spot_img

ຫົວປິ່ນ

Published on

ເຄື່ອນໄຫວຮ່າງກາຍໄປກັບຈັງຫວະຂອງສຽງເພງ ແລະ ຄວາມຮູ້ສຶກ

ນະຄອນຫຼວງວຽງຈັນ ເປັນສູນລວມໃນທຸກດ້ານຂອງລາວ ບໍ່ວ່າຈະເປັນທາງດ້ານເສດຖະກິດ, ສັງຄົມ, ວັດທະນະທຳ ຫຼື ສິລະປະ. ສິລະປະ ແລະ ສຽງເພງໄດ້ເຮັດໃຫ້ເມືອງແຫ່ງນີ້ມີສີສັນ ແລະ ຄຶກຄື້ນຫຼາຍກວ່າເມື່ອກ່ອນຫຼາຍ. ຮ້ານອາຫານ ແລະ ບາຣ໌ຕ່າງໆໄດ້ນໍາເອົາວົງດົນຕີ ແລະ ນັກເຕັ້ນຮູບແບບຕ່າງໆ ມາສ້າງສຽງເພງ, ຄວາມເພີດເພີນ ແລະ ເພີ່ມບັນຍາກາດອັນມ່ວນຊື່ນໃຫ້ແກ່ລູກຄ້າຂອງຕົນ. ໜຶ່ງໃນກຸ່ມນັກເຕັ້ນທີ່ມາແຮງທີ່ສຸດໃນຕອນນີ້ແມ່ນກຸ່ມນັກເຕັ້ນ ຟັງລາວ. ຟັງລາວເປັນກຸ່ມນັກເຕັ້ນເບຣກແດ້ນຮ່ວມສະໄໝ ເຊິ່ງເລີ່ມຮ່ວມກຸ່ມກັນຕັ້ງແຕ່ປີ 2013 ໂດຍ ກາກ້າ ອຸ່ນລາ ຜາອຸດົມ ແລະ ນຸດ ນຸດນະພາ ສ້ອຍດາລາ.

ຟັງລາວເປັນກຸ່ມເຕັ້ນເບຣກແດ້ນ ທີ່ປະສົມປະສານການເຕັ້ນເບຣກແດ້ນທີ່ມີຄວາມຕື່ນຕາຕື່ນໃຈ, ສີກທຸກກົດການເຄື່ອນໄຫວຂອງມະນຸດ ປະສົມປະສານກັບການຟ້ອນຂອງລາວ ແລະ ການເຕັ້ນຮ່ວມສະໄໝ. ການເຕັ້ນໃນແຕ່ລະຄັ້ງແມ່ນມີເລື່ອງລາວເຊື່ອງຊ້ອນຢູ່ ໂດຍທ່ວງທ່າການເຄື່ອນໄຫວຂອງຮ່າງກາຍໄປຕາມສຽງດົນຕີ ແລະ ຄວາມຮູ້ສຶກຂອງນັກເຕັ້ນ.

ພວກເຂົາໄດ້ສຶກສາວ່າມະນຸດເຮົາສາມາດເຄື່ອນໄຫວຮ່າງກາຍໄດ້ແນວໃດແນ່, ລອງບິດແຂນ ບິດຂາ ແລະ ສ່ວນຕ່າງໆໃນຮ່າງກາຍວ່າສາມາດເຄື່ອນໄຫວໄປໃນທາງໃດໄດ້ ເຮັດໃຫ້ເຂົາເຈົ້າສາມາດຄິດຄົ້ນທ່າເຕັ້ນໃໝ່ອອກມາໄດ້ ຈົນບາງຄັ້ງອາດເຮັດໃຫ້ທ່ານຄິດວ່າ ເຂົາເຈົ້າເຕັ້ນແບບນັ້ນໄດ້ແນວໃດ!? ໜຶ່ງໃນການສະແດງຂອງເຂົາເຈົ້າທີ່ຂ້າພະເຈົ້າໄດ້ໄປຮັບຊົມ ແມ່ນການສະແດງທີ່ສື່ເຖິງມິດຕະພາບຂອງເພື່ອນຊາຍ, ຮອຍຍິ້ມ, ການປົດປ່ອຍຕົນເອງອອກຈາກຄວາມເຄັ່ງຕຶງ, ຄວາມທະເຍີທະຍານຂອງມະນຸດ.

ພວກເຂົາບໍ່ໄດ້ເປັນພຽງກຸ່ມເຕັ້ນທີ່ມີເອກະລັກທີ່ໂດດເດັ່ນ, ຄວາມແຂງແຮງ ແລະ ຄວາມກ້າຫານເທົ່ານັ້ນ; ພວກເຂົາຍັງມີທັກສະທາງຮ່າງກາຍທີ່ຝຶກຝົນມາເປັນຢ່າງດີ. ຟັງລາວປະສົມປະສານການເຕັ້ນເບຣກແດ້ນກັບການຟ້ອນລາວ ດຶງເອົາຄວາມອ່ອນຊ້ອຍ, ຄວາມງາມຂອງການຟ້ອນພື້ນເມືອງກັບຄວາມຄ່ອງແຄ່ວ, ແຂງແຮງຂອງເບຣກແດ້ນ ເພື່ອສ້າງການສະແດງທີ່ເຮັດໃຫ້ທ່ານລະສາຍຕາອອກໄປບໍ່ໄດ້.

ສຳລັບການເຕັ້ນເບຣກແດ້ນໂດຍທົ່ວໄປ, ນັກເຕັ້ນຈະຢືນເປັນວົງມົນ ແລະ ເອີ້ນແຕ່ລະຄົນອອກມາເຕັ້ນກາງວົງເພື່ອ ສະແດງສັກກະຍາພາບຂອງເຂົາເຈົ້າ. ແຕ່ຟັງລາວໄດ້ນໍາເອົາພຽງແຕ່ລັກສະນະການເຕັ້ນຂອງເບຣກແດ້ນມາເທົ່ານັ້ນ, ບໍ່ໄດ້ນໍາຮູບແບບທັງໝົດມາໃຊ້. ທ້າວ ກຳບໍ ໜຶ່ງໃນນັກເຕັ້ນຂອງຟັງລາວໄດ້ອະທິບາຍວ່າ: ທ່າເຕັ້ນເບຣກແດ້ນ ແມ່ນການໃຊ້ມືຂ້າງດຽວໝຸນຮ່າງກາຍ ແລະ ຟັງລາວໄດ້ເພີ່ມການເຕັ້ນແບບຮ່ວມສະໄໝເຂົ້າໄປເພື່ອເຮັດໃຫ້ການເຄື່ອນໄຫວມີຄວາມຄ່ອງແຄ້ວ ແລະ ທ່າທາງທີ່ແຕກຕ່າງອອກໄປຈາກການເຕັ້ນເບຣກແດ້ນທຳມະດາ. ໃນຊ່ວງສຸດທ້າຍຂອງແຕ່ລະການສະແດງມັກຈະເປັນຊ່ວງທີ່ເຮັດໃຫ້ຜູ້ຊົມທີ່ນັ່ງເບິ່ງ ເກືອບລືມຫາຍໃຈ ແລະ ຕື່ນເຕັ້ນໄປກັບການເຄື່ອນໄຫວທີ່ຕື່ນຕາຕື່ນໃຈ ແລະ ທ່າທາງທີ່ຊວນໃຫ້ຫົວໃຈເຕັ້ນບໍ່ເປັນຈັງຫວະຂອງພວກເຂົາ.

“ຂ້ອຍຮູ້ສຶກດີ ເວລາທີ່ຂ້ອຍເຕັ້ນ” ກ່າວໂດຍ ໂອເລ້ ຄໍາຈັນລາ, ໜຶ່ງໃນຜູ້ຝືກສອນ ແລະ ນັກອອກແບບທ່າເຕັ້ນຊາວຝຣັ່ງ. “ພວກເຮົາຢາກໃຫ້ການເຕັ້ນສາມາດເປັນອາຊີບຂອງຄົນລາວຮຸ່ນໃໝ່ໄດ້. ສອນເຂົາເຈົ້າໃຫ້ຮູ້ຈັກການເຮັດວຽກເປັນກຸ່ມ, ຄວາມຫຼາກຫຼາຍ ແລະ ຄຸນຄ່າຂອງຄວາມຄິດສ້າງສັນ ທີ່ບໍ່ແມ່ນພຽງມີເງິນ ກໍສາມາດຊື້ໄດ້”.

 

ຂໍ້ມູນເພີ່ມເຕີມ: ຟັງລາວເຮັດການສະແດງເປັນປະຈໍາທີ່ໂຮງລະຄອນ BlackBox

ເຊິ່ງຕັ້ງຢູ່ບ້ານ ຮ່ອງຄ້າ. ທ່ານສາມາດຕິດຕາມແຜນການສະແດງ ແລະ

ຈອງບ່ອນນັ່ງໄດ້ທີ່ເຟສບຸກຂອງຟັງລາວfacebook.com/Fanglaodancecompany/

 

 

 

ແຫຼ່ງຂໍ້ມູນ: ວາລະສານຈໍາປາເມືອງລາວສະບັບເດືອນມັງກອນ-ກຸມພາ 2019

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...