spot_img
Homeຂ່າວຕ່າງປະເທດຫຼາຍຄົນຕົກໃຈ ພົບເຫັນຍິງຊະລາເຜົາເງິນເກັບທັງຊີວິດຖິ້ມ

ຫຼາຍຄົນຕົກໃຈ ພົບເຫັນຍິງຊະລາເຜົາເງິນເກັບທັງຊີວິດຖິ້ມ

Published on

ອີງຕາມສື່ຕ່າງປະເທດໄຕ້ຫວັນລາຍງານ ເມື່ອວັນທີ 7 ຕຸລາ 2016 ວ່າ ຍິງຊະລາ ອາຍຸ 80 ປີ ຖິ້ມເງິນອອມທີ່ເກັບມາທັງຊີວິດ ຈຳນວນຫຼາຍກວ່າ 1 ລ້ານດອນລາໄຕ້ຫວັນ ຈູດທຽນເຜົາໃນຖັງທູບສານພະພູມ ເຮັດໃຫ້ນັກທ່ອງທ່ຽວ ທີ່ຢູ່ໃນບໍລຮິເວນນັ້ນຕົກໃຈ ເພາະເປັນເລື່ອງທີ່ແປກ ທີ່ມີການເຜົາເງິນແທ້ ຈົນໄດ້ຮີບແຈ້ງເຈົ້າໜ້າທີ່ຕຳຫຼວດ ແລະເຂົ້າໄປຊ່ວຍກ່ອນທີ່ໄຟຈະໄໝ້ເງິນໝົດ

ຜູ້ລາຍງານຂ່າວບອກວ່າ ຫຼັງຈາກເຜົາເງິນດັ່ງກ່າວແລ້ວ ລາວໄດ້ໃຊ້ໄມ້ເທົ້າພະຍຸງໂຕ ຍ່າງອອກຈາກໜ້າສານຢ່າງບໍ່ເດືອດຮ້ອນໃຈ, ຫຼັງຈາກເຈົ້າໜ້າທີ່ມາຮອດ ກໍເຫັນປະຊາຊົນຈຳນວນຫຼາຍຊ່ວຍກັນເຂ່ຍເງິນອອກຈາກກະຖັງປະໄວ້ຂ້າງກະຖັງ ເຊິ່ງເຈົ້າໜ້າທີ່ຕຳຫຼວດ ໃຊ້ເວລານັບເປັນເວລາ 4 ຊົ່ວໂມງ ຈຶ່ງຮູ້ວ່າ ປະມານຫຼາຍກວ່າ 1 ລ້ານດອນລາໄຕ້ຫວັນ

ຈາກການສອບຖາມ ຍິງໄວຊະລາຄົນນັ້ນ ກໍຕອບແບບກົງໆວ່າ ຕົນເອງເປັນຄົນເຜົາເງິນ ເພາະຫຼັງຈາກສາມີຕາຍປະ ລາວໄດ້ໃຊ້ຊີວິດຢູ່ຄົນດຽວ ແລະຢູ່ໃນສະພາວະສະໝອງເສື່ອມ. ລາວມີລູກຊາຍຄົນໜຶ່ງ ແຕ່ບໍ່ໄດ້ຢູ່ນຳກັນ, ລູກຊາຍກໍໄດ້ແນະນຳໃຫ້ລາວໄດ້ຮັບການຮັກສາ ຢູ່ໂຮງໝໍ ເນີຊິ່ງໂຮມ, ແຕ່ຢາກໃຫ້ລູກຊາຍກັບມາລົມລາຍລະອຽດ ແຕ່ລູກບໍ່ທັນໄດ້ກັບ ລາວຈຶ່ງຫອບເງິນໄປເຜົາຖິ້ມ

ຫຼັງຈາກນັ້ນລູກຊາຍຮູ້ຂ່າວ ຈຶ່ງໄດ້ຮີບເດີນທາງມາຫາແມ່ ເຫັນແມ່ເຜົາເງິນທີ່ເກັບມາທັງຊີວິດຖິ້ມ ກໍຢ້ານວ່າຈະຖືກຟ້ອງເປັນຄະດີ ຈຶ່ງໄດ້ຂໍຮ້ອງກັບເຈົ້າໜ້າທີ່ຕຳຫຼວດ ເລື່ອງໃຫ້ຜູ້ພິພາກສາ ຫວັງວ່າຈະສາມາດອະໄພໃຫ້ແມ່ໄດ້, ທາງທະນາຍຄວາມໄດ້ຊີ້ໃຫ້ເຫັນວ່າ ລາວເຈດຕະນາເຜົາເງິນ ຕ້ອງໂທດປັບໄໝ 5 ເທົ່າຕາມຈຳນວນເງິນທີ່ເສຍຫາຍນັ້ນ ແຕ່ຍ້ອນລາວມີອາຍຸຫຼາຍແລ້ວຈຶ່ງໄດ້ຫຼຸດໂທດລົງ ມາເປັນເຄິ່ງໜຶ່ງຂອງການສູນເສຍ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...