spot_img
Homeຂ່າວຕ່າງປະເທດສາຍການບິນຈີນຍົກເລີກຖ້ຽວບິນກວ່າ 176 ຖ້ຽວບິນ

ສາຍການບິນຈີນຍົກເລີກຖ້ຽວບິນກວ່າ 176 ຖ້ຽວບິນ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຊຽງໄຮ້, ສ.ປ ຈີນ ເມື່ອວັນທີ 30 ມັງກອນ ວ່າ ສາຍການບິນ China Eastern Airlines ແລະ Xiamen Airlines ອອກຖະແຫລງການໃນວັນອັງຄານ ເລື່ອງການຍົກເລີກໃຫ້ບໍລິການຖ້ຽວບິນໄປ – ກັບ ສປ.ຈີນ ແລະ ໄຕ້ຫວັນ ທີ່ມີຈຳນວນຮວມກັນ 176 ຖ້ຽວບິນ ແບ່ງອອກເປັນ 106 ຖ້ຽວບິນຂອງ China Eastern Airlines ແລະ 70 ຖ້ຽວບິນຂອງ Xiamen Airlines ໃນຊ່ວງເທດສະການກຸດຈີນ ກາງເດືອນ ກຸມພາ ທີ່ຈະມາຮອດນີ້ ໂດຍໃຫ້ເຫດຜົນວ່າ ບໍ່ມີທາງເລືອກ ແລະ ລະບຸວ່າ ເປັນຄວາມຜິດຂອງລັດຖະບານໄທເປ (ໄຕ້ຫວັນ) ທີ່ປະຕິເສດຄຳຮ້ອງ ການຂໍອະນຸມັດຖ້ຽວບິນເພີ່ມຕື່ມໃນຊ່ວງເວລາດັ່ງກ່າວ ທີ່ສາຍການບິນທັງສອງຍື່ນຫນັງສືສະເຫນີໄປໃນຕັ້ນເດືອນນີ້.  

ກະຊວງຄົມມະນາຄົມຂອງໄຕ້ຫວັນໄດ້ອອກມາຖະແຫລງການຕອບໂຕ້ທັນທີວ່າ ການຍົກເລີກໃຫ້ການບໍລິການເປັນໄປຕາມດຸນພິນິດຂອງສາຍການບິນທັງສອງແຫ່ງ ແລະ ລັດຖະບານໄທເປບໍ່ມີສ່ວນກ່ຽວຂ້ອງກັບການຕັດສິນໃຈ ອີກທັງບໍ່ເຄີຍມີກນກົດດັນໃຫ້ທັງສອງສາຍການບິນຍົກເລີກຖ້ຽວບິນລະຫວ່າງນະຄອນໄທເປໃນຊ່ວງເທດສະການວັນພັກຍາວທີ່ຈະມາຮອດນີ້. ທາງການໄຕ້ຫວັນຫວັງເປັນຢ່າງຍີ່ງວ່າສະຖານະການຕືງຄຽດໃນຄັ້ງນີ້ຈະໄດ້ຮັບການແກ້ໄຂຢ່າງເຫມາະສົມ.

ທັ້ງນີ້ສຳນັກງານບໍລິຫານການບິນຂອງພົນລະເຮືອນໄຕ້ຫວັນ (CAA) ເຊີ່ງເປັນຜູ້ມີອຳນາດພິຈາລະນາຄຳຮ້ອງຂອງສາຍການບິນ,ມີຖະແຫລງການອອກມາໃນຊ່ວງການເດືອນນີ້ວ່າ ການທີ່ (CAA) ປະຕິເສດຄຳຮ້ອງຂອງ China Eastern Airlines ແລະ Xiamen Airlines ເນື່ອງຈາກສາຍການບິນທັງສອງແຫ່ງໃຊ້ເສັ້ນທາງບິນ M503 ຊື່ງເປັນເສັ້ນທາງບິນທີ່ ລັດຖະບານ ປັກກີ່ງເປີດເສັ້ນທາງບິນໂດຍບໍ່ມີການຫາລືກັບລັດຖະບານໄທເປກ່ອນ ຖືວ່າເປັນການລະເມີດຂໍ້ຕົກລົງຮ່ວມກັນເມື່ອປີ 2016ທີ່ລະບຸຊັດເຈນວ່າການເປີດເສັ້ນທາງບິນໃນບໍລິເວນນີ້ຕ້ອງຜ່ານການຫາລື ແລະ ໄດ້ຮັບການເຫັນດີພ້ອມກັນເປັນພາຄີທັງສອງ.

ຢ່າງໃດກໍຕາມສຳນັກງານກິດຈະການໄຕ້ຫວັນຂອງລັດຖະບານປັກກີ່ງຢືນຢັນວ່າ ເສັ້ນທາງ M503 ທີ່ເປັນການບິນລຽບຊາຍຝັ່ງທາງຕາເວັນອອກສຽງໃຕ້ຂອງຈີນ ເປັນການໃຊ້ງານສຳລັບຖ້ຽວບິນການຄ້າ ຫລື ຖ້ຽວບິນໂດຍສານຂອງພົນລະເຮືອນເທົ່ານັ້ນ ໂດຍໄດ້ຮັບການອະນຸມັດແລ້ວ ຈາກສຳນັກງານການບິນພົນລະເຮືອນແຫ່ງຊາດຂອງຈີນ (CAAC) ພ້ອມທັງຢືນຢັນວ່າໄດ້ແຈ້ງໃຫ້ລັດຖະບານໄທເປ ຮັບຮູ້ ເປັນທີ່ຮຽບຮ້ອຍແລ້ວ ແຕ່ການແຈ້ງເລື່ອງຄັ້ງນັ້ນບໍ່ໄດ້ຫມາຍຄວາມວ່າ ລັດຖະບານປັກກີ່ງຕ້ອງຖ້າຄຳຕອບ ການເຫັນດີ ຈາກອີກຝ່າຍ.

ແຫລ່ງຂ່າວຕ່າງປະເທດ TDN

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...