່ອນ 72 ຊົ່ວໂມງ
ເຂົ້າມາທ່ອງທ່ຽວສປປ ລາວ.
4. ນັກທ່ອງທ່ຽວຕ້ອງຊື້ປະກັນໄພສຸຂະພາບ ທີ່ມີວົງເງິນຄໍ້າປະກັນຢ່າງຕໍ່າ 50.000 ໂດລາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...