spot_img
Homeຂ່າວຕ່າງປະເທດຫວຽດນາມຈັດ 2 ຖ້ຽວບິນຂົນປະຊາ ຊົນອອກຈາກມຽນມາທ່າມກາງວິກິດ ການເມືອງທີ່ນັບມື້ຮຸນແຮງ

ຫວຽດນາມຈັດ 2 ຖ້ຽວບິນຂົນປະຊາ ຊົນອອກຈາກມຽນມາທ່າມກາງວິກິດ ການເມືອງທີ່ນັບມື້ຮຸນແຮງ

Published on

ປະຊາຊົນຫວຽດນາມກວ່າ 400 ຄົນໄດ້ເດີນທາງອອກຈາກປະເທດມຽນມາໃນວັນທີ 4 ມີນາ 2021 ທ່າມກາງວິກິດການດ້ານການເມືອງທີ່ນັບມື້ນັບຮຸນແຮງຂຶ້ນ.

ຊາວຫວຽດນາມເດີນທາງອອກຈາກມຽນມາດ້ວຍຖ້ຽວບິນ 2 ຖ້ຽວບິນ ເຊິ່ງທາງສະຖານທູດຫວຽດນາມປະຈຳມຽນມາ ແລະ ສາຍການບິນຫວຽດນາມແອຣ໌ລາຍ. ຜູ້ໂດຍສານດັ່ງກ່າວໄດ້ລວມເຖິງເດັກນ້ອຍອາຍຸຕໍ່າກວ່າ 18 ປີ ແລະ ຜູ້ທີ່ມີໂຣກປະຈຳຕົວ.

ສະຖານທູດຫວຽດນາມລະບຸວ່າ ທາງສະຖານທູດກຳລັງຕິດຕາມເບິ່ງສະຖານະການໃນປະເທດມຽນມາຢ່າງໃກ້ຊິດ ພ້ອມທັງໃຫ້ຂໍ້ມູນແກ່ຊາວຫວຽດນາມທີ່ຕ້ອງການກັບຄືນປະເທດ ລວມທັງການຈັດສົ່ງເຈົ້າໜ້າທີ່ໄປທີ່ສະໜາມບິນເພື່ອອຳນວຍຄວາມສະດວກດ້ານເອກະສານສຳລັບປະຊາຊົນ.

ລັດຖະບານໄທກຽມຈັດຖ້ຽວບິນເພື່ອອົບພະຍົບປະຊາຊົນຜູ້ທີ່ຕ້ອງການອອກຈາກປະເທດມຽນມາໃນວັນທີ 16 ມີນາ, ທ່າມກາງວິກິດການທາງດ້ານການເມືອງທີ່ກຳລັງເພີ່ມຂື້ນ.

ໃນຂະນະດຽວກັນ, ລັດຖະບານສິງກະໂປໄດ້ອອກຖະແຫຼງການຮຽກຮ້ອງໃຫ້ຊາວສິງກະໂປອອກຈາກມຽນມາໂດຍໄວເທົ່າທີ່ຈະໄວໄດ້. ຍ້ອນຄວາມຮຸນແຮງຈາກການປະທ້ວງຂອງລັດຖະບານທະຫານມຽນມາ, ມີປະຊາຊົນຫຼາຍຄົນໄດ້ເສຍຊີວິດ.

ອົງການສະຫະປະຊາຊາດ (UN) ກ່າວວ່າປະຈຸບັນມີຜູ້ເສຍຊີວິດ 50 ຄົນໃນການປະທ້ວງ, ໃນຂະນະທີ່ຜູ້ນຳ ປະທ້ວງກ່າວວ່າຈຳນວນຜູ້ເສຍຊີວິດແມ່ນຫຼາຍກວ່ານັ້ນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...