spot_img
Homeຂ່າວການພັດທະນາສະຫະລັດອາເມລິກາ ແລະ ສປປ ລາວ ສືບຕໍ່ການຮ່ວມມືຜ່ານກອງປະຊຸມພົບປະ-ປືກສາຫາລືຮອບດ້ານສອງຝ່າຍ

ສະຫະລັດອາເມລິກາ ແລະ ສປປ ລາວ ສືບຕໍ່ການຮ່ວມມືຜ່ານກອງປະຊຸມພົບປະ-ປືກສາຫາລືຮອບດ້ານສອງຝ່າຍ

Published on

ສະຫະລັດອາເມລິກາ ແລະ ສປປ ລາວ ສືບຕໍ່ການຮ່ວມມືຜ່ານກອງປະຊຸມພົບປະ-ປືກສາຫາລືຮອບດ້ານສອງຝ່າຍຄັ້ງທີຫົກ 6th ທີ່ໄດ້ຖືກຈັດຂື້ນ ທີ່ ນະຄອນ ວໍຊິງຕັນ ດີຊີ. ໃນລະຫວ່າງການພົບປະຫາລື, ທ່ານ Daniel Russel ລັດຖະມົນຕີ ຊ່ວຍວ່າການ ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ແລະ ຄະນະຜູ້ແທນຝ່າຍລາວ ຊື່ງນຳໂດຍທ່ານນາງ ສູນທອນ ໄຊຍະຈັກ ລັດຖະມົນຕີຊ່ວຍວ່າການ ກະຊວງການຕ່າງປະເທດ ສປປ ລາວ ມີຄວາມເຫັນດີເປັນເອກກະພາບທີ່ຈະຮັດແໜ້ນ ແລະ ເພີ່ມທະວີການສ້າງສາຍພົວພັນ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສະຫະລັດອາເມລິກາ ແລະ ສປປ ລາວ ໃຫ້ຫລາຍຂື້ນກວ່າເກົ່າ.
ທ່ານ Daniel Russel ຍັງໄດ້ແຈ້ງໃຫ້ຊາບວ່າ ສະຫະລັດອາເມລິກາ ຈະເພີ່ມທຶນຊ່ວຍເຫຼືອ ສະໜັບສະໜູນ ໃຫ້ແກ່ຂົງເຂດວຽກງານການເກັບກູ້ລະເບີດບໍ່ທັນແຕກ ໃຫ້ແກ່ ສປປ ລາວ ຈາກ $13 ລ້ານໂດລາສະຫະລັດ ເພີ້ມຂື້ນ ເປັນຈຳນວນ $15 ລ້ານໂດລາສະຫະລັດ.

ໃນການພົບປະ-ປືກສາຫາລື, ທັງສອງຝ່າຍ ໄດ້ທົບທວນຄືນຮ່ວມກັນ ກ່ຽວກັບວຽກງານການພັດທະນາຮອບດ້ານ ໃນຂົງເຂດອາຊີ, ທ່ານລັດຖະມົນຕີ ຊ່ວຍວ່າການ Russel ຍັງໄດ້ເນັ້ນໜັກເຖິງຄວາມມຸ່ງໝັ້ນຂອງ ສະຫະລັດອາເມລິກາ ໃນສາຍພົວພັນແບບສ້າງສັນ ແລະ ຕ່າງຝ່າຍຕ່າງມີຜົນກັບ ສປປ ລາວ ແລະ ບັນດາປະເທດ ຕ່າງໆໃນກຸ່ມ ອາຊຽນ. ຄະນະຜູ້ແທນລາວ ໄດ້ສົນທະນາ ກ່ຽວກັບແຜນງານ ທີ່ ສປປ ລາວ ຈະກ້າວຂຶ້ນເປັນ ປະທານອາຊຽນ ໃນປີ 2016 ນີ້.
ພ້ອມນີ້ທັງສອງຝ່າຍຍັງໄດ້ທົບທວນຄືນກ່ຽວກັບກົນໄກຕ່າງໆເພື່ອອຳນວຍຄວາມສະດວກ ແລະ ສົ່ງເສີມ ໃນຂອບເຂດການຮ່ວມມື ສອງຝ່າຍ ໃນວຽກງານການຄ້າ ແລະ ການລົງທຶນ, ທັງສອງຝ່າຍ ຕົກລົງເຫັນດີເປັນເອກກະພາບ ໃນການບັນລຸເປົ້າໝາຍ ໃນໂຄງການຊ່ວຍເຫຼືອ ເພື່ອການພັດທະນາຮອບດ້ານ ໃຫ້ແກ່ ສປປ ລາວ, ມີມູນຄ່າ ເຖິງ $40 ລ້ານໂດລາສະຫະລັດ ໃນປີ 2014 ແລະ ສຸມໃສ່ ໃນວຽກງານ ໂພຊະນາການ, ສາທາລະນະສຸກ, ການສຶກສາ, ການຄ້າ, ສະພາບແວດລ້ອມ, ລະບົບ ຍຸຕິທຳ ແລະ ວຽກງານ ຕ້ານຢາເສບຕິດ.

10153691_10153455456759916_848008919325921979_n

10390009_10153455456644916_2651831858838640145_n

11108667_10153455456314916_3721334209424449877_n

11391785_10153455451979916_3624093801278439932_n

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...