spot_img
Homeຂ່າວການຮ່ວມມືສະຫະລັດອາເມລິກາ ແລະ ສປປ ລາວ ຫາລືການພົວພັນຮ່ວມມືແບບກວມລວມສອງຝ່າຍ ຄັ້ງທີ 10

ສະຫະລັດອາເມລິກາ ແລະ ສປປ ລາວ ຫາລືການພົວພັນຮ່ວມມືແບບກວມລວມສອງຝ່າຍ ຄັ້ງທີ 10

Published on

ໃນວັນທີ 14 ຕຸລາ 2022, ສະຫະລັດອາເມລິກາ ແລະ ສປປ ລາວ ໄດ້ຈັດກອງປະຊຸມປຶກສາຫາລືຮ່ວມມືສອງຝ່າຍແບບກວມລວມ ທີ່ ນະຄອນຫຼວງວຽງຈັນ ໂດຍໄດ້ປຶກສາຫາລືເຖິງທິດທາງໃນການຂະຫຍາຍຂອບການຮ່ວມມືຂອງສອງຝ່າຍ.
ຄະນະຜູ້ແທນຝ່າຍ ສປປ ລາວ ນຳໂດຍ ທ່ານ ບຸນເຫຼືອ ພັນດານຸວົງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໃນຂະນະທີ່ ຄະນະຜູ້ແທນຝ່າຍ ສະຫະລັດ ແມ່ນນຳພາໂດຍ ທ່ານ ແດນຽວ ຄຣິດເຕິນບຣິ້ງ, ຜູ້ຊ່ວຍລັດຖະມົນຕີຕ່າງປະເທດ ຊີ້ນຳຂົງເຂດວຽກງານ ອາຊີຕາເວັນອອກ ແລະ ປາຊີຟິກ ແລະ ທ່ານ ປີເຕີ ເຮມ໋ອນ, ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ.

ທັງສອງຝ່າຍໄດ້ຢໍ້າຄືນ ເຖິງຄວາມໝາຍໝັ້ນທີ່ຈະຂະຫຍາຍການຮ່ວມມືລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ພາຍໃຕ້ຂອບການເປັນຄູ່ຮ່ວມມືແບບກວມລວມ ເຊິ່ງໄດ້ປະກາດຢ່າງເປັນທາງການທີ່ ນະຄອນຫຼວງວຽງຈັນ ລະຫວ່າງການຢ້ຽມຢາມ ສປປ ລາວ ຂອງ ອະດີດປະທານນາທິບໍດີ ໂອບາມາ ໃນປີ 2016.

ທ່ານຜູ້ຊ່ວຍລັດຖະມົນຕີ ຄຣິດເຕິນບຣິ້ງ ໄດ້ກ່າວວ່າ: ການຮ່ວມມືແບບກວມລວມ ສະຫະລັດອາເມລິກາ-ສປປ ລາວ ໄດ້ສ້າງປະໂຫຍດທີ່ເປັນຮູບປະທຳແກ່ ປະຊາຊົນ ກໍຄືລັດຖະບານ ລາວ, ໂດຍສະເພາະຢ່າງຍິ່ງ ສະຫະລັດ ແມ່ນມີຄວາມໝາຍໝັ້ນທີ່ຈະສະໜັບສະໜູນ ເພື່ອເພີ່ມພູນຄວາມຜາສຸກ ຂອງ ສປປ ລາວ ຜ່ານບັນດາໂຄງການຊ່ວຍເຫຼືອຕ່າງໆ ທີ່ອອກແບບເພື່ອຊຸກຍູ້ ການພັດທະນາ ຂົງເຂດທຸລະກິດ ຂອງ ສປປ ລາວ ແລະ ການລົງທຶນຂອງບັນດາຫົວໜ່ວຍທຸລະກິດ ຂອງ ສ. ອາເມລິກາ ໃນ ສປປ ລາວ.”

ທ່ານຜູ້ຊ່ວຍລັດຖະມົນຕີ ຄຣິດເຕິນບຣິ້ງ ຍັງໄດ້ກ່າວອີກວ່າ: ສະຫະລັດອາເມລິກາ ແມ່ນພາກພູມໃຈທີ່ໄດ້ເປັນຄູ່ຮ່ວມມືສາກົນທຳອິດ ທີ່ໄດ້ໃຫ້ການຊ່ວຍເຫຼືອ ດ້ານການສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງ ພະຍາດໂຄວິດ-19 ແກ່ ສປປ ລາວ ໃນໄລຍະທີ່ມີການແຜ່ລະບາດຂອງພະຍາດນັ້ນ. ສະຫະລັດອາເມລິກາ ແມ່ນເຮັດວຽກຮ່ວມກັບ ປະຊາຊົນ ກໍຄື ລັດຖະບານ ລາວ ເພື່ອສະໜັບສະໜູນ ເປົ້າໝາຍການພັດທະນາແບບຍືນຍົງ ລວມເຖິງ ໂຄງການຕ່າງໆ ບໍ່ວ່າຈະເປັນວຽກງານປັບປຸງດ້ານ ສາທາລະນະສຸກ, ການສຶກສາ, ການເຕີບໂຕຂອງເສດຖະກິດ, ກະສິກຳ ແລະ ການຄຸ້ມຄອງ-ບໍລິຫານລັດ, ແລະ ຈົນເຖິງປະຈຸບັນ ສະຫະລັດອາເມລີກາແມ່ນໄດ້ໃຫ້ການຊ່ວຍເຫຼືອ ເປັນຈຳນວນເງິນຫຼາຍກວ່າ 350 ລ້ານ ໂດລາສະຫະລັດ ເພື່ອສະໜັບສະໜູນວຽກງານ ສຳຫລວດ ແລະ ເກັບກູ້ລະເບີດບໍ່ທັນແຕກ ໃນ ສປປ ລາວ.

ນອກຈາກນັ້ນ, ທັງສອງຝ່າຍຍັງໄດ້ປຶກສາຫາລື ກ່ຽວກັບຄວາມກັງວົນຂອງ ສະຫະລັດອາເມລິກາ ຕໍ່ກັບການພັດທະນາພາກພື້ນ ແລະ ໃນທົ່ວໂລກ ລວມມີ ການປະຕິເສດຂອງລັດຖະບານພະມ້າ ໃນການຈັດຕັ້ງປະຕິບັດ ມະຕິ 5 ຂໍ້ຂອງອາຊຽນ, ການລະເມີດກົດໝາຍລະຫວ່າງປະເທດຂອງ ຣັດເຊຍ, ລວມເຖິງ ການລະເມີດກົດບັດສະຫະປະຊາຊາດ ໃນການບຸກລຸກ ແລະ ຄວາມພະຍາຍາມທີ່ຈະຍຶດຄອງດິນແດນບາງສ່ວນ ຂອງປະເທດອູແກຣນ ແລະ ການເຄົາລົບຕໍ່ສິດທິມະນຸດ ແລະ ເສລີພາບຂັ້ນພື້ນຖານ.

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...