Homeຂ່າວການພັດທະນາສ.ອາເມຣິກາ ຊ່ວຍເຫຼືອ 150 ລ້ານໂດລາ ໃນການພັດທະນາອາຊຽນ

ສ.ອາເມຣິກາ ຊ່ວຍເຫຼືອ 150 ລ້ານໂດລາ ໃນການພັດທະນາອາຊຽນ

Published on

ສ.ອາເມຣິກາ ຈະຊ່ວຍພັດທະນາອາຊຽນ 150 ລ້ານໂດລາສະຫະລັດ, ວັນ​ທີ13 ​ພຶດສະພາ​ນີ້, ໄດ້ມີການປະຊຸມສຸດຍອດພິເສດ ສະຫະລັດ-ອາຊຽນ ທີ່ວໍຊິງຕັນ ທ່ານ ​ໂຈ​ໄບ ​ເດັນ ປະທານາທິບໍດີ ສ.ອາ​ເມ​ຣິ​ກາ ​​ໄດ້​ໃຫ້ການ ​ຕ້ອນຮັບ ​ແລະ​ ພົບ​ປະກັບ​ບັນດາຜູ້ນຳ 8 ປະ​ເທດ ສະມາຊິກອາຊຽນ ທີ່​ທຳນຽບຂາວ ຂອງ ສ.ອາ​ເມ​ຣິ​ກາ ​ແລະ ​ໄດ້​ໃຫ້​ຄຳ​ໝັ້ນ ສັນ​ຍາ​ ຈະສະໜັບ ສະໜູນ ອາຊຽນ 150 ລ້ານໂດລາ ສະຫະລັດ ເພື່ອການພັດທະນາ ພື້ນຖານ ໂຄງລ່າງ, ຄວາມ​ໝັ້ນຄົງ ​ແລະ ການ​ກຽມ​ ຄວາມ​ພ້ອມ ຮັບ​ມື ​ວິ​ກິດ​ກັບ​ ໂລກລະບາດ ​ໂຄ​ວິດ-19.

ຂະນະ​ທີ່ ທ່ານ ​ໂຈ​ໄບ​ເດັນ ແລະ​ ພາກສ່ວນ​ ທີ່​ກ່ຽວຂ້ອງ ​ພວມ​ເຮັດ​ວຽກ​ ກ່ຽວ​ກັບ​ຂອບການ​ຮ່ວມ​ມື ​ເສດ​ຖະ​ກິດ ​ອິນ​ໂດ-​ປາ​ຊີ​ຟິກ (IPEF) ​ແຕ່​ຍັງ​ບໍ່​ທັນ​ລົງ​ເລິກດ້ານ​ລາຍ​ລະອຽດ ​ແຕ່​ຫຼາຍ​ຝ່າຍ ​ເຊື້ອ​ໝັ້ນວ່າ  ຈະ​ເປີດ​ຕົວ ​ຂອບ​ການ​ຮ່ວມ​ມື​ນີ້ ລະຫວ່າງ ການ​ເດີນທາງ​ ຢ້ຽມຢາມ ຍີ່ປຸ່ນ ​ແລະ ສ.​ເກົາຫລີ ​ໃນ​ໄລຍະ ​ທ້າຍ​ເດືອນ​ນີ້.

ແຫຼ່ງຂ່າວຈາກ ສຳນັກຂ່າວຕ່າງປະເທດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...