ສານນະຄອນຫລວງ ຕັດສີນລົງໂທດກຸ່ມຊິງຊັບຕົວອັນຕະລາຍ

6555 001

 

ສານນະຄອນຫລວງວຽງຈັນ ໄດ້ຕັດສີນລົງໂທດ ທ້າວ ມີໄຊ (ຫລ້າ) ອາຍຸ 31 ປີຢູ່ບ້ານ ດົງຊຽງດີ ເມືອງນາຊາຍທອງ,

ທ້າວ ໄມ ອາຍຸ 20 ປີ ຢູ່ບ້ານໂພນສະຫວາດເໜືອ ເມືອງສີ ໂຄດຕະບອງ ນະຄອນຫລວງວຽງຈັນ ຈຳຄຸກເປັນເວລາ

4 ປີເຄິ່ງ, ພ້ອມປັບໃໝ 4 ລ້ານກີບ ແລະ ທ້າວ ພອນສະຫວັນ (ຈ່ອຍ) ອາຍຸ 26 ປີຢູ່ບ້ານໂພນຕ້ອງຈອມມະນີ ເມືອງ

ຈັນທະບູລີ ນະຄອນຫລວງວຽງຈັນໃຫ້ຈຳຄຸກ ເປັນເວລາໜຶ່ງປີ ແລະ ປັບໃໝ ໜຶ່ງລ້ານກີບໃນຂໍ້ຫາຊິງຊັບພົນລະ

ເມືອງ, ໂດຍພວກກ່ຽວໄດ້ຮ່ວມກັນເຄື່ອນໄຫວຊິງຊັບພົນລະເມືອງໃນຕົວເມືອງຫລາຍຄັ້ງ ເປັນຕົ້ນ: ດຶງສາຍຄໍ, ດຶງ

ກະເປົາຢູ່ເຂດຕະຫລາດຊັງຈຽງ, ຕະຫລາດໜອງດ້ວງ, ເຂດໜອງແຕ່ງ, ທົ່ງປົ່ງ, ດົງນາໂສກ, ສີໄຄ, ສີສະຫວາດ ແລະ

ເຂດອື່ນໆ, ເຊິ່ງໄດ້ຊັບສີນຂອງຜູ້ຕົກເປັນເຫຍື່ອເງິນຫລາຍສີບລ້ານກີບ, ຄຳຮູບປະພັນຫລາຍສີບບາດ, ສ່ວນໝູ່

ຮ່ວມຂະບວນການທີ່ພວກກ່ຽວຊັກທອດອີກຈຳນວນໜຶ່ງ ແມ່ນຍັງເອົາຕົວຫລົບໜີການຈັບກຸມຂອງເຈົ້າໜ້າທີ່.

 

ແຫລ່ງຂ່າວ: ລາວພັດທະນາ