spot_img
Homeຂ່າວທ້ອງຖິ່ນສາເຫດຫຼັກຄ່າໄຟຟ້າແພງຂຶ້ນ! ໜຶ່ງໃນນັ້ນຄືບັນຫາຕົວເລກບິນກັບຕົວເລກກົງເຕີນັບໄຟຜິດດ່ຽງກັນ

ສາເຫດຫຼັກຄ່າໄຟຟ້າແພງຂຶ້ນ! ໜຶ່ງໃນນັ້ນຄືບັນຫາຕົວເລກບິນກັບຕົວເລກກົງເຕີນັບໄຟຜິດດ່ຽງກັນ

Published on

ຄ່າໄຟຟ້າແພງຍັງເປັນປະເດັນຮ້ອນທີ່ໄດ້ຮັບຄວາມສົນໃຈຈາກສັງຄົມໃນວົງກວ້າງ ສັງເກດໄດ້ວ່າທຸກໆປີໃນໄລຍະເດືອນເມສາ ຄ່າໄຟຟ້າຂອງແຕ່ລະເຮືອນຈະເພີ່ມສູງຂຶ້ນກວ່າເດືອນຜ່ານມາ ຈົນເຮັດໃຫ້ຜູ້ໃຊ້ໄຟຟ້າຫຼາຍຄົນຕັ້ງຂໍ້ສົງໃສກ່ຽວກັບເລື່ອງນີ້.

ການທີ່ຈະເຮັດໃຫ້ຄ່າໄຟຟ້າມີອັດຕາເພີ່ມສູງຂຶ້ນນັ້ນກໍ່ມີຫຼາຍປັດໄຈຄື:

  1. ອັດຕາການໃຊ້ໄຟຟ້າເພີ່ມຂຶ້ນເນື່ອງຈາກເຄື່ອງທຳຄວາມເຢັນໃນລະດູຮ້ອນຈະເຮັດໃຫ້ລະບົບຄອມເພຣສເຊີຂອງເຄື່ອງເຮັດວຽກໜັກຂຶ້ນກວ່າໃນໄລຍະສະພາບອາກາດທຳມະດາ.
  2. ອັດຕາຄິດໄລ່ຄ່າໄຟຟ້າປະເພດຄົວເຮືອນແມ່ນຄິດໄລ່ແບບລະບົບກ້າວໜ້າ ຖ້າເຮືອນໃດໃຊ້ໄຟຟ້າຢູ່ໃນລະດັບບໍ່ເກີນ 150 kWh/ເດືອນ ຈະຄູນໃຫ້ອັດຕາຄິດໄລ່ປັດຈຸບັນທີ່ 355 ກີບ. ແຕ່ຖ້າວ່າຄອບຄົວໃດໃຊ້ໄຟຟ້າຫຼາຍກວ່າ 150 kWh/ເດືອນຂຶ້ນໄປ ຈະຄູນໃຫ້ອັດຕາຄິດໄລ່ປັດຈຸບັນທີ່ 710 ກີບ ແນ່ນອນວ່າຄວາມແຕກຕ່າງຂອງອັດຕາການຄິດໄລ່ນີ້ມັນສົ່ງຜົນໃຫ້ເກີດຄວາມແຕກຕ່າງຂອງມູນຄ່າໄຟຟ້າທີ່ຕ້ອງຈ່າຍໃນແຕ່ລະເດືອນເຊັ່ນດຽວກັນ.
  3. ກໍລະນີທີສາມແມ່ນເກີດຂຶ້ນຈາກຄວາມຜິດພາດຂອງພະນັກງານຈົດເລກກົງເຕີໄຟຟ້າ ອາດມີພະນັກງານບາງຄົນຖືເບົາຕໍ່ການປະຕິບັດໜ້າທີ່ ຫຼື ຂາດຄວາມຮັບຜິດຊອບ ສົ່ງໂຕເລກຜິດດ່ຽງບິດເບືອນຄວາມຈິງໃຫ້ກັບຝ່າຍຄິດໄລ່ ຈຶ່ງເຮັດໃຫ້ເກີດບັນຫາຄວາມຜິດດ່ຽງຂອງຄ່າໄຟຟ້າຕົວຈິງ ບາງເຮືອນກໍ່ພົບກັບຄ່າໄຟຟ້າແພງກວ່າເດີມເປັນສິບເທົ່າ.

ການລົງໂທດພະນັກງານໄຟຟ້າ-ນໍ້າປາປາ ທີ່ຈົດເລກໄຟຟ້າ-ນໍ້າປາປາບໍ່ຖືກຕ້ອງ ໄດ້ມີການລະບຸໄວ້ໃນກົດໝາຍປະມວນອາຍາມາດຕາ 313 ເຊິ່ງມີເນື້ອໃນລະບຸໄວ້ວ່າ: ບຸກຄົນໃດທີ່ຮັບຜິດຊອບໃນການຈໍາໜ່າຍໄຟຟ້າ ຫຼື ນໍ້າປາປາ ຫາກໄດ້ລະເມີດລະບຽບການຈຳໜ່າຍໄຟຟ້າ ຫຼື ນໍ້າປາປາ ດ້ວຍການຕັດການຈຳໜ່າຍໄຟຟ້າ ຫຼື ນໍ້າປາປາ ໂດຍບໍ່ມີເຫດຜົນ ຫຼື ບໍ່ມີການແຈ້ງເຕືອນລ່ວງໜ້າພາຍໃນ 24 ຊົ່ວໂມງ ປະຕິເສດການຈຳໜ່າຍໄຟຟ້າ ຫຼື ນໍ້າປາປາໂດຍບໍ່ມີເຫດຜົນ, ຈຳໜ່າຍບໍ່ຕໍ່ເນື່ອງ ຫຼື ບໍ່ປອດໄພ, ການບັນທຶກຕົວເລກນໍ້າປາປາ ຫຼື ໄຟຟ້າປະຈຳເດືອນຂອງຜູ້ຊົມໃຊ້ບໍ່ຖືກຕ້ອງ, ຊັກຊ້າໃນການແກ້ໄຂບັນຫາກ່ຽວກັບໄຟຟ້າ ຫຼື ນໍ້າປາປາປະຈຳເດືອນພາຍຫຼັງທີ່ໄດ້ຮັບຄຳຮ້ອງ ຫຼື ຄຳສະເໜີພາຍໃນ 24 ຊົ່ວໂມງ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໄໝແຕ່ 3.000.000 ກີບ ຫາ 10.000.000ກີບ.

 

ບົດຂ່າວໂດຍ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...