spot_img
Homeຂ່າວຕ່າງປະເທດສາວຕວັກກີຂຶ້ນຄອງສະຖິຕິເປັນ "ຍິງສູງທີ່ສຸດໃນໂລກ"

ສາວຕວັກກີຂຶ້ນຄອງສະຖິຕິເປັນ “ຍິງສູງທີ່ສຸດໃນໂລກ”

Published on

ເວັບໄຊ CNN ລາຍງານ: ນາງ ຣູເມຊາ ເກລກິ ໄວ 24 ປີ, ຍິງສາວຊາວຕວັກກີ ໄດ້ຮັບບັນທຶກໂດຍ ກິນເນັສເວິລດ໌ເຣັດຄອດ (Guinness World Record) ວ່າ ເປັນແມ່ຍິງທີ່ສູງທີ່ສຸດໃນໂລກ ດ້ວຍຊັດສ່ວນຄວາມສູງທີ່ 215.16 ຊັງຕີແມັດ.

ເກລກິ ມີສະພາວະທີ່ເອີ້ນວ່າ ‘Weaver syndrome’ ເຊິ່ງເປັນໂລກທາງພັນທຸກຳທີ່ເຮັດໃຫ້ຮ່າງກາຍເຕີບໂຕຢ່າງວ່ອງໄວ ນັບແຕ່ຊ່ວງຢູ່ໃນທ້ອງແມ່ ຕະຫຼອດເຖິງຊ່ວງເປັນໄວຮຸ່ນ ເຮັດໃຫ້ນາງຈຳເປັນຕ້ອງອາໄສລໍ້ວິລແຊໃນການເຄື່ອນໄຫວໄປມາ ແຕ່ກໍສາມາດຍ່າງດ້ວຍຕົນເອງໄດ້ໃນໄລຍະສັ້ນ.

ຣູເມຊາ ເກລກິ ເຄີຍຄອງແຊັ້ມ “ໄວຮຸ່ນຍິງສູງທີ່ສຸດໃນໂລກ” ໃນປີ 2014 ຂະນະອາຍຸ 14 ປີ ໂດຍໄດ້ຮັບການວັດສ່ວນສູງອີກຄັ້ງ ໂດຍກິນເນັສເວິລດ໌ເຣັດຄອດ ກ່ອນຈະໄດ້ຮັບການບັນທຶກເປັນ “ຍິງສູງທີ່ສຸດໃນໂລກ” ຄົນຫຼ້າສຸດ ຂະນະທີ່ ສຸລຕ່ານ ໂຄເຊນ (Sultan Kösen) ເຈົ້າຂອງສະຖິຕິ “ຊາຍສູງທີ່ສຸດໃນໂລກ” ໃນຂະນະນີ້ກໍແມ່ນຊາວຕວັກກີເຊັ່ນກັນ.

ຢ່າງໃດກໍຕາມ, ແມ່ຍິງທີ່ສູງທີ່ສຸດໃນໂລກທີ່ເຄີຍບັນທຶກໄວ້ກໍຄື Zeng Jinlian ຈາກແຂວງຫູໜານ, ປະເທດຈີນ ດ້ວຍຄວາມສູງທີ່ວັດໄດ້ 246.3 ຊັງຕີແມັດ ເຊິ່ງເສຍຊີວິດໃນປີ 1982, ຕາມດ້ວຍ Bao Xishun ຈາກ ສປ ຈີນ ດ້ວຍຄວາມສູງວັດແທກໄດ້ທີ່ 236.1 ຊັງຕີແມັດ ແລະຖັດມາກໍແມ່ນ Yao Defen ຈາກ ສປ ຈີນ ດ້ວຍຄວາມສູງ 233.3 ຊັງຕີແມັດ ກ່ອນຈະມາເປັນ ຣູເມຊາ ເກລກິ ຄອງສະຖິຕິ ຍິງສູງທີ່ສຸດໃນໂລກ.

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...