ອັບເດດຈໍານວນຜູ້ຕິດເຊື້ອໂຄວິດ-19​ ສະສົມໃນລາວ

COVID-19-Case-in-Laos
COVID-19-Case-in-Laos

ວັນທີ 24/03/2020:

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃຫມ່ (COVID-19) ໄດ້ອອກມາຢືນຍັນວ່າພົບຜູ້ຕິດເຊື້ອ 2 ຄົນທຳອິດໃນລາວແລ້ວ ເຊິ່ງມີລາຍລະອຽດດັ່ງນີ້:

ກໍລະນີທິ່ 1: ເພດຊາຍ, 28 ປີ, ພະນັກງານຢູ່ແຮງໂຮມຄລາວພລາຊ່າ, ມີປະຫວັດການເດິນທາງໄປປະເທດໄທ ຄື ວັນທີ 5-8 ມີນາ 2020 ໄດ້ເຂົ້າຮ່ວມສຳມະນາຢູ່ອາຄານ ໄບເທັກບາງນາ, ນະຄອນຫຼວງບາງກອກ, ປະເທດໄທ. ແລະກັບເຂົ້າມາປະເທດລາວເມື່ອວັນທີ 9 ມີນາ 2020 ທີ່ດ່ານສະໜາມບິນສາກົນວັດໄຕ ແລ້ວກັບເມືອເຮືອນເກັບໂຕ ຕິດຕາມອາການ ບໍ່ໄດ້ອອກໄປໃສ. ທີ່ຜ່ານມາຍັງບໍ່ໄດ້ສຳຜັດກັບໃຜ, ຜູ້ກ່ຽວບໍ່ເຄີຍມີພະຍາດປະຈຳຕົວມາກ່ອນ.

ສ່ວນສະມາຊິກໃນຄອບຄົວທີ່ມີຄວາມສ່ຽງ 3 ຄົນ ຄື ພໍ່, ນ້ອງສາວ ແລະນ້ອງຊາຍ ແຕ່ລະຄົນຍັງບໍ່ມີໃຜມີອາການຫຍັງສະແດງອອກເທື່ອ. ປະຫວັດການເຈັບ: ວັນທີ 23 ມີນາ 2020 ຜູ້ກ່ຽວມີອາການໄຂ້, ເຈັບຫົວ, ປວດກ້າມຊີ້ນ, ເຈັບຄໍ, ໄອ ແລະຫາຍໃຈຍາກ. ເວລາ 9:00 ຂອງວັນດຽວກັນ ໄດ້ເຂົ້າກວດຢູ່ໂຮງໝໍມິດຕະພາບ ແລະນອນຕິດຕາມອາການຄົນເຈັບຢູ່ຫ້ອງແຍກປ່ຽວ ແລະໄດ້ເກັບຕົວຢ່າງເມືອກຜົ້ງດັງ ແລະຮູຄໍ ແລ້ວນຳສົ່ງໄປກວດຢູ່ ສວລ ໃນເວລາ 10:30 ຂອງມື້ດຽວກັນ ແລະຜົນການກວດວິເຄາະຢືນຢັນວ່າຜູ້ກ່ຽວມີເຊື້ອ ໂຄວິດ-19. ມີຜູ້ສຳພັດໃກ້ຊິດກັບລາວທັງໝົດ 44 ຄົນ.

ກໍລະນີທີ 2: ເພດຍິງ, 36 ປີ, ອາຊີບພະນັກງານນຳທ່ຽວ, ມີອາການເຈັບເປັນໃນວັນທີ 10 ມີນາ 2020 ຜູ້ກ່ຽວມີອາການ ໄຂ້, ໄອແຫ້ງ ແລະເມື່ອຍ ແຕ່ບໍ່ໄດ້ໄປປິ່ນປົວຢູ່ໃສ. ວັນທີ 22 ມີນາ 2020 ເວລາປະມານ 14:00 ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍມິດຕະພາບ ທ່ານໝໍໄດ້ກວດເລືອດລວມ ແລະເອັກຊະເລປອດ ແຕ່ບໍ່ເຫັນຫຍັງຜິດປົກກະຕິໃດໆ, ທ່ານໝໍໄດ້ແນະນຳໃຫ້ເມືອຕິດຕາມອາການຢູ່ເຮືອນ ແລ້ວຜູ້ກ່ຽວໄດ້ໄປຮັກສາໂຕຢູ່ໂຮງແຮມແຫ່ງໜຶ່ງ.

