ຫໍສະພາແຫ່ງຊາດຫຼັງ​ໃໝ່​ຈະສ້າງສໍາເລັດ ທ້າຍປີ 2020

ໜັງສືພິມປະຊາຊົນ ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່​ ​ແມ່ນ​ຂອງຂວັນ​ຈາກ​ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ ແລະ ປະຊາຊົນຫວຽດນາມມອບ​ໃຫ້ພັກ, ລັດຖະບານ, ສະພາ​ແຫ່ງ​ຊາດ ແລະ ປະຊາຊົນ​ລາວ, ຕັ້ງຢູ່ໃຈກາງນະຄອນຫຼວງ​ວຽງຈັນ ເລີ່ມຕົ້ນລົງມືການກໍ່ສ້າງ ມາຕັ້ງແຕ່ປີ 2017 ເປັນຕົ້ນມາ ໂດຍ​ແມ່ນ​ ແມ່​ທັບ​ນ້ອຍ 11 ຫວຽດນາມ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ.

ໂຄງການ​ຫໍ​ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່​ນີ້, ມີ​ມູນ​ຄ່າ​ການ​ກໍ່ສ້າງ 100 ລ້ານ​ກວ່າໂດ​ລາ: ລວມ​ມີ 5 ຊັ້ນ ແລະ ຊັ້ນ​ໃຕ້​ດິນ ເຊິ່ງ​ສາມາດ​ບັນຈຸ  ບຸກ​ຄະລາ​ກອນ​ແຕ່ 800-1.000 ຄົນ. ໃນ​ນັ້ນ ມີ​ສະໂມສອນ​ໃຫຍ່, ມີ​ລະ​ບຽ​ງກ້​ວາງ, ບັນດາ​ຫ້ອງ​ປະຊຸມ​ໃຫຍ່, ຫ້ອງ​ປະຊຸມ​ກາງ ແລະ ນ້ອຍ, ຫ້ອງ​ເຮັດ​ວຽກ​ສໍາ​ລັບ​ບັນດາ​ສະມາຊິກ ຄະ​ນະ​ກໍາ​ມາ​ທິ​ການ​ປະ​ຈໍາ​ການ​ສະພາ​ແຫ່ງ​ຊາດ.

ພາຍ​ຫຼັງ​ສໍາ​ເລັດ, ສະພາ​ແຫ່ງ​ຊາດ​ຫຼັງ​ໃໝ່​ຂອງ​ລາວ ຊຶ່ງ​ບໍ່​ພຽງ​ຮັບປະກັນ​ທຸກ​ການເຄື່ອນໄຫວ​ຂອງ​ສະພາ​ແຫ່ງ​ຊາດ ໃນ​ໄລຍະ​ເວລາ 100 ກວ່າ​ປີ, ແຕ່​ຍັງ​ປະກອບ​ສ່ວນ​ສໍາ​ຄັນ ​ເພື່ອ​ໃຫ້​ສາຍ​ພົວພັນ​ພິເສດ ລາວ-ຫວຽດນາມນັບມື້​ພັດທະນາ, ສົມ​ກັບ​ເປັນ​ສັນຍາ​ລັກ​ໃຫ້​ແກ່​ສາຍ​ພົວພັນມິດຕະພາບ​ອັນ​ຍິ່ງ​ໃຫຍ່, ນໍ້າ​ໃຈ​ສາມັກຄີ​ພິເສດ ແລະ ການ​ຮ່ວມ​ມື​ຮອບດ້ານ ລະຫວ່າງສອງ​ພັກ-ສອງ​ລັດ ແລະ ປະຊາຊົນ​ສອງ​ຊາດ​ລາວ ແລະ ຫວຽດນາມ​ອ້າຍ​ນ້ອງ.

 

 

ຮຽບຮຽງຂ່າວ: ພຸດສະດີ