spot_img
Homeຂ່າວພາຍ​ໃນຫຼາຍບໍລິສັດ ຈົດທະບຽນຢູ່ນິຄົມອຸດສາຫະກຳ ແລະ ການຄ້າ

ຫຼາຍບໍລິສັດ ຈົດທະບຽນຢູ່ນິຄົມອຸດສາຫະກຳ ແລະ ການຄ້າ

Published on

20140429094425

ທ່ານ ສີ​ບຸນ​ເຮືອງ ວຽນ​ເຮືອງ​ໄຜ່ ປະທານ​ສະພາ​ບໍລິຫານ​ເສດຖະກິດ​ນິຄົມ​ອຸດສາຫະກຳ ແລະ ການ​ຄ້າ​ວຽງ​ຈັນ​ໂນນ​ທອງ ໄດ້​ກ່າວ​ວ່າ: ນິຄົມ​ອຸດສາຫະກຳ ແລະ ການ​ຄ້າ​ວຽງ​ຈັນ​ໂນນ​ທອງ ຖືກ​ສ້າງຕັ້ງ​ຂຶ້ນ​ບົນ​ພື້ນຖານ​ເງື່ອນໄຂ​ຂອງ​ສັນຍາ​ຮ່ວມ​ມື​ພັດທະນາ ລະຫວ່າງ​ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ຕາງໜ້າ​ໃຫ້​ລັດຖະບານ ​ສປປ ລາວ ກັບ​ບໍລິສັດ ໜຳ​ເວ​ພັດທະນາ ຈຳກັດ ທີ່​ໄດ້​ລົງ​ນາມ​ກັນ​ປີ 2009 ເຊິ່ງ​ເປັນ​ການ​ລົງທຶນ​ປະສົມ​ລະຫວ່າງ​ລັດຖະບານ​ແຫ່ງ ​ສປປ ລາວ ຖື​ຫຸ້ນ 30% ກັບ​ນັກ​ລົງທຶນ​ໃຕ້​ຫວັນ (ບໍລິສັດ ໜຳ​ເວ​ພັດທະນາ ຈຳກັດ) ຖື​ຫຸ້ນ 70% ໂດຍ​ຖືກ​ຮັບຮອງ ແລະ ສ້າງຕັ້ງ​ຂຶ້ນ​ໃນ​ວັນ​ທີ 1 ພະຈິກ 2010 ຢູ່​ເຂດ​ຫຼັກ 22 ບ້ານ​ໂນນ​ທອງ ເມືອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ.