ສ່ວນສະມາຊິກໃນຄອບຄົວທີ່ສ່ຽງຕິດນຳລາວມີ 2 ຄົນ ຄືແມ່ແລະນ້ອງສາວ. ເມື່ອອາການບໍ່ດີຂຶ້ນຈຶ່ງໄດ້ເຂົ້າໄປປົວແລະແຍກປ່ຽວຢູ່ໂຮງໝໍມິດຕະພາບ 150 ຕຽງ, ທ່ານໝໍຈຶ່ງໄດ້ນຳເອົາຕົວຢ່າງຈາກຜູ້ກ່ຽວໄປກວດວິເຄາະແລ້ວພົບວ່າຜູ້ກ່ຽວມີເຊື້ອ ໂຄວິດ-19. ທີ່ຜ່ານມາຜູ້ກ່ຽວແມ່ນໄດ້ນຳພາແຂກທີ່ມາຈາກບັນດາປະເທດເອີຣົບ ໄປທ່ອງທ່ຽວສະຖານທີ່ຕ່າງໆ ໃນວຽງຈັນ-ວັງວຽງ. ມີຜູ້ສຳພັດໃກ້ຊິດກັບລາວທັງໝົດ 45 ຄົນ: 11 ຄົນ ທີ່ນະຄອນຫຼວງວຽງຈັນ, 10 ຄົນ ທີ່ນະຄອນຫຼວງພະບາງ, 24 ຄົນ ທີ່ ແຂວງ ອຸດົມໄຊ.

ວັນທີ 25/03/2020

ກໍລະນີທີ 3: ເພດຊາຍ, 26 ປີ, ຢູ່ບ້ານ ຫ້ວຍຫ້ອມ, ເມືອງ ສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ກ່ອນການກວດພົບ ຜູ້ກ່ຽວໄດ້ໄປຮັບປະທານອາຫານນຳ ກໍລະນີທີ 1 ເຊິ່ງເປັນພະນັກງານການຕະຫຼາດຂອງໂຮງແຮມ ຄຣາວພລາຊ່າ. ຜູ້ກ່ຽວເປັນ 1 ໃນ 8 ຄົນທີ່ໄດ້ໃກ້ຊິດກັບກໍລະນີທີ 1 ທີ່ໄດ້ເກັບຕົວຢ່າງມາວິເຄາະຫາເຊື້ອພະຍາດ ແຕ່ອີກ 7 ຄົນແມ່ນບໍ່ພົບເຊື້ອ. ສ່ວນຜູ້ກ່ຽວມີຜູ້ສຳພັດໃກ້ຊິດ 21 ຄົນ ທີ່ນະຄອນຫຼວງວຽງຈັນ.

ວັນທີ 26/03/2020

ກໍລະນີທີ 4: ເພດຊາຍ, 42 ປີ, ເປັນຄົນ ຂັບລົດໃຫ້ແກ່ ກຸ່ມທົວຂອງກໍລະນີທີ 2, ບ້ານ ປ່ອງຄຳ, ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ. ມີຜູ້ສຳພັດໃກ້ຊິດກັບລາວ 18 ຄົນ ທີ່ນະຄອນຫຼວງວຽງຈັນ.

ກໍລະນີທີ 5: ເພດຊາຍ, 52 ປີ, ເປັນຄົນ ຂັບລົດໃຫ້ແກ່ ກຸ່ມທົວຂອງກໍລະນີທີ 2, ບ້ານ ວິຊຸນ, ນະຄອນຫຼວງພະບາງ, ແຂວງ ຫຼວງພະບາງ. ມີຜູ້ສຳພັດໃກ້ຊິດກັບລາວ 2 ຄົນ ທີ່ນະຄອນຫຼວງວຽງຈັນ.

ກໍລະນີທີ 6: ເພດຊາຍ, 41 ປີ, ເປັນຜູ້ໃກ້ຊິດກັບ ກໍລະນີທີ 3. ມີຜູ້ສຳພັດໃກ້ຊິດກັບລາວ 8 ຄົນ ທີ່ນະຄອນຫຼວງວຽງຈັນ.

