ສຸດຍອດຄຳຄົມ ທີ່ຊ່ວຍໃຫ້ທ່ານເຊົາ “ທໍ້ຖອຍໃຈ” ແລະພ້ອມເລິ່ມຕົ້ນກ້າວຕໍ່ໄປອີກເທື່ອໃໝ່

 ເວລາເຫັນຄວາມສຳເລັດຂອງຄົນອື່ນໆ ເຮົາມັກຈະເບິ່ງຂ້າມສິ່ງທີ່ຄົນເຫຼົ່ານີ້ຕ້ອງປະສົບພົບພໍ້ ຫຼາຍກວ່າຈະກ້າວໄປເຖິງຈຸດຈຸດນັ້ນໄດ້ ແຕ່ສິ່ງທີ່ຄົນປະສົບຄວາມສຳເລັດພະຍາຍາມຈະບອກທ່ານກໍຄື ຫົນທາງຂອງພວກເຂົາບໍ່ໄດ້ໂຮຍດ້ວຍກີບດອກກຸຫຼາບ ແລະສິ່ງທີ່ຈະເຮັດໃຫ້ຄົນປະສົບຄວາມສຳເລັດຢືນຢູ່ໄດ້ ໃນທ້າຍທີ່ສຸດກໍຄື ການເປັນຄົນທີ່ໝັ່ນຮຽນຮູ້ ພັດທະນາ ແລະປັບປຸງໂຕເອງໂດຍບໍ່ເຄີຍຄິດທໍ້ຖອຍຕໍ່ອຸປະສັກທີ່ເຂົ້າມາ.
ແລະຕໍ່ໄປນີ້ຄື 10 ຄຳຄົມທີ່ຊ່ວຍກະຕຸ້ນໃຫ້ທ່ານບໍ່ຍອມແພ້ ບໍ່ລົ້ມເລີກ ແລະບໍ່ທໍ້ຖອຍຕໍ່ອຸປະສັກທີ່ຂວາງກັ້ນເປົ້າໝາຍທີ່ທ່ານຝັນເອົາໄວ້:
“ຄວາມສຳເລັດ ຄືການກ້າວຈາກຄວາມລົ້ມແຫຼວໜຶ່ງ ໄປສູ່ອີກຄວາມລົ້ມແຫຼວໜຶ່ງ ໂດຍທີ່ບໍ່ສູນເສຍສັດທາ” – ວິນສະຕັນ ເຊີຊິນ (Winston Churchill)
 
“ກຽດຍົດທີ່ຍິ່ງໃຫຍ່ທີ່ສຸດ ບໍ່ໄດ້ມາຈາກການທີ່ເຮົາບໍ່ເຄີຍລົ້ມ ແຕ່ມາຈາກການທີ່ເຮົາລຸກຂຶ້ນຢືນໄດ້ທຸກຄັ້ງທີ່ລົ້ມຕ່າງຫາກ” ― ຂົງຈື້ (Confucius)
“ຊີວິດຂ້ອຍບໍ່ເຄີຍພ່າຍແພ້ ເພາະຊີວິດຂ້ອຍມີແຕ່ ໄຊຊະນະ ຫຼືບໍ່ກໍມີແຕ່ ບົດຮຽນທີ່ຂ້ອຍຕ້ອງຮຽນຮູ້” ― ເນວສັນ ແມນເດລາ  (Nelson Mandela)
 
“ ທ່ານຈະເອົາຊະນະຄວາມທໍ້ຖອຍໃຈໄດ້ ເມື່ອທ່ານຫັນມາສົນໃຈທີ່ຜົນລັບ ບໍ່ແມ່ນອຸປະສັກ” ― ທີ. ເອັບ. ຮອດ (T.F. Hodge)
 
“ຖ້າລົ້ມລົງ ກໍຈົ່ງພະຍາຍາມລຸກຂຶ້ນໃໝ່ ແຕ່ຖ້າຫາກຕ້ອງລົ້ມອີກ ກໍຈົ່ງລົ້ມໃຫ້ດີກວ່າເກົ່າ” ― ຊາມູເອວ ເບັກເກັດ (Samuel Beckett)
 
“ບໍ່ມີສິ່ງໃດດອກທີ່ຈາກໄປຊື່ໆ ໂດຍທີ່ບໍ່ໃຫ້ບົດຮຽນກັບເຮົາ” ― ເພມ່າ ໂຊດຣັນ (Pema Chödrön)
“ຂ້ອຍບໍ່ໄດ້ລົ້ມແຫຼວ ຂ້ອຍພຽງແຕ່ຄົ້ນພົບຫຼາຍໆວິທີ ທີ່ມັນໃຊ້ບໍ່ໄດ້ຜົນຕ່າງຫາກ” ― ໂທມັດ ເອດິສັນ
 
“ຢ່າຍອມແພ້ຕໍ່ຄວາມຝັນທີ່ອາດຈະຕ້ອງໃຊ້ເວລາຢ່າງຍາວນານກວ່າຈະສຳເລັດ ເພາະຈັ່ງໃດແລ້ວເວລານັ້ນກໍຕ້ອງຜ່ານມັນໄປໃນທີ່ສຸດ ” ― ເອີນ ໄນຕິງເກວ (Earl Nightingale)
 
“ບໍ່ມີຫຍັງໃນໂລກທີ່ສາມາດແທນທີ່ຄວາມພຽນໄດ້ ຄົນມີພອນສະຫວັນແຕ່ບໍ່ປະສົບຄວາມສຳເລັດມີເຕັມໄປໃນສະໄໝນີ້ ຄົນອັດສະລິຍະທີ່ບໍ່ມີຜົນງານຫຍັງເລີຍກໍຫຼວງຫຼາຍ ແລະຄົນທີ່ມີການສຶກສາສູງກໍພາກັນຕົກງານເປັນແຖວ ແຕ່ກົງກັນຂ້າມ ຄົນທີ່ມີຄວາມພຽນແລະຄວາມຕັ້ງໃຈຕ່າງຫາກ ທີ່ສາມາດຢືນຢູ່ໄດ້ ” ― ຄານວິນ ຄູນລິດ (Calvin Coolidge)
 
“ຈົ່ງມີທັງອົດທົນແລະຄວາມຫຼົງໃຫຼຢ່າງເທົ່າທຽມກັນ ເພາະການມີຄວາມອົດທົນພຽງຢ່າງດຽວບໍ່ອາດຈະສ້າງຄວາມສຳເລັດໃຫ້ທ່ານໄດ້ ຖ້າຫາກວ່າປາສະຈາກຄວາມຫຼົງໃຫຼທີ່ຊ່ວຍທຳລາຍກຳແພງອຸປະສັກທີ່ຂວາງກັ້ນ” – ມາຍາ ແອງເຈລູ (Maya Angelou)
 
ບົດຄວາມຈາກ: Goalcast , ຮູບປະກອບຈາກ: ປະສົບຄວາມສຳເລັດ