Homeຂ່າວພາຍ​ໃນສະໂມສອນບານເຕະ ຊ້າງນ້ອຍ ປ້ອງກັນແຊ້ມ ເປບຊີ ລາວລີກ 1 ເປັນຄັ້ງທໍາອິດ

ສະໂມສອນບານເຕະ ຊ້າງນ້ອຍ ປ້ອງກັນແຊ້ມ ເປບຊີ ລາວລີກ 1 ເປັນຄັ້ງທໍາອິດ

Published on

ຊ້າງນ້ອຍ ຄວ້າແຊ້ມການແຂ່ງຂັນບານເຕະເປບຊີ ລາວລີກ 1 2023 ເປັນສະໄຫມທີ 2 ຕິດຕໍ່ກັນ ພ້ອມສ້າງສະຖິຕິ ບໍ່ເສຍໃຫ້ທີມໃດ 35 ນັດ ນັບຕັ້ງແຕ່ປີ 2020

ການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ປະຈຳປີ 2023 ນັດສຸດທ້າຍຂອງການແຂ່ງຂັນໄດ້ຈັດຂຶ້ນທີ່ສະຫນາມກິລາແຫ່ງຊາດ(ຫຼັກ16) ເປັນການພົບກັນ ລະຫວ່າງ ສະໂມສອນ ກິລາບານເຕະ ຊ້າງນ້ອຍກັບສະໂມສອນ ກິລາບານເຕະມາສເຕີ້ ເຊເວັ້ນ. ຜ່ານການແຂ່ງຂັນສະໂມສອນ ກິລາບານເຕະ ຊ້າງນ້ອຍ ເອົາຊະນະ ສະໂມສອນ ກິລາບານເຕະ ມາສເຕີ້ ເຊເວັ້ນ 1-0 ໂດຍໄດ້ປະຕູຈາກຈູລຽນໂບດຕາໂຣ(JULIAN BOTTARO)ໃນນາທີ 45+2.

ສະໂມສອນຊ້າງນ້ອຍ ເກັບໄຊຊະນະ ເປັນນັດທີ 12 ຈາກທັງຫມົດ 14 ນັດ, ສ່ວນທີ່ເຫລືອ ສະເໜີ 2 ນັດເສຍ 0 ຍິງໄດ້ 39 ປະຕູ ເສຍ 5 ປະຕູ,ມີ 38 ຄະແນນເປັນທີມທີ່ເສຍປະຕູໜ້ອຍກວ່າທຸກທິມໃນ ເປບຊີ ລາວລີກ 1 ແລະສາມາດປ້ອງກັນແຊ້ມ ເປບຊີ ລາວລີກ 1 ເປັນຄັ້ງທໍາອິດ,ທັງເປັນການຄວ້າແຊ້ມສະໄຫມທີ 2 ຕໍ່ຈາກປີ 2022 ຮັບຂັນແຊ້ມ ພ້ອມເງິນລາງວັນ 300 ລ້ານກີບ,ເຊິ່ງສ້າງສະຖິຕິບໍ່ເສຍໃຫ້ທີມໃດ 35 ນັດ ນັບຕັ້ງແຕ່ປີ 2020 ເປັນຕົ້ນມາ.

ສ່ວນອັນດັບທີ 2 ເປັນຂອງມາສເຕີ້ ເຊເວັ້ນ ລົງສະຫນາມ 14 ນັດ ຊະນະ 9 ນັດ ສະເຫມີ 1 ນັດ ເສຍ 4 ນັດ ຍິງໄດ້ 42 ປະຕູ ເສຍ 15 ປະຕູ ມີ 28 ຄະແນນ ພ້ອມຮັບເງິນລາງວັນ 150ລ້ານກີບ, ອັນດັບ 3 ເອສະຣາ ລົງສະຫນາມ 14 ນັດ ຊະນະ 7 ນັດ ສະເຫມີ 4 ນັດ ເສຍ 3 ນັດ ຍິງໄດ້ 39 ປະຕູ ເສຍ 12 ປະຕູ ມີ 25 ຄະແນນ ໄດ້ຮັບເງິນລາງວັນ 80 ລ້ານກີບ, ອັນດັບ 4 ກອງທັບ ລົງສະຫນາມ 14 ນັດ ຊະນະ 6 ນັດ ສະເຫມີ 5 ນັດ ເສຍ 3 ນັດ ມີ ຍິງໄດ້ 20 ປະຕູ ເສຍ 14 ປະຕູ ມີ 23 ຄະແນນ 40ລ້ານກີບ, ອັນດັບ 5 ຫຼວງພະບາງ ລົງສະຫນາມ 14 ນັດ ຊະນະ 3 ນັດ ສະເຫມີ 5 ນັດ ເສຍ 6 ນັດ ຍິງໄດ້ 33 ປະຕູ ເສຍ 17 ປະຕູ ມີ 14 ຄະແນນ ໄດ້ຮັບເງິນລາງວັນ 30ລ້ານກີບ, ອັນດັບ 6 ຈຳປາສັກ ລົງສະຫນາມ 14 ນັດ ຊະນະ 3 ນັດ ສະເຫມີ 2 ນັດ ເສຍ 9 ນັດ ຍິງໄດ້ 13 ປະຕູ ເສຍ 42 ປະຕູ 11 ຄະແນນ ໄດ້ຮັບເງິນລາງວັນ 20ລ້ານກີບ, ອັນດັບ 7 ນໍ້າທາ ລົງສະຫນາມ 14 ນັດ ຊະນະ 1 ນັດ ສະເຫມີ 5 ນັດ ເສຍ 8 ນັດ ຍິງໄດ້ 10 ປະຕູ ເສຍ 24 ປະຕູ ມີ 8 ຄະແນນ ໄດ້ຮັບເງິນລາງວັນ 10ລ້ານກີບ ແລະ ອັນດັບສຸດທ້າຍ ວຽງຈັນ ລົງສະຫນາມ 14 ນັດ ຊະນະ 2 ນັດ ສະເຫມີ 2 ນັດ ເສຍ 10 ນັດ ຍິງໄດ້ 11 ປະຕູ ເສຍ 78 ປະຕູ ມີ 8 ຄະແນນ.

ລາງວັນປະເພດບຸກຄົນ: ນັກກິລາທີ່ຍິງປະຕູໄດ້ຫຼາຍແມ່ນRAFAEL RODRIGUES ສັນຊາດເບຣຊິນ ຈາກ ສະໂມສອນກິລາບານເຕະ ມາສເຕີ້ ເຊເວັ້ນ ຍິງໄດ້ 18 ປະຕູ, ຜູ້ຮັກສາປະຕູດີເດັ່ນແມ່ນ ສໍລະສັກ ທິລະວົງ ຈາກ ສະໂມສອນກິລາບານເຕະ ຊ້າງນ້ອຍ, ນັກກິລາດີເດັ່ນ ບຸນພະຈັນ ບຸນກອງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ ແລະ ຄູຝຶກດີເດັ່ນແມ່ນທ່ານSATYA SAGARA ຈາກ ສະໂມສອນກິລາບານເຕະຊ້າງນ້ອຍ

ການຈັດການແຂ່ງຂັນບານເຕະ ເປບຊີ ລາວລີກ 1 ແມ່ນໄດ້ເລີ່ມແຂ່ງຂັນມານັບຕັ້ງວັນທີ 18 ກຸມພາ 2023 ໂດຍນໍາໃຊ້ຮູບແບບການແຂ່ງຂັນແບບພົບກັນຫມົດຈຳນວນ 2 ຮອບ ຂາໄປ ແລະ ຂາກັບລວມມີ 56 ນັດ, ສະໂມສອນທີ່ໄດ້ເປັນແຊ້ມ ເປບຊີ ລາວລີກ 1ໃນ ລະດູການ 2023 ຈະໄດ້ເປັນສະໂມສອນຕົວແທນຈາກ ສປປ ລາວ ເຂົ້າຮ່ວມການແຂ່ງຂັນລະດັບ AFC Cup 2024 (ແຕ່ຕ້ອງໄດ້ຮັບໃບອະນຸຍາດສະໂມສອນລະດັບອາຊີຈື່ງສາມາດເຂົ້າຮ່ວມໄດ້ ) ຫຼື ລາຍການອື່ນໆທີ່ຖືກເຊີນ ສ່ວນອັນດັບຮອງລົງມາຈະໄດ້ພິຈາລະນາຕາມຄວາມເໝາະສົມ.

ໃຫ້ກຽດເຂົ້າຮ່ວມພິທີປິດ ແລະ ມອບລາງວັນໂດຍມີ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິຕິມະສັກສະຫະພັນບານເຕະແຫ່ງຊາດລາວ, ທ່ານ ວີເພັດ ສີຫາຈັກຣ ປະທານ ສະຫະພັນບານເຕະແຫ່ງຊາດລາວ,ທ່ານ ຈັນສະຫມອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫລາດບໍລິສັດເບຍລາວຈຳກັດ, ຄະນະບໍລິຫານງານ ສະຫະພັນບານເຕະແຫ່ງຊາດລາວ, ແຂກຖືກເຊີນ ຕະຫລອດຮອດແຟນບານ ແລະ ສື່ມວນຊົນ ເຂົ້າຮ່ວມຮັບຊົມ.

ທີີ່ມາ:

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...