spot_img
Homeຂ່າວທ້ອງຖິ່ນສາລະວັນເລັ່ງເກັບກຳຂໍ້ມູນທາດກະເດົາທຶກ ເພື່ອກຽມສະເໜີເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ

ສາລະວັນເລັ່ງເກັບກຳຂໍ້ມູນທາດກະເດົາທຶກ ເພື່ອກຽມສະເໜີເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ

Published on

ອີງຕາມການລາຍງານ ໜັງສືພິມ ສາລະວັນ ໃຫ້ຮູ້ວ່າ: ທາດກະເດົາທຶກ ເມືອງຄົງເຊໂດນ ເປັນສະຖານທີ່ແຫ່ງໜຶ່ງ ທີ່ມີປະຫວັດຄວາມເປັນມາຍາວນານ, ລຶກລັບສັບຊ້ອນທາງດ້ານປະຫວັດສາດ, ວັດທະນະທຳ ແລະ ກ່ຽວພັນກັບພົງສາວະດານລາວ, ມີເອກະລັັກສະເພາະ ຖືກກໍ່ສ້າງດ້ວຍຫີນດຳລຽນກັນຂຶ້ນຢ່າງປານີດເປັນ 4 ລ່ຽມກໍ່ຂຶ້ນເປັນຈອມແຫລມ ເໝືອນປິລະມິດ ຕີນທາດກວ້າງ 17 ແມັດ, ສູງ 15 ແມັດ, ເປັນທາດທີ່ເກົ່າແກ່ ແລະ ສັກສິດອີກແຫ່ງໜຶ່ງ ເຊິ່ງອ້ອມຮອບໄປດ້ວຍທຳມະຊາດສວຍງາມ ຕັ້ງຢູ່ບ້ານນາໂຄກ, ໄລຍະຫ່າງຈາກຕົວເມືອງ 10 ກວ່າກິໂລ ແມັດ, ມີຄວາມໂດດເດັ່ນທາງດ້ານສິນລະປະ ກໍຄື ໄດ້ກໍ່ລຽນກັນຂຶ້ນເປັນຖ້ານໆ ເຖິງແຈັດຖ້ານ ມີແຕ່ແກະ ສະຫລັກຫີນ ໃຫ້ເປັນນົກຫົງຕັ້ງຢູ່ທັງ 4 ແຈ ຂອງແຕ່ລະຖ້ານຈົນຮອດຈອມ ແລະ ເປັນສະຖານທີ່ບູຮານ ອີກແຫ່ງໜຶ່ງຂອງແຂວງສາລະວັນ.

ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສາລະວັນ ພ້ອມຄະນະ ໄດ້ ນຳພາທີມງານສຳຫລວດ ຕິດຕາມສະຖານທີ່, ທີ່ຕັ້ງ, ພື້ນທີ່ຕົວຈິງ ແລະ ຈຸດທີ່ຕັ້ງຂອງທາດກະເດົາທຶກ, ຮ່ວມກັບບ້ານ ແລະ ຂະແໜງທີ່ກ່ຽວຂ້ອງຂອງເມືອງຄົງເຊໂດນ ທັງນີ້ ກໍເພື່ອສຳຫລວດ ແລະ ເກັບກໍຂໍ້ມູນ ເພື່ອສະເໜີເຂົ້າເປັນມໍລະດົກແຫ່ງຊາດ.

ໃນການລົງສຳຫລວດໃນຄັ້ງນີ້, ພະນັກງານວິຊາການ ຈາກກົມມໍລະດົກ ກະຊວງ ຖວທ ໄດ້ເດີ່ນສຳຫລວດເນື້ອທີ່, ຂອບເຂດສະຖານທີ່ ທາດກະເດົາທຶກ, ເກັບກໍາຂໍ້ມູນຢ່າງລະອຽດ, ວັດແທກຂະໜາດຂອງທາດ, ເນື້ອທີ່, ພື້ນທີ່ຂອບເຂດບໍລິເວນດັ່ງກ່າວ ແລະ ສິ່ງຕ່າງໆອ້ອມຂ້າງ ທີ່ມີຄວາມກ່ຽວພັນກັນ, ສໍາພາດເອົາຂໍ້ມູນນຳເຖົ້າແກ່ພາຍໃນບ້ານ, ເກັບກໍາຂໍ້ມູນຕາມປື້ມຕໍາລາຕ່າງໆ, ສິ່ງທີ່ເປັນເອກະລັກ, ວັດຖຸບູ ຮານ ເພື່ອສົມທຽບຄືນຂໍ້ມູນ ແລະ ພື້ນທີ່ຕົວຈິງ ທີ່ຕັ້ງ ທາດກະເດົາທຶກ ເມືອງຄົງເຊໂດນ ສັງລວມຂໍ້ມູນໃຫ້ຄົບຖ້ວນ ເພື່ອສ້າງເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນຂອງແຂວງ.

ເຊິ່ງກ່ອນຈະສຳຫລວດໄດ້ມີການຈັດກອງປະຊຸມປຶກສາຫາລື ໃນການຈັດຕັ້ງປະຕິບັດການສໍາຫລວດ ແລະ ເກັບກຳຂໍ້ມູນ ໃຫ້ລະອຽດ, ຊັດເຈນ ເພື່ອສ້າງເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ, ໂດຍໄດ້ມີການປະສານສົມທົບກັບບັນດາຂະແໜງການທີ່ກ່ຽວຂ້ອງຂອງເມືອງ ໃຫ້ການຮ່ວມມືດ້ານນິຕິກໍາຕ່າງໆ ທີ່ກ່ຽວຂ້ອງ, ເປັນເອກະພາບດ້ານເນື້ອໃນ, ທັງສົມທົບກັບອຳນາດການປົກຄອງບ້ານ ກໍຄື ປະຊາ ຊົນ ອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ສຳເລັດຕາມຄາດໝາຍ ໂດຍສະ ເພາະແມ່ນໃຫ້ຄວາມຮ່ວມມືໃນເກັບກໍາຂໍ້ມູນຫລັກແຫລ່ງທີ່ສຳຄັນ, ເນື້ອທີ່ຂອບເຂດຕົວຈິງ ແລະ ຄວາມ ເປັນເອກະພາບທາງດ້ານປະຫວັດຄວາມເປັນມາ ທາງປະຫວັດສາດ, ວັດທະນະທຳ ແລະ ຮີດຄອງປະເພນີຕ່າງໆ ແນໃສ່ໃນການເກັບກໍາຂໍ້ມູນໃຫ້ຄົບຖ້ວນ, ສົມບູນ ສະເໜີເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນ ແລະ ເພື່ອຄວາມສະດວກໃນການຄຸ້ມຄອງ, ປົກປັກຮັກສາ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...