spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສະຫຼຸບອຸບັດຕິເຫດໃນລາວປະຈຳປີ 2017

ສະຫຼຸບອຸບັດຕິເຫດໃນລາວປະຈຳປີ 2017

Published on

ສະເພາະປີ 2017 ຜ່ານມານີ້ ທົ່ວປະເທດມີອຸບັດເຫດເກີດຂຶ້ນທັງໝົດ 5.723 ຄັ້ງ ແລະມີຜູ້ເສຍຊີວິດ 1.021 ຄົນ ໃນນີ້ນະຄອນຫຼວງວຽງຈັນຕາຍຫຼາຍສຸດ ຮອງລົງມາແມ່ນສະຫວັນນະເຂດ ແລະຈຳປາສັກ.

ອີງຕາມຂໍ້ມູນຈາກກົມຕຳຫຼວດຈະ ລາຈອນທີ່ຂຶ້ນກັບກົມໃຫຍ່ຕໍາຫຼວດ ກະ ຊວງປ້ອງກັນຄວາມສະຫງົບເປີດເຜີຍ ໃຫ້ຮູ້ເມື່ອວັນທີ 4 ມັງກອນ 2018 ນີ້ວ່າ: ນັບແຕ່ເດືອນມັງກອນຫາເດືອນ ທັນວາ 2017 ທົ່ວປະເທດມີອຸບັດເຫດ ເກີດຂຶ້ນຕາມທ້ອງຖະໜົນທັງໝົດ 5.723 ຄັ້ງ, ມີພາຫະນະເປ່ເພ 10.334 ຄັນ,ເລັກນ້ອຍ 4.805 ຄັນ, ສົມຄວນ 5.193 ຄັນ, ໃຊ້ການບໍ່ໄດ້ 341 ຄັນ, ພ້ອມດຽວກັນນັ້ນ ຍັງມີຄົນຮັບບາດເຈັບ 9.360 ຄົນ, ເລັກນ້ອຍ 3.978 ຄົນ, ສົມຄວນ 3.753 ຄົນ, ສາຫັດ 1.382 ຄົນ ແລະເສຍຊີວິດທັງໝົດ 1.021 ຄົນ.

ສຳລັບການເກີດອຸບັດເຫດນະຄອນຫຼວງວຽງຈັນຍັງຄອງຕົວເລກຫຼາຍກວ່າໝູ່ເນື່ອງຈາກ​ເປັນຕົວເມືອງໃຫຍ່ມີປະຊາຊກອນອາໄສຢູ່ໜາແໜ້ນ ໂດຍມີທັງໝົດ 1.358 ຄັ້ງ ເສຍຊີວິດ 219 ຄົນ ສ່ວນແຂວງອື່ນໆກໍ່ມີຕົວເລກສູງ ເຊັ່ນກັນເຊັ່ນ: ແຂວງຜົ້ງສາລີເກີດ 113 ຄັ້ງເສຍຊີວິດ 11 ຄົນ, ອຸດດົມໄຊ 433 ຄັ້ງເສຍຊີວິດ 65 ຄົນ, ຫຼວງນ້ຳທາ 180 ຄັ້ງເສຍຊີວິດ 27 ຄົນ, ບໍ່ແກ້ວ 124 ຄັ້ງເສຍຊີວິດ 40 ຄົນ, ໄຊຍະບູລີ 93 ຄັ້ງເສຍຊີວິດ 54 ຄົນ, ຫຼວງພະບາງ 423 ຄັ້ງເສຍຊີວິດ 57 ຄົນ, ຫົວພັນ 38 ຄັ້ງເສຍຊີວິດ 15 ຄົນ, ຊຽງຂວາງ 135 ຄັ້ງ ເສຍຊີວິດ 35 ຄົນ, ໄຊສົມບູນ 37 ຄັ້ງເສຍຊີວິດ 6 ຄົນ, ວຽງຈັນ 485 ຄັ້ງເສຍຊີວິດ 79 ຄົນ, ບໍລິຄຳໄຊເກີດ 354 ຄັ້ງເສຍຊີວິດ 80 ຄົນ, ຄຳມ່ວນ 83 ຄັ້ງເສຍຊີວິດ 27 ຄົນ, ສະຫວັນນະເຂດເກີດ 662 ຄັ້ງເສຍຊີວິດ 114 ຄົນ, ສາລະວັນ 205 ຄັ້ງເສຍຊີວິດ 45 ຄົນ, ຈຳປາສັກ 751 ຄັ້ງເສຍຊີວິດ 94 ຄົນ, ເຊກອງ 161 ຄັ້ງເສຍຊີວິດ 42 ຄົນ ແລະທີ່ແຂວງອັດຕະປືອຸບັດ ເຫດເກີດຂຶ້ນທັງໝົດ 78 ຄັ້ງມີຄົນເສຍ ຊີວິດ 20 ຄົນ.

ຢ່າງໃດກໍ່ຕາມ ຜ່ານການສັງເກດ ຕົວເລກລວມຂອງການເກີດອຸບັດ​ເຫດ ໃນປີ 2017 ມາທຽບໃສ່ທັງໝົດຂອງປີ 2016 ຈຳນວນຄັ້ງແມ່ນມີຕົວເລກເພີ່ມ ຂຶ້ນ ແຕ່ຜູ້ເສຍຊີວິດແມ່ນມີຈຳນວນຫຼຸດລົງ ໂດຍຂໍ້ມູນຈາກສູນສະຖິຕິແຫ່ງຊາດ ລະບຸວ່າ: ໃນປີ 2016 ທົ່ວປະເທດມີອຸ ບັດເຫດທັງໝົດ 5.616 ຄັ້ງ ແລະມີຜູ້ ເສຍຊີວິດ 1.086 ຄົນ.

 

ແຫລ່ງຂ່າວ: ໜັງສືພິມ ເສດຖະກິດ-ສັງຄົມ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...