spot_img
Home​ຂ່າວບັນເທິງຫລິວເຕີຫົວ ເກີດອຸບັດຕິເຫດໃນລະຫວ່າງການຖ່າຍທຳໂຄສະນາ ທີ່ ປະເທດໄທ

ຫລິວເຕີຫົວ ເກີດອຸບັດຕິເຫດໃນລະຫວ່າງການຖ່າຍທຳໂຄສະນາ ທີ່ ປະເທດໄທ

Published on

ບັນເທີງດາລາ ກັບ ລາວໂພສຕ໌ ມື້ນີ້ແອັດມິນຈະພາທຸກຄົນມາເກາະຕິດກະແສອາການບາດເຈັບຂອງ ຊບເປີສະຕຣາລຸ້ນໃຫຍ່ ແຫ່ງແດນມັງກອນ ຢ່າງ ຫຼິວເຕີຫົວ ທີ່ເກີດອຸບັດຕິເຫດ ຕົກຈາກຫຼັງມ້າ ໃນລະຫວ່າງການຖ່າຍທຳໂຄສະນາ ທີ່ ຈັງຫວັດ ນະຄອນລາຊະສີມາ ປະເທດໄທ ເມື່ອວັນທີ 17 ມັງກອນ 2017 ທີ່ຜ່ານມາ 

5622

ຂ່າວຈາກຮ່ອງກົງລາຍງານວ່າ ຫລິວເຕີຫົວ ໄດ້ເດີນທາງໄປຮອດສະໜາມບິນຮ່ອງກົງໃນວັນທີ 18 ມັງກອນ 2017 ເມື່ອເວລາ 20:30 ໂມງ ໂດຍມີນັກຂ່າວຈຳນວນຫຼາຍໄດ້ໄປລໍຖ້າເຮັດຂ່າວພະເອກຊຸບເປີສະຕຣາຄົນນີ້ເປັນຈຳນວນຫຼວງຫຼາຍ ຈິ່ງເຮັດໃຫ້ຕ້ອງມີການຈັດເຈົ້າໜ້າທີ່ຕຳຫຼວດມາຮັກສາຄວາມປອດໄພ ແລະ ດູແລຄວາມຮຽບຮ້ອຍເປັນຈຳນວນຫຼາຍ ເຊິ່ງຕ້ອງໃຊ້ເວລາເກືອບຮອດ 2 ຊົ່ວໂມງ ໃນການນຳຕົວຫຼິວເຕີ້ຫົວອອກຈາກສະໜາມບິນ ເພື່ອໄປຂຶ້ນລົດນຳສົ່ງໂຮງໝໍ ເພື່ອເຂົ້າຮັບການຮັກສາ ໂດຍເມຍຂອງ ຫຼິວເຕີຫົວ ໄດ້ເດີນທາງມາດູແລເຂົາຢ່າງໃກ້ຊິດທີ່ໂຮງໝໍ

60018

ສຳລັບອາການບາດເຈັບຂອງ ຫຼິວເຕີຫົວ ແມ່ນບໍ່ໜ້າເປັນຫ່ວງຫຼາຍຄືກັບກະແສຂ່າວທີ່ອອກໄປກ່ອນໜ້ານີ້ ເພາະເຂົາໄດ້ຮັບບາດເຈັບພຽງບໍລິເວນກະດູກເຊິງກຣານເທົ່ານັ້ນ ໂດຍເມື່ອ ຫຼິວເຕີຫົວ ເດີນທາງມາຮອດ ຮ່ອງກົງ ຫຼັງຈາກໄດ້ຮັບການຮັກສາຕົວຢູ່ໂຮງໝໍ ແລ້ວລາວກໍ່ໄດ້ໂພສຕ ຂໍ້ຄວາມ ລົງ IG ສ່ວນຕົວຂອງລາວ ເພື່ອແຈ້ງໃຫ້ແຟນຄລັບໄດ້ຮັບຮູ້ກ່ຽວກັບອາການບາດເຈັບຂອງລາວ ແລະ ທາງບໍລິສັດ Topman Global Limited ທີ່ເປັນຕົວແທນຂອງເຂົາໄດ້ອອກມາຖະແຫຼງການຢືນຢັນວ່າ “ອາການບາດເຈັບຂອງ ຫຼິວເຕີຫົວ ບໍ່ມີຫຍັງໜ້າເປັນຫ່ວງ” ຢ່າງແນ່ນອນ, ແລະ ອຸບັດຕິເຫດຄັ້ງນີ້ກໍ່ບໍ່ສົ່ງຜົນກະທົບເຖິງການຖ່າຍໂຄສະນາແຕ່ຢ່າງໃດ ເພາະວ່າໄດ້ຖ່າຍສໍາເລັດໄປກ່ອນແລ້ວ.

 

ແຫລ່ງຂ່າວຈາກ:

http://gossipstar.mthai.com/hollywood/inter/60018/
http://www.manager.co.th/Entertainment/ViewNews.aspx?NewsID=9600000006154

ຕິດຕາມເລື່ອງດີດີ ບັນເທີງລາວ Lao Entertenment ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ. ທ່ານ...

ຍອດຜູ້ເສຍຊີວິດພຸ່ງຂຶ້ນ 109 ຄົນ ຈາກເຫດການນ້ຳຖ້ວມຮຸນແຮງໃນລັດເທັກຊັດ ສ.ອາເມລິກາ

ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມກະທັນຫັນໃນລັດເທັກຊັດ ເພີ່ມຂຶ້ນຢ່າງນ້ອຍ 109 ຄົນ ແລະ ເຈົ້າໜ້າທີ່ກຳລັງເລັ່ງດຳເນີນການຄົ້ນຫາຜູ້ສູນຫາຍອີກ 160 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ: ຍອດຜູ້ເສຍຊີວິດຈາກເຫດການນ້ຳຖ້ວມໃນລັດເທັກຊັດ ສ.ອາເມລິກາ ຕັ້ງແຕ່ວັນທີ 4 ກໍລະກົດ 2025...

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...