spot_img
Homeຂ່າວພາຍ​ໃນອະດີດລັດຖະມົນຕີອິນໂດເນເຊຍ ຖືກຈັບຂໍ້ຫາໂກງເງິນຊ່ວຍເຫຼືອປະຊາຊົນສູ້ວິກິດໂຄວິດ-19

ອະດີດລັດຖະມົນຕີອິນໂດເນເຊຍ ຖືກຈັບຂໍ້ຫາໂກງເງິນຊ່ວຍເຫຼືອປະຊາຊົນສູ້ວິກິດໂຄວິດ-19

Published on

ເວັບໄຊ Post Today ລາຍງານ: ທ່ານ ຈູເລຍຣີ ບາຕູບາຣາ, ອະດີດລັດຖະມົນຕີກະຊວງກິດຈະການສັງຄົມຂອງອິນໂດເນເຊຍຖືກຕັດສິນຈຳຄຸກເປັນເວລາ 12 ປີ, ຂໍ້ຫາຮັບສິນບົນຈຳນວນ 1.2 ລ້ານໂດລາສະຫະລັດ ທີ່ກ່ຽວຂ້ອງກັບການຊ່ວຍເຫຼືອດ້ານສະບຽງອາຫານສຳລັບຄອບຄົວທີ່ທຸກຍາກທີ່ໄດ້ຮັບຜົນກະທົບຈາກການລະບາດໃຫຍ່ຂອງໂຄວິດ-19.

ອະດີດນັກການເມືອງລາຍນີ້ຖືກຈັບກຸມໃນເດືອນທັນວາປີກາຍ ພ້ອມກະເປົາເດີນທາງ, ແລະຊອງຂາວທີ່ເຕັມໄປດ້ວຍເງິນສົດ ຂະນະທີ່ສານໃນນະຄອນຫຼວງຈາກາຕ້າໄດ້ຕັດສິນຈຳຄຸກຈຳເລີຍ 12 ປີ ພ້ອມປັບໄໝຈຳນວນ 35.000 ໂດລາສະຫະລັດ ເຊິ່ງອະດີດນັກການເມືອງຄົນນີ້ຍັງໄດ້ຮັບຄຳສັ່ງໃຫ້ໃຊ້ແທນຄືນຄ່າເສຍຫາຍປະມານ 1 ລ້ານໂດລາສະຫະລັດ ຫຼື ອາດເພີ່ມໂທດຈຳຄຸກຕື່ມອີກ 2 ປີ.

ການຮັບສິນບົນຍັງກາຍເປັນບັນຫາໃຫຍ່ໃນອິນໂດເນເຊຍ ເຊິ່ງນັກການເມືອງຖືກຈັດເປັນກຸ່ມທຸດຈະລິດຫຼາຍທີ່ສຸດ ຂະນະທີ່ທາງໜ່ວຍງານຕໍ່ຕ້ານການທຸດຈະລິດຂອງປະເທດ ກໍໄດ້ຈັບກຸມເຈົ້າໜ້າທີ່ລັດຫຼາຍຄົນໃນຊ່ວງສອງສາມປີຜ່ານມາ ລວມເຖິງອະດີດລັດຖະມົນຕີກະຊວງປະມົງກໍຖືກຈັບກຸມໃນເດືອນກ່ອນ ພ້ອມຖືກຕັດສິນຈຳຄຸກ 5 ປີ ຂໍ້ຫາຮັບສິນບົນທີ່ກ່ຽວຂ້ອງກັບການສົ່ງອອກກຸ້ງກ້າມກາມ.

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...