ວັນທີ 28 ມີນາ 2020

ພົບຜູ້ຕິດເຊື້ອເພີ່ມອີກ 2 ຄົນ ລາຍລະອຽດມີດັ່ງນີ້:

ກໍລະນິທີ 7: ເພດຍິງ ອາຍຸ 50 ປີ ຢູ່ບ້ານ ວິຊຸນ ແຂວງ ຫຼວງພະບາງ. ເປັນເມຍພະນັກງານຂັບລົດ ຜູ້ຕິດເຊື້ອກໍລະນີກ່ອນໜ້ານີ້ ຢູ່ຫຼວງພະບາງ. ມີຜູ້ສຳພັດໃກ້ຊິດກັບລາວ 16 ຄົນ ທີ່ນະຄອນຫຼວງວຽງຈັນ.

ກໍລະນີທີ 8: ເພດຊາຍ ອາຍຸ 18 ປີ, ພະນັກງານ DHL, ຢູ່ບ້ານ ດອນນົກຂຸ້ມ ພົວພັນກັບກໍລະນີທີ 3 ບ້ານຫ້ວຍຫ້ອມ. ມີຜູ້ສຳພັດໃກ້ຊິດກັບລາວ 22 ຄົນ ທີ່ນະຄອນຫຼວງວຽງຈັນ.

ວັນທີ 30 ມີນາ 2020

ພົບຜູ້ຕິດເຊື້ອເພີ່ມອີກ 1 ຄົນ:

ກໍລະນີທີ 9: ເພດຍິງ ອາຍຸ 22, ຢູ່ບ້ານ ໂພນພະເນົາ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງມິປະຫວັດການເດີນທາງມາຈາກປະເທດໄທ. ມີຜູ້ສຳພັດໃກ້ຊິດກັບລາວ 7 ຄົນ ທີ່ນະຄອນຫຼວງວຽງຈັນ.

ວັນທີ 1 ເມສາ 2020

ພົບຜູ້ຕິດເຊື້ອເພີ່ມອີກ 1 ຄົນ:

ກໍລະນີທີ 10: ເພດຍິງ ອາຍຸ 21 ປີ, ຢູ່ບ້ານ ໜອງສະໂນຄຳ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ, ວັນທີ 27-29​ ມີນາ ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຈາມ, ເມື່ອຍ, ຫາຍໃຈຍາກ ເລີຍໄປຊື້ຢາກິນເອງ. ມາຮອດວັນທີ 30 ຮູ້ສຶກມີອາການໄຂ້ ແລະ ເຈັບຫົວ, ປວດກ້າມເນື້ອ, ວັນທີ 31 ຈຶ່ງໄປໂຮງໝໍມິດຕະພາບ ແລະ ເຖິງບົ່ງມະຕິວ່າເປັນໂຄວິດ-19 ແລະ ເຂົ້າຮັກສາທີ່ໂຮງໝໍ ມິດຕະພາບ. ມີປະຫວັດສຳພັດກັບ ກໍລະນີທີ 8.

ວັນທີ 5 ເມສາ 2020

ພົບຜູ້ຕິດເຊື້ອເພີ່ມອີກ 1 ຄົນ:

ກໍລະນີທີ 11: ເປັນຊາວ ປາປົວນິວກີເນຍ ເພດຊາຍ ອາຍຸ 55 ປີ, ເປັນພະນັກງານ ຂອງບໍລິສັດ ພູເບ້ຍ ມາຍນິງ ໂດຍຜູ້ກ່ຽວ ມີອາການ ໄຂ້, ໄອ ແລະ ເປັນຫວັດ ຈຶ່ງໄດ້ມາກວດເຊື້ອ ຢູ່ໂຮງໝໍມິດຕະພາບ, ຜ່ານການເກັບຕົວຢ່າງ ກວດສອບ ພົບວ່າ ຜູ້ກ່ຽວແມ່ນຕິດເຊື້ອ ໂຄວິດ-19 ແລະ ກາຍເປັນຜູ້ຕິດເຊື້ອ ຄົນທີ່ 11 ໃນ ສປປ ລາວ.

ຜູ້ກ່ຽວ ມີປະຫວັດເດີນທາງ ມາຈາກປະເທດ ປາປົວນິວກີເນຍ ຜ່ານປະເທດ ສິງກະໂປ ໃນວັນທີ 22 ມີນາ ແລ້ວມາລົງຜ່ານ ປະເທດໄທ ໃນວັນທີ 23 ມີນາ ກ່ອນເດີນທາງ ມາພັກ ຢູ່ໂຮງແຮມ ຄຣາວພລາຊ່າ ໃນວັນດຽວກັນ. ຈາກນັ້ນ ຈຶ່ງຂຶ້ນລົດຕູ້ ມີຜູ້ໂດຍສານ 11 ຄົນ ອອກໄປສະໜາມ ຢູ່ ພູເບ້ຍ. ວັນທີ 3 ເມສາ ເລີ່ມມີອາການໄຂ້, ໄອ, ເຈັບຄໍ ແລະ ເຈັບຫົວ.​ ວັນທີ 4 ເມສາ 2020​ເວລາ 10 ໂມງ ໄດ້ເຂົ້າມາກວດທີ່ໂຮງໝໍ ມິດຕະພາບ ແລະ ໄດ້ເກັບຕົວຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ-19. ປະຈຸບັນ ແມ່ນນອນປິ່ນປົວຢູ່ຫ້ອງແຍກປ່ຽວ ໂຮງໝໍມິດຕະພາບ.

ວັນທີ 6 ເມສາ 2020

ພົບຜູ້ຕິດເຊື້ອເພີ່ມອີກ 1 ຄົນ:

ກໍລະນີທີ 12: ເພດຍິງ, ອາຍຸ 20 ປີ, ດໍາລົງຊີວິດ ຢູ່ບ້ານ ນາໄຊ, ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ຊຶ່ງກໍາລັງສຶກສາຕໍ່ ທີ່ປະເທດ ອັງກິດ ແລະ ເດີນທາງກັບມາລາວ ໃນໄລຍະການລະບາດ ຂອງເຊື້ອ ໂຄວິດ-19, ແລະ ກາຍເປັນຜູ້ຕິດເຊື້ອໂຄວິດ-19 ລາຍທີ່ 12 ຂອງປະເທດ.

ປະຫວັດການເດີນທາງຂອງຜູ້ກ່ຽວ ແມ່ນເດີນທາງກັບມາຈາກ ປະເທດອັງກິດ ນໍາໃຊ້ ສາຍການບິນໄທ TG 574 ຮອດປະເທດລາວ ວັນທີ 23/3/2020. ວັນທີ 24 ມີນາ 2020​ ຈົນເຖິງ 4 ເມສາ ແມ່ນເລີ່ມຈໍາກັດບໍລິເວນທີ່ເຮືອນສວນຂອງຜູ້ກ່ຽວ. ວັນທີ 5 ເມສາ, ຜູ້ກ່ຽວມີອາການເຈັບຄໍ, ເຈັບຫົວ, ຫາຍໃຈຍາກ ຈຶ່ງໄດ້ມາກວດຢູ່ໂຮງໝໍມິຕະພາບ ແລະ ໄດ້ເກັບຕົສຢ່າງມາກວດ ແລະ ພົບວ່າຕິດເຊື້ອໂຄວິດ-19. ປະຈຸບັນແມ່ນຮັກສາຕົວທີ່ຫ້ອງແຍກປ່ຽວ ໂຮງໝໍ ມິດຕະພາບ.

ວັນທີ 7 ເມສາ 2020

ພົບຜູ້ຕິດເຊື້ອເພີ່ມອີກ 2 ຄົນ:

ກໍລະນີທີ 13: ເປັນເພດຊາຍ ອາຍຸ 40 ປີ ພະນັກງານ ບໍລິສັດ ພູເບ້ຍ ມາຍນິ້ງ ອາໄສຢູ່ ບ້ານ ດອນກອຍ ໜ່ວຍ 2 ເມືອງ ສີສັດຕະນາກ. ຕິດເຊື້ອຈາກກໍລະນີທີ 11 ແລະ ໄດ້ມີຜູ້ສຳພັດກັບກໍລະນີທີ 13 ນີ້ທັງໝົດ 18 ຄົນ (ລວມທັງຄອບຄົວ ແລະ ເພື່ອນບ້ານເຮືອນຄຽງ)
ກໍລະນີທີ 14: ເປັນເພດຍິງ ອາຍຸ 19 ເປັນນັກສຶກສາລາວ ຮຽນຢູ່ອັງກິດ ທີ່ວິທະຍາໄລ Bellerby College ເດີນທາງກັບມາຈາກ ລອນດອນ ຖ້ຽວບິນດຽວກັນກັບ ກໍລະນີທີ 11 ແລະ 12 (TG 574). ອາໄສຢູ່ເຮືອນເລກທີ 521 ໜ່ວຍ 31, ບ້ານ ສ້າງຄູ້ ເມືອງ ໄຊທານີ. ນະຄອນຫຼວງວຽງຈັນ. ມີຜູ້ສຳຜັດໃກ້ຊິດ 10 ຄົນ (ຄົນໃນຄອບຄົວ 5 ຄົນ ແລະ ໝູ່ທີ່ເດີນທາງມານໍາກັນ 5​ ຄົນ).

ວັນທີ 8 ເມສາ 2020

ພົບຜູ້ຕິດເຊື້ອເພີ່ມ 1​ ຄົນ:

ກໍລະນີທີ 15: ເພດຍິງ , ອາຍຸ 20 ປີ, ສັນຊາດ: ລາວ, ອາຊີບ: ນັກສຶກສາ, ບ້ານຢູ່ປະຈຸບັນ: ບ້ານ ຈອມມະນີ, ໜ່ວຍ 56 ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ມີຜູ້ສຳຜັດໃກ້ຊິດກັບກໍລະນີທີ 15 ຢູ່ 5 ຄົນ.

ປະຫວັດການເດີນທາງ: ວັນທີ 22 ມີນາ 2020 ເດີນທາງຈາກສະໜາມບິນ London Heathrow ດ້ວຍຖ້ຽວບິນ TG 917 ເບີຕັ່ງເລກທີ 68C  ມາຮອດສະໜາມບິນ ສຸວັນນະພູມ ປະເທດ ໄທ. ວັນທີ 23 ມີນາ 2020 ເດີນທາງຈາກສະໜາມບິນສຸວັນນະພູມ ເບີຕັ່ງເລກທີ 49A ຖ້ຽວບິນທີ TG 575 (ຖ້ຽວດຽວກັນກັບກໍລະນີທີ 11 ແລະ 12). ນ້າສາວຂອງກໍລະນີທີ 12 ໄດ້ມາຮັບ ແລ້ວເດີນທາງໄປເຮືອນສວນ ເພື່ອຈໍາກັດບໍລິເວນຕົນເອງ.

ວັນທີ 24 ມີນາ ເຖິງ ວັນທີ 4 ເມສາ 2020 ໄດ້ຈໍາກັດບໍລິເວນຕົນເອງທີ່ ເຮືອນສວນ ກັບກໍລະນີ 12. ວັນທີ 5 ເມສາ, ຜູ້ກ່ຽວເລີ່ມມີອາການເຈັບຄໍ ແລະ ຫາຍໃຈຍາກ, ຜູ້ກ່ຽວໄດ້ໄປກວດຢູ່ໂຮງໝໍມິດຕະພາບ ແລະ ໄດ້ເກັບຕົວຢ່າງ, ຜົນກວດແມ່ນບໍ່ພົບເຊື້ອໂຄວິດ-19 ແລະ ໄດ້ກັບໄປຢູ່ບ້ານສວນກັບນ້າສາວຂອງກໍລະນີທີ 12 .

ວັນທີ 6 ເມສາ 2020 ແມ່ນຍັງມີອາການເຈັບແໜ້ນໜ້າເອິກ ແລະ ຫາຍໃຈຍາກ, ໄດ້ແທກອຸນຫະພູຢູ່ 37 ອົງສາເຊ. ວັນທີ 7 ເທສາ 2020 ໄດ້ມາກວດຄືນ ພົບເຊື້ອ COVID-19 ຮັບເຂົ້ານອນຕິດຕາມອາການຢູ່ໂຮງໝໍມິດຕະພາບ.