spot_img
Homeຊີວິດແລະຄວາມຮັກສັນຍານອັນຕະລາຍ ທີ່ບົ່ງບອກວ່າແຟນນອກໃຈ

ສັນຍານອັນຕະລາຍ ທີ່ບົ່ງບອກວ່າແຟນນອກໃຈ

Published on

  1. ຫ່າງເຫີນເກີນຄວາມຈຳເປັນ: ເຂົ້າໃຈວ່າໜຸ່ມໆມັກໃຊ້ເວລາຢູ່ກັບໝູ່ເພື່ອນ ບໍ່ວ່າຈະເປັນເຕະບານ, ຫຼິ້ນເກມ ຫຼືດື່ມສັງສັນກັບໝູ່ເພືອນ, ເຊິ່ງເລື່ອງແບບນີ້ເກີດຂຶ້ນໃນບາງຄັ້ງບາງຄາວ ກໍບໍ່ເປັນຫຍັງ, ແຕ່ຖ້າເປັນຕະຫຼອດຈົນບໍ່ມີເວລາໃຫ້ເຮົາເລີຍ ແຖມເວລາຢູ່ນໍາເຮົາກໍຕ່າງຄົນຕ່າງຢູ່, ມຸມໃຜມຸມມັນ ບໍ່ເຂົ້າມາເອາະເຊາະຄືແຕ່ກ່ອນ ນີ້ມັນເປັນສັນຍານບົ່ງບອກວ່າເຂົາອາດແບ່ງເວລາໄປໃຫ້ໃຜກໍເປັນໄດ້
  2. ໄປລົມໂທລະສັບບ່ອນອື່ນຕະຫຼອດ: ແມ່ນຢູ່ວ່າເຂົາອາດຈະຫຼີກໄປລົມວຽກໃນບ່ອນມິດໆ ແຕ່ຖ້າເປັນແບບນີ້ຕະຫຼອດກໍຄວນສົງໄສ ເພາະເຈົ້ານາຍບໍ່ໂທມາທຸກມື້ຫຼອກ ດັ່ງນັ້ນຄວນທົດສອບງ່າຍໆ ຫຼັງຈາກວາງສາຍແລ້ວຄວນຖາມວ່າເຂົາລົມຫຍັງກັບໃຜ, ແຕ່ຕ້ອງຖາມແບບໃຈເຢັນໆ, ຢ່າຫາເລື່ອງເຂົາກ່ອນເດັດຂາດ, ແລ້ວລອງສັງເກດທ່າທີຂອງເຂົາເບິ່ງ ຖ້າເຂົາຕອບກະຕຸກກະຕັກ ຫຼືໃຈຮ້າຍຂຶ້ນ ທ່ານຕ້ອງຈັບຕາເບິ່ງແຟນຕົນເອງໃຫ້ດີ
  3. ຕິດໂຊຊຽວເນັດເວີກ: ປົກກະຕິເຂົາເປັນພວກບໍ່ຄ່ອຍໃຫ້ຄວາມສຳຄັນກັບເທັກໂນໂລຊີ ແຖມຍັງມັກຈົ່ມໃຫ້ເຈົ້າຕະຫຼອດເວລາທີ່ທ່ານມັກແຊດກັບໝູ່ ແຕ່ຢູ່ດີໆ ເຂົາກັບຫັນມາສົນໃຈ ໂດຍສະເພາະການໃຊ້ສັງຄົມອອນລາຍ ບໍ່ວ່າຈະເປັນ facebook, line, wechet ແລະຍັງມັກກົດໄລໃຫ້ສາວໆຕະຫຼອດ, ແຊັດກັບຄົນອື່ນ ທີ່ທ່ານບໍ່ຮູ້ຈັກໂດຍສະເພາະແມ່ນສາວໆ ຖ້າເປັນແນວນັ້ນກໍຄວນສົງໄສໄດ້ແລ້ວ
  4. ຖາມຫຍັງເລັກໜ້ອຍກໍຈົ່ມ: ທັງໆທີ່ບໍ່ຄ່ອຍໄດ້ພົບ ຫຼືເວົ້ານຳກັນປານໃດ ແຕ່ພໍເວລາທີ່ເຈົ້າຖາມຫາທຸກສຸກ ຫຼືຄວາມເປັນໄປຂອງຊີວິດ ເຂົາມັກຕອບແບບສັ້ນໆ, ບໍ່ຄ່ອຍໄດ້ໃຈຄວາມ, ຖາມຄຳຕອບຄຳ, ປະມານວ່າຂີ້ຄ້ານຈະຕອບຄຳຖາມທີ່ແສນຈະຫ່ວງໄຍຂອງເຈົ້າ
  5. ຂາດຄວາມອົດທົນ: ເຂົາມັກຈະໃຊ້ສີໜ້າບໍ່ພໍໃຈ ເວົ້າຈາຮ້າຍທັ່ງ ຫຼືໃສ່ອາລົມກັບເຈົ້າຢູ່ຕະຫຼອດ ຄືວ່າຄວບຄຸມອາລົມຕົນເອງບໍ່ຢູ່ ທັງໆທີ່ແຕ່ກ່ອນບໍ່ເຄີຍເປັນເລີຍ
  6. ເຈົ້າເຮັດຫຍັງກໍຜິດໄປໝົດ: ຊ່ວງນີ້ທ່ານເຮັດຫຍັງກໍເບິ່ງຈະບໍ່ດີໄປໝົດ ຈົນເຮັດໃຫ້ເຂົາຫາເລື່ອງຖຽງກັບເຈົ້າຢູ່ຕະຫຼອດເວລາ ທີ່ເປັນແບບນີ້ເພາະເຂົາກຳລັງມີຄົນໃໝ່ນັ້ນເອງ ຈຶ່ງເຫັນຜູ້ຍິງຄົນນັ້ນດີທຸກຢ່າງ ແລະຄິດເອົາມາປຽບທຽບກັບເຈົ້າຢູ່, ເຮັດໃຫ້ຕອນນີ້ເຂົາເບິ່ງວ່າເຈົ້າເປັນຜູ້ຍິງທີ່ເຂົາຕ້ອງທົນຢູ່ນຳຫຼາຍກວ່າ ແລະຢາກຟ້າວໄປໃຊ້ເວລາສະວີດກັບສາວຄົນໃໝ່ໄວໆ
  7. ຫັນມາໃສ່ໃຈເລື່ອງການແຕ່ງຕົວຫຼາຍຂຶ້ນ: ທັງໆທີ່ແຕ່ກ່ອນ ບໍ່ວ່າເຈົ້າຈະຈົ່ມເລື່ອງການແຕ່ງຕົວແນວໃດກໍບໍ່ເຄີຍສົນໃຈ ແຕ່ດຽວນີ້ກັບລຸກຂຶ້ນມາແຕ່ງຕົວຫຼາຍຂຶ້ນ, ເຊິ່ງນີ້ເປັນສັນຍານບອກໄດ້ວ່າເຂົາອາດຈະປ່ຽນລຸກໃໝ່ໃຫ້ສາວອື່ນປະທັບໃຈຢູ່ກໍເປັນໄດ້

