spot_img
Homeຂ່າວພາຍ​ໃນສຶກສາຄວາມເປັນໄປໄດ້ ເພື່ອພັດທະນາເຂດເມືອງໃໝ່ໜອງປີງ ໃຫ້ເປັນເຂດການສຶກສາ

ສຶກສາຄວາມເປັນໄປໄດ້ ເພື່ອພັດທະນາເຂດເມືອງໃໝ່ໜອງປີງ ໃຫ້ເປັນເຂດການສຶກສາ

Published on

20130213172203
ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການສຳປະທານເນື້ອທີ່ດິນ ຈຳນວນ 100 ເຮັກຕາ
ຢູ່ເຂດພັດທະນາຄຸ້ມເມືອງໃໝ່ໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ມີຂຶ້ນວັນທີ 13 ກຸມພາ 2013 ຢູ່ຫ້ອງວ່າການ
ປົກຄອງ ນວ ລະຫວ່າງທ່ານ ວິໄຊ ຊາວັນນາ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ແລະ ທ່ານນາງ ວິໄລຄຳ ບຸດ
ດາຄຳ ຜູ້ອຳນວຍການວິທະຍາໄລທຸລະກິດລາວ-ສິງກະໂປ ໂດຍຊ້ອງໜ້າທ່ານ ດຣ. ອານຸພາບ ຕຸນາລົມ ຮອງເຈົ້າຄອງ ນວ ພ້ອມ
ດ້ວຍພະນັກງານກ່ຽວຂ້ອງ.
ທ່ານນາງ ວິໄລຄຳ ບຸດດາຄຳ ໄດ້ກ່າວວ່າ: ໃນນາມວິທະຍາໄລທຸລະກິດລາວ-ສິງກະໂປ ຂ້າພະເຈົ້າຂໍສະແດງຄວາມຂອບໃຈມາຍັງ
ການນຳນະຄອນຫຼວງວຽງຈັນ ທີ່ໄດ້ໃຫ້ຄວາມເຊື່ອໝັ້ນ ແລະ ເປີດໂອກາດໃຫ້ພວກຂ້າພະເຈົ້າໄດ້ປະກອບສ່ວນໃນການພັດທະນາ
ນວ ໂດຍສະເພາະ ໄດ້ອະນຸຍາດໃນການເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການສຳປະທານເນື້ອທີ່ ຈຳ
ນວນ 100 ເຮັກຕາ ຢູ່ເຂດພັດທະນາຄຸ້ມເມືອງໃໝ່ໜອງປີງ ໂດຍໂຄງການນີ້ຄາດວ່າຈະມີມູນຄ່າການລົງທຶນທັງໝົດ 100 ລ້ານ
ໂດລາສະຫະລັດ ຫຼື ປະມານ 800 ຕື້ກີບ (ແຕ່ຈະເພີ່ມຂຶ້ນຕາມກິດຈະການຕົວຈິງ) ຈຸດປະສົງຂອງໂຄງການນີ້ ແມ່ນຈະພັດທະນາ
ໃຫ້ເປັນເຂດການສຶກສາ ໂຮງຮຽນ ສູນການຄ້າທີ່ທັນສະໄໝ ໂຮງແຮມ ໂຮງໝໍ ທະນາຄານ ສວນສາທາລະນະ ແລະ ກິດຈະກຳ
ອື່ນໆທີ່ນອນຢູ່ໃນຂອບເຂດເນື້ອທີ່ສຳປະທານ ໂດຍໃຫ້ສອດຄ່ອງຕາມແຜນຜັງທີ່ ນວ ໄດ້ຮັບຮອງ ເຊິ່ງພາຍຫຼັງການລົງນາມຄັ້ງນີ້
ກໍຈະເລີ່ມຈັດຕັ້ງສຶກສາສຳຫຼວດຄວາມເປັນໄປໄດນັບແຕ່ນີ້ເປັນຕົ້ນໄປ.
ທີ່ມາ:http://www.vientianemai.net

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...