spot_img
HomeBaby-ແມ່ແລະເດັກສິ່ງທີ່ແມ່ຖືພາໃກ້ເກີດຄວນເຮັດ

ສິ່ງທີ່ແມ່ຖືພາໃກ້ເກີດຄວນເຮັດ

Published on

ໃນຄໍລຳແມ່ ແລະ ລູກມື້ນີ້ເຮົາຈະມາເວົ້າເລື່ອງການກຽມຄວາມພ້ອມເພືອຕ້ອນຮັບສະມາຊິກໃໝ່ ສຳລັບແມ່ຖືພາທີ່ມີອາຍຸຄັນ 8-9 ເດືອນ ຫຼື ໃກ້ຮອດມື້ຄອງເກີດແລ້ວ ສິ່ງທີ່ຕ້ອງເຮັດມີຫຍັງແນ່ເຮົາມາອ່ານໄປພ້ອມກັນເລີຍ

  1. ຕິດຕໍ່ຫາຍາດຜູ້ໃຫຍ່, ຍາດຕີພີ່ນ້ອງເພື່ອແຈ້ງຂ່າວດີໃຫ້ພວກເຂົາຮູ້ ແລະ ບາງເທື່ອທ່ານອາດຂໍຄວາມຊ່ວຍເຫຼືອຈາກພວກເຂົາໃນເວລາທີ່ທ່ານຕ້ອງຢູ່ກຳ (ຢູ່ໄຟ)
  2. ເງິນທີ່ຈະໃຊ້ຈ່າຍໃນຊ່ວງໄລຍະເກີດລູກ, ແຕ່ທາງທີ່ດີຄວນເຮັດປະກັນສຸຂະພາບໄວ້ແມ່ນດີທີ່ສຸດ ເພາະມັນຈະຊ່ວຍແບ່ງເບົາລາຍຈ່າຍສຳລັບຄ່າປິ່ນປົວຕ່າງໆໃນໂຮງໝໍເມື່ອເວລາທ່ານເກີດລູກ
  3. ກະກຽມສະຖານທີ່ຢູ່ໄຟ ແລະ ອຸປະກອນທີ່ຈຳເປັນສຳລັບການຢູ່ໄຟໄວ້ໃຫ້ຄົບ
  4. ຢາພື້ນເມືອງທີ່ຈະມາໃຊ້ຕົ້ມອາບ, ຕົ້ມກິນ ຫຼື ຮາກໄມ້ທີ່ມາໄວ້ກິນແກ້ພິດກຳກໍ່ຄວນກຽມໄວ້
  5. ສຳລັບຄົນທີ່ບໍ່ມີລົດສ່ວນຕົວໃນການເດີນທາງໄປເກີດລູກຢູ່ໂຮງໝໍ ແມ່ນຕ້ອງມີການວາງແຜນເລື່ອງລົດໄວ້ກ່ອນລ່ວງໜ້າ ຈະເອົາລົດໃຜ? ເພື່ອຮອດມື້ມາຈະບໍ່ໄດ້ຫຍຸ້ງຍາກ ແຕ່ຖ້າມັນຈຳເປັນ ແລະ ສຸກເສີນແທ້ໆແນະນຳໃຫ້ໂທຫາລົດໂຮງໝໍ ຫຼື ໂທຫາໜ່ວຍກູ້ໄພໃຫ້ມາຊ່ວຍກໍ່ໄດ້ເຊັ່ນດຽວກັນ
  6. ກຽມເຄື່ອງໃຊ້ບາງຢ່າງທີ່ຈຳເປັນໃນເວລາໄປໂຮງໝໍເຊັ່ນ: ເຄື່ອງນຸ່ງເຈົ້າຂອງ ແລະ ສິ່ງຂອງອື່ນໆທີ່ຄິດວ່າຕ້ອງໄດ້ໃຊ້
  7. ໃນໄລຍະທີ່ລໍຖ້າຮອດມື້ເກີດຜູ່ເປັນແມ່ກໍ່ຄວນສຶກສາຫາຄວາມຮູ້ໃນການລ້ຽງລູກພື້ນຖານໄວ້ກໍ່ດີ
  8. ຄວນເຮັດໃຈໃຫ້ສະບາຍບໍ່ຕື່ນເຕັ້ນ ບໍ່ຕ້ອງຄິດຫຍັງຫຼາຍ
  9. ກິນອາຫານທີ່ມີປະໂຫຍດ ແລະ ສະອາດສະເໝີ
  10. ນອນຫຼັບພັກຜ່ອນໃຫ້ພຽງພໍ
  11. ດູແລສຸຂະພາບຂອງຕົນໃຫ້ດີ ອອກກຳລັງກາຍເບົາໆ ເພື່ອລໍຖ້າມື້ເກີດ

11 ຂໍ້ທີ່ກ່າວມາຂ້າງເທິງນັ້ນ ຄືສິ່ງທີ່ແມ່ໃກ້ເກີດຄວນເຮັດ ເພື່ອໃຫ້ທ່ານມີຄວາມພ້ອມໃນການຕ້ອນຮັບສະມາຊິກໃໝ່ແບບບໍ່ມີແນວຄ້າງຄາ ເຮັດໃຫ້ທຸກຢ່າງສະດວກສະບາຍງ່າຍທັງຕົວເອງ ແລະ ຜູ່ມາເຝົ້າພ້ອມ ສຳລັບຜູ່ເປັນຜົວ ໃນຊ່ວງໄລຍະຖືພາກໍ່ຄວນເອົາໃຈໃສ່ເມຍໃຫ້ດີໆ ແລະ ເປັນພິເສດກວ່າເກົ່າ ເພື່ອໃຫ້ຜູ່ເປັນເມຍມີກຳລັງໃຈ ມີຄວາມສະດວກສະບາຍ ມີຄວາມສຸກທັງກາຍ, ໃຈ ແລະ ຄວາມຄິດ ແລ້ວພວກທ່ານກໍ່ຈະໄດ້ລູກນ້ອຍທີ່ອາລົມດີ ເປັນເດັກທີ່ໜ້າຮັກ.

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...