ນີ້ກໍເປັນຕົວຢ່າງໜ້ອຍໜຶ່ງ ທີ່ເຮົາຍົກຂຶ້ນມາບອກ ຫາກສາວໆຄົນໃດຫາກຮູ້ສຶກວ່າແຟນຂອງຕົນເອງເລີ່ມປ່ຽນແປງ ກໍລອງນຳເອົາໄປສັງເກດພຶດຕິກຳຂອງເຂົາເບິ່ງ ແນວໃດກໍຕາມກ່ອນຈະສະຫຼຸບຫຍັງກໍຄວນໃຊ້ເຫດຜົນກ່ອນອາລົມ ເພາະມັນອາດເຮັດໃຫ້ເຈົ້າເສຍໃຈນຳຫຼັງໄດ້

ທີ່ມາ: kapook

ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ifram FB ເພຈທ່ຽວເມືອງລາວ Laotrips

ບົດຄວາມຫຼ້າສຸດ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ

ຈັບຊາຍຊາວຈີນ ຫຶງໂຫດລົງມືຄາຕະກຳແຟນສາວ ຢູ່ທ່າແຂກ ແຂວງຄຳມ່ວນ ຍ້ອນຄິດວ່າແຟນສາວຈະເດີນທາງໄປຫາຜູ້ບ່າວ. ເຈົ້າໜ້າທີ່ ປກສ ເເຂວງຄໍາມ່ວນ ລາຍງານວ່າ: ວັນທີ 8 ພຶດສະພາ 2025 ເຈົ້າໜ້າທີ່ໄດ້ນໍາຕົວ ທ້າວ...

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...