spot_img
Homeຂ່າວທ້ອງຖິ່ນຫຼວງພະບາງ ທຳລາຍຢາເສບຕິດແລະ ອຸປະກອນການເສບຢາຫຼາຍລາຍການ

ຫຼວງພະບາງ ທຳລາຍຢາເສບຕິດແລະ ອຸປະກອນການເສບຢາຫຼາຍລາຍການ

Published on

ວິທະຍຸກະຈາຍສຽງແຫ່ງຊາດ ລາຍງານວ່າ ໃນວັນທີ 12 ຕຸລາ 2020 ຢູ່ເດີ່ນກິລາໃນຮົ່ມ ບ້ານນາສ້າງເຫວີຍ ນະຄອນຫຼວງພະບາງ ອົງການປົກຄອງ ແຂວງຫຼວງພະບາງ ຈັດພິທີສະເຫຼີມສະຫຼອງ ວັນແຫ່ງຊາດຕ້ານຢາເສບຕິດ ວັນທີ່ 12 ຕຸລາ ຄົບຮອບ 19 ປີ ໂດຍການເຂົ້າຮ່ວມຂອງ ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງຫຼວງພະບາງ.

ທ່ານ ວົງສະຫວັນ ເທບພະຈັນ ມີຄຳເຫັນວ່າ: ໃນໄລຍະຜ່ານມາ, ພັກ ແລະລັດຖະບານ, ກໍ່ຄືອົງການປົກຄອງທຸກຂັ້ນໃນທົ່ວແຂວງ ໄດ້ຖືເອົາວຽກງານສະກັດກັ້ນ ຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນບູລິມະສິດໜຶ່ງທີ່ສໍາຄັນໃນການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ.

ໃນສົກ 2019-2020 ອົງການໄອຍາການປະຊາຊົນແຂວງ ໄດ້ຖະແຫຼງສັ່ງຟ້ອງຄະດີຢາເສບຕິດຂື້ນສານມີ 244 ເລື່ອງ, ມີຜູ້ຖືກຫາ 247 ຄົນ, ຍີງ 23 ຄົນ, ໃນນັ້ນ ສານປະຊາຊົນແຂວງໄດ້ທຳການຕັດສີນໃຊ້ໄດ້ຢ່າງເດັດຂາດແລ້ວ ມີ 161 ເລື່ອງ, ມີນັກໂທດ 182 ຄົນ, ຍີງ 15 ຄົນ, ໃນນີ້ ຕັດສິນປະຫານຊີວິດ 4 ຄົນ, ຕັດສີນຕະຫຼອດຊີວິດມີ 9 ຄົນ, ມີຂອງກາງປະເພດຢາບ້າ 103.125 ເມັດ, ເຮໂລອີນ 400 ກຣາມ, ຢາໄອສ໌ 320,3 ກຣາມ, ກັນຊາແຫ້ງ 138,4 ກຣາມ, ຄາເຟອີນ 418,65 ກຣາມ, ສານເຄມີ 1,3 ກຣາມ, ແປ້ງຟຸ່ນສີຂາວ 6,41 ກຣາມ, ແປ້ງຟຸ່ນສີແດງ 0,90 ກຣາມ, ຢາຟີ່ນ 679,61 ກຣາມ, ແກ່ນຟີ່ນ 400 ກຣາມ, ລວມທັງອຸປະກອນການເສບຢາ ແລະ ສິ່ງຫຸ້ມຫໍ່ ເຊີ່ງໄດ້ນຳມາທຳລາຍໃນພິທີສະເຫຼືມສະຫຼອງ ຍົກເວັ້ນຢາຟີ່ນ ເພາະຈະນຳໃຊ້ເຂົ້າທາງວິທະຍາສາດການແພດໃນຂັ້ນຕໍ່ໄປ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...