spot_img
Home​ຂ່າວບັນເທິງຫຼິວເຕີຫົວ ບໍ່ພໍໃຈເຈົ້າໜ້າທີ່ຮັກສາຄວາມປອດໄພສະແດງພຶດຕິກຳບໍ່ເໝາະສົມກັບແຟນຄັບ

ຫຼິວເຕີຫົວ ບໍ່ພໍໃຈເຈົ້າໜ້າທີ່ຮັກສາຄວາມປອດໄພສະແດງພຶດຕິກຳບໍ່ເໝາະສົມກັບແຟນຄັບ

Published on

ຫຼິວເຕີຫົວ ພະເອກຊຸບເປີສະຕາຄົນຮົງກົງອາຍຸ 54 ປີ ອອກອາການບໍ່ພໍໃຈ ຫຼັງຈາກທີ່ເຫັນເຈົ້າໜ້າທີ່ຮັກສາຄວາມປອດໄພສະ ແດງພຶດຕິກຳບໍ່ເໝາະສົມກັບແຟນຄັບທີ່ພະຍາຍາມທີ່ຈະມາມອບຊໍ່ດອກໄມ້ໃຫ້ລະຫວ່າງງານຖະແຫຼງຂ່າວເປີດໂຕຮູບເງົາເຮັດໃຫ້ ຫຼິວເຕີຫົວກາຍເປັນຂວັນໃຈຂອງແຟນຄັບຫຼາຍຄົນ.

lew1

ເປັນຄລິບທີ່ກຳລັງຖືແຊຣກັນຢ່າງແຜ່ຫຼາຍໃນໂລກໂຊຊ້ຽວ ເມື່ອວັນທີ 26 ສິງຫາ ທີ່ຜ່ານມາ ໃນຂະນະທີ່ ຫຼິວເຕີຫົວ ກຳລັງຢືນຖ່າຍຮູບຢູ່ເທິງເວທີໃນງານຖະແຫຼງຂ່າວເປີດຕົວຮູບເງົາເລື່ອງ “Misson Milano” ແລະ ຫັນ ໄປເຫັນພະນັກງານຮັກສາຄວາມ ປອດໄພກຳລັງຍູ້ແຟນຄັບຂອງ ເຂົາຢູ່ບໍລິເວນດ້ານລຸ່ມເວທີລາວ ຈິ່ງຍ່າງອອກມາຈາກບ່ອນຖ່າຍຮູບ ແລະຮ້ອງໃສ່ພະນັກງານຄົນ ດັ່ງກ່າວວ່າເຮັດຫຍັງຢຸດດຽວນີ້ ຈົນເຫດການນີ້ເຮັດໃຫ້ແຟນຄັບ ຊື່ນຊົມໃນຄວາມຮັກ ແລະຄວາມເປັນຫ່ວງແຟນຄັບຂອງຫຼິວເຕີຫົວແບບສຸດໆ.

https://youtu.be/YbWZw3QO4sI

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...