spot_img
Homeຂ່າວຕ່າງປະເທດສົງຄາມຂອງຢູເຄຮນ-ຣັດເຊຍ ເຮັດໃຫ້ເມືອງເຕັມໄປດ້ວຍຂຸມຝັງສົບ

ສົງຄາມຂອງຢູເຄຮນ-ຣັດເຊຍ ເຮັດໃຫ້ເມືອງເຕັມໄປດ້ວຍຂຸມຝັງສົບ

Published on

ໃນວັນທີ 25 ພຶດສະພາ ສຳນັກຂ່າວຣອຍເຕີໄດ້ລາຍງານວ່າ ກອງທັບຣັດເຊຍໄດ້ໂຈມຕີເມືອງທີ່ຢູເຄຣນຍຶດຄອງຢູ່ໃນພູມິພາກດອນບັດສ (Donbas) ເຊິ່ງໃນຂະນະນີ້ເປັນຈຸດສົນໃຈຂອງສົງຄາມ ໂດຍຖືກຂູ່ວ່າຈະປິດເສັ້ນທາງລົບໜີຫຼັກສຸດທ້າຍຂອງປະຊາຊົນ.

ຫຼັງຈາກທີ່ຣັດເຊຍປະລາໄຊຈາກການຍຶດເມືອງຫຼວງຄີຟຂອງຢູເຄຣນ ຫຼື ເມືອງທີ່ 2 ຂອງຄາຄີຟ, ຣັດເຊຍໄດ້ພະຍາຍາມຈະເຂົ້າຄວບຄຸມເຂດດອນບັສ ເຊິ່ງປະກອບມີ ແຂວງທາງພາກຕະເວັນອອກ.

ຣັດເຊຍໄດ້ສົ່ງກອງທັບທະຫານເຂົ້າມາໃນເຂດນັ້ນ ເພື່ອພະຍາຍາມລ້ອມເອົາກອງກຳລັງຢູເຄຣນທີ່ຍັງຍຶດຢູ່ໃນເມືອງ Sievierodonetsk ແລະ Lysychansk. ຣັດເຊຍໄດ້ຖະລົ່ມພວດເຂົາເຮັດໃຫ້ແຂວງນັ້ນຢູ່ພາຍໃຕ້ຄວບຄຸມຂອງຣັດເຊຍ ເຊິ່ງເປັນເປົ້າໝາຍຂອງການເຮັດສົງຄາມ.

ຕຳຫຼວດໃນເມືອງ Lysychansk ກຳລັງເກັບກຳຈຳນວນສົບຂອງຜູ້ເສຍຊີວິດເພື່ອນຳໄປຝັງ, ທ່ານ ສະຮີເກໄດ ເຈົ້າເມືອງ Lysychansk ໄດ້ກ່າວວ່າ: “ມີປະມານ 150 ຄົນທີ່ໄດ້ຖືກຝັງໃນຂຸມສົບໃນເມືອງນີ້”.

ທ່ານ ເກໄດ ໄດ້ກ່າວເພີ່ມວ່າ: “ຂອງຄົວຂອງຜູ້ເສຍຊີວິດທີ່ຖືກຝັງໃນຂຸມສົບ ສາມາດດຳເນີນການຝັງສົບຄືນໃໝ່ໄດ້ພາຍຫຼັງສົງຄາມຈົບ ແລະ ຕຳຫຼວດກຳລັງອອກເອກະສານທີ່ເຮັດໃຫ້ຊາວຢູເຄຣນສາມາດຮັບເອົາໃບຢັ້ງຢືນການເສຍຊີວິດໃຫ້ຄົນໃນຄອບຄົວໄດ້”.

 

 

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...