ນິຄົມ​ແຫ່ງ​ນີ້​ແມ່ນ​ມີ​ເນື້ອທີ່​ໃນ​ເບື້ອງ​ຕົ້ນ 110 ເຮັກຕາ ເພື່ອ​ດຳເນີນ​ເຄື່ອນ​ໄຫວ​ທຸລະ​ກິດ​ກາ ຜະລິດ​ສົ່ງ​ອອກ ການ​ຄ້າ ການ​ບໍລິການ ການ​ບໍລິຫານ ແລະ ພັດທະນາ​ໃຫ້​ກາຍເປັນ​ເຂດ​ອຸດສາຫະກຳ ການ​ຄ້າ ແລະ ການ​ບໍລິການ​ທີ່​ທັນ​ສະໄໝ ເຊິ່ງ​ພາຍຫຼັງ​ໄດ້​ມີ​ການ​ພັດທະນາ​ມາ​ຮອດ​ປັດຈຸບັນ​ນີ້ ໄດ້​ມີ​ນັກ​ລົງທຶນ​ຕ່າງປະເທດ ເປັນຕົ້ນ​ແມ່ນ ຈີນ ຍີ່ປຸ່ນ ໃຕ້​ຫວັນ ໄທ ແລະ ເດັນ​ມາກ ເຂົ້າ​ມາ​ຈັບຈອງ ແລະ ຈົດ​ທະບຽນ​ໄປ​ແລ້ວ ຈຳນວນ 28 ບໍລິສັດ ໃນ​ນັ້ນ ລວມ​ທັງ​ບໍລິສັດ ມິ​​ສ​ຊູ​ມິ​​ສ​ຊິ ທີ່​ຫາກໍ່​ເຊັນ​ສັນຍາ​ໄປ​ແລ້ວ​ເມື່ອ​ມໍ່ໆ​ຜ່ານ​ມາ​ນີ້ ໂດຍ​ມາ​ຮອດ​ດຽວນີ້ ໄດ້​ຈັບຈອງ​ເນື້ອທີ່​ດິນ​ເທົ່າ​ກັບ 70% ຂອງ​ເນື້ອທີ່​ດິນ​ທັງ​ໝົດ ເພື່ອ​ດຳເນີນ​ກິດຈະການ​ການ​ຜະລິດ ແລະ ໄດ້​ມີ​ທຶນ​ຈົດ​ທະບຽນ ທັງ​ໝົດ 41,61 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 328 ຕື້​ກີບ ໃນ​ນັ້ນ ໄດ້​ລົງທຶນ​ກໍ່ສ້າງ​ໂຮງງານ ແລະ ນຳ​ເຂົ້າ​ວັດຖຸ​ອຸປະກອນ​ເຂົ້າ​ມາ ເພື່ອ​ທຳ​ການ​ຜະລິດ​ສົ່ງ​ອອກ​ມີ 7 ບໍລິສັດ ແລະ 10 ກວ່າ​ບໍລິສັດ ກຳລັງ​ກໍ່ສ້າງ​ໂຮງງານ ແລະ ໄດ້​ມີ 2 ບໍລິສັດ​ສົ່ງ​ອອກ​ແລ້ວ ມາ​ຮອດ​ປັດຈຸບັນ ມູນ​ຄ່າ​ການ​ນຳ​ເຂົ້າ​ທັງ​ໝົດ 11 ລ້ານ​ກວ່າ​ໂດ​ລາ ຫຼື ປະມານ 88 ຕື້​ກີບ ແລະ ມີ​ການ​ສົ່ງ​ອອກ​ສິນຄ້າ​ໄປ​ປະເທດ​ເຢຍ​ລະ​ມັນ ອິ​ຕາ​ລີ ແລະ ປະເທດ​ຍີ່ປຸ່ນ ມີ​ມູນ​ຄ່າ​ການ​ສົ່ງ​ອອກ 5 ລ້ານ​ໂດ​ລາ ຫຼື ປະມານ 40 ຕື້​ກີບ ນອກຈາກ​ບໍລິສັດ​ທີ່​ຈົດ​ທະບຽນ​ແລ້ວ ຍັງ​ມີ​ຫຼາຍ​ບໍລິສັດ​ທັງ​ພາຍ​ໃນ ແລະ ຕ່າງປະເທດ​ໄດ້​ເຂົ້າ​ມາ​ສຶກ​ສາ​ຂໍ້​ມູນ ແລະ ມີ​ຄວາມ​ສົນໃຈ​ທີ່​ຈະ​ເຂົ້າ​ມາ​ລົງທຶນ​ໃນ​ນິຄົມ​ແຫ່ງ​ນີ້ ຊຶ່ງ​ນິຄົມ​ແຫ່ງ​ນີ້ ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ​ອ້ອມ​ຂ້າງ​ໄດ້​ຈຳນວນ 600 ກວ່າ​ຄົນ ແລະ ຄາດ​ວ່າ​ໃນ​ສົກ​ປີ 2015-2016 ຈະ​ສາມາດ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະຊາຊົນ​ລາວ​ໄດ້​ເຖິງ 10.000 ຄົນ.

ທ່ານ ສີ​ບຸນ​ເຮືອງ ວຽນ​ເຮືອງ​ໄຜ່ ຍັງ​ກ່າວ​ຕື່ມ​ວ່າ: ໄປ​ຄຽງ​ຄູ່​ກັບ​ການ​ດຶງ​ດູດ​ນັກທຸລະກິດ ເຂົ້າ​ມາ​ລົງທຶນ​ໃນ​ເນື້ອທີ່​ນິຄົມ​ແລ້ວ ທາງ​ບໍລິສັດ​ຜູ້​ລົງທຶນ ຍັງ​ໄດ້​ດຳເນີນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໄປ​ພ້ອມໆ​ກັນ​ຢ່າງ​ຕໍ່​ເນື່ອງ ເຊັ່ນ: ເສັ້ນທາງ​ລະບົບ​ນ້ຳ ໄຟຟ້າ ປະຕູໂຂງ ຫ້ອງການ ອ່າງເກັບນ້ຳ ຮົ້ວ​ອ້ອມ ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ອື່ນໆ ລວມ​ແລ້ວ​ມູນ​ຄ່າ​ການ​ລົງທຶນ​ຕົວ​ຈິງ ມາ​ຮອດ​ປັດຈຸບັນ​ປະມານ 30 ລ້ານ​ກວ່າ​ໂດ​ລາ ຫຼື ປະມານ 240 ຕື້​ກີບ ໃນ​ນັ້ນ​ເປັນ​ການ​ລົງທຶນ​ຂອງ​ຜູ້​ພັດທະນາ 10 ລ້ານ​ກວ່າ​ໂດ​ລາ ຫຼື ປະມານ 80 ຕື້​ກີບ.

ທີ່ມາ http://www.vientianemai.net/teen/khao/1/11694

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...