Homeຂ່າວທ້ອງຖິ່ນສາທາຄາດຄະເນວ່າຕົວເລກຜູ້ຕິດເຊື້ອໂຄວິດ-19 ໃນລາວຍັງມີແນວໂນ້ມເພີ່ມຂຶ້ນ

ສາທາຄາດຄະເນວ່າຕົວເລກຜູ້ຕິດເຊື້ອໂຄວິດ-19 ໃນລາວຍັງມີແນວໂນ້ມເພີ່ມຂຶ້ນ

Published on

ສຳນັກຂ່າວສານປະເທດລາວ ລາຍງານເມືອວັນທີ 27 ມີນາ 2020 ນີ້ວ່າ ກະຊວງ ສາທາລະນະສຸກ ຄາດຄະເນວ່າຕົວເລກຈໍານວນຜູ້ຕິດເຊື້ອໂຄວິດຈະບໍ່ຢຸດພຽງເທົ່ານີ້ ແລະ ອາດຈະເພີ່ມຂຶ້ນຄືກັບເງົາຕາມໂຕກໍເປັນໄດ້. ພາຍຫຼັງຜູ້ຕິດເຊື້ອໂຄວິດກ່ອນຫນ້ານີ້ 6 ຄົນໄດ້ສາລະພາບ ແລະ ໃຫ້ຂໍ້ມູນລະອຽດຕໍ່ເຈົ້າຫນ້າທີ່ສະເພາະກິດວ່າພວກຕົນເອງໄດ້ສໍາຜັດ ແລະ ພົວພັນກັບຄົນອ້ອມຂ້າງຈໍານວນ 189 ຄົນ ປັດຈຸບັນເຈົ້າຫນ້າສະເພາະກິດໄດ້ຕີວົງອອ້ມ ແລະ ກວດຕ້ອນເອົາກໍລະນີຜູ້ສໍາຜັດທັງໝົດໄວ້ແລ້ວ ເຊິ່ງຍັງຈະສືບຕໍ່ຕິດຕາມອາການຢ່າງໃກ້ຊິດ.

ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ແຈ້ງຕໍ່ຜູ້ສື່ຂ່າວໃນວັນທີ 26 ມີນາ 2020 ນີ້ວ່າ ດັ່ງທີ່ຮູ້ນໍາກັນແລ້ວ ໃນຈໍານວນຜູ້ສໍາຜັດ ແລະ ກ່ຽວພັນ 189 ຄົນກັບຜູ້ຕິດເຊື້ອກ່ອນນີ້ ຈຶ່ງຮຽກຮ້ອງໃຫ້ທຸກຄົນລະມັດລະວັງ ແລະ ປ້ອງກັນຕົນເອງໂດຍຖືເອົາລະບຽບວິໄນ ແລະ ການປະຕິບັດຕາມມາດຕະການຂອງລັດຖະບານໃນການປ້ອງກັນ ແລະ ຄວບຄຸມເຊື້ອພະຍາດດັ່ງກ່າວຢ່າງເຄັ່ງຄັດ.

ປັດຈຸບັນຍອດຜູ້ຕິດເຊື້ອໄວຣັດໂຄວິດ-19 ຢູ່ ສປປ ລາວມີຜູ້ຕິດເຊື້ອໂຄວິດ 6 ຄົນ ພາຍຫຼັງດໍາເນີນການກວດວິເຄາະຫາເຊື້ອທັງໝົດ 181 ກໍລະນີ. ຜູ້ຕິດເຊື້ອໂຄວິດທັງ 6 ຄົນມີລາຍລະອຽດດັ່ງນີ້:

  1. ເພດຍິງ ອາຍຸ 36 ປີ ຢູ່ບ້ານ ຄຳຮຸ່ງ ເມືອງ ໄຊທານີ ນະຄອນຫຼວງວຽງຈັນ ເປັນພະນັກງານນຳທ່ຽວ.
  2. ເພດຊາຍ ອາຍຸ 28 ປີ ຢູ່ບ້ານ ຈັນສະຫວ່າງ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ ເປັນພະນັກງານໂຮງແຮມ
  3. ເພດຊາຍ ອາຍຸ 26 ປີ ຢູ່ບ້ານ ຫ້ວຍຫ້ອມ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.
  4. ເພດຊາຍ ອາຍຸ 42 ປີ ຢູ່ບ້ານ ປ່ອງຄຳ ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ.
  5. ເພດຊາຍ ອາຍຸ 52 ປີ ຢູ່ບ້ານ ວິຊຸນ ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ.
  6. ເພດຊາຍ ອາຍຸ 41 ປີ ຢູ່ບ້ານ ຈຳປາ